loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ປຶກສາຫາລືໃນການກະກຽມທາບທາມຮ່າງກົດໝາຍ ຈໍານວນ 10 ສະບັບ.

ພ.ພ. 8, 2024 | ເຂດ 4 ອຸດົມໄຊ

ກອງປະຊຸມປຶກສາຫາລືໃນການກະກຽມທາບທາມຮ່າງກົດໝາຍ ຈໍານວນ 10 ສະບັບ, ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນອັງຄານ, ວັນທີ 9 ເມສາ 2024 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງອຸດົມໄຊ ໂດຍການເປັນປະທານຂອງທ່ານ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ມີຮອງປະທານສະພາປະຊາຊົນແຂວງ, ສະ ມາຊິກສະພາແຫ່ງຊາດ ຊຸດທີ IX ປະຈຳເຂດເລືອກຕັ້ງທີ 04, ບັນດາທ່ານຄະນະປະຈໍາສະພາປະຊາຊົນແຂວງ, ຫົວໜ້າ-ຮອງຫົວໜ້າພະແນກ, ຫົວໜ້າຂະແໜງ ແລະ ວິຊາການຂະແໜງກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມ ໄດ້ຮັບຟັງການຜ່ານຄໍາແນະນໍາ ວ່າດ້ວຍ ການຈັດຕັ້ງການທາບທາມຮ່າງກົດໝາຍ ຈໍານວນ 10 ສະບັບ ກ່ອນຈະນໍາເຂົ້າພິຈາລະນາຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX, ຫຼັງຈາກນັ້ນຜູ້ເຂົ້າຮ່ວມ ໄດ້ປຶກສາຫາລືຮ່ວມກັນຢ່າງກົງໄປກົງ ເພື່ອຄວາມເປັນເອກະພາບ, ຕົກລົງເຫັນດີກໍານົດວັນເວລາ, ງົບປະມານ ແລະ ດ້ານຕ່າງໆ ໃນການຈັດຕັ້ງທາບທາມຮ່າງກົດໝາຍຈໍານວນ 10 ສະບັບດັ່ງກ່າວ.
ຈຸດປະສົງ, ແມ່ນເພື່ອຮັບປະກັນດ້ານຄຸນນະພາບ, ເນື້ອໃນທີ່ຄົບຖ້ວນສົມບູນ, ຮັດກຸມ ແລະ ສອດຄ່ອງກັບສະພາບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມໃນປັດຈຸບັນ ແລະ ສາມາດສະຫຼຸບສັງລວມຄໍາເຫັນຕ່າງໆ, ສົ່ງໃຫ້ກຳມາທິການກົດໝາຍສະພາແຫ່ງຊາດ ທັນຕາມກໍານົດເວລາ, ກ່ອນທີ່ຈະນໍາເຂົ້າຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະໄຂຂຶ້ນໃນເດືອນມິຖຸນາ 2024 ນີ້.
ພາບ/ຂ່າວ: ສະພາປະຊາຊົນແຂວງ.