(ສພຊ) ວັນທີ 3 ພຶດສະພາ 2023 ທີ່ສະພາແຫ່ງຊາດ ໄດ້ມີພິທີພົບປະສອງຝ່າຍລະຫວ່າງ ກຳມາທິການວັດທະນະທຳ-ສັງຄົມ ສະພາແຫ່ງຊາດລາວ ແລະ ສະມາຊິກສະພານະຄອນ ເຊັນໄດ (SENDAI) ປະເທດຍີ່ປຸ່ນ ເຊິ່ງຝ່າຍລາວນຳໂດຍທ່ານ ນາງ ມະນີວັນ ເຍຍປາວເຮີ ຮອງປະທານກຳມາທິການວັດທະນະທຳ-ສັງຄົມ ແລະ ຝ່າຍຍີ່ປຸ່ນນຳໂດຍ ທ່ານ ອາບິໂກະ ມາຊາຮິໂຣ (ABIKO MASAHIRO) ທັງນີ້ ກໍເພື່ອປຶກສາຫາລືກ່ຽວກັບການດຶງດູດການລົງທຶນຂອງນັກລົງທຶນນະຄອນເຊັນໄດ; ການເອົາແຮງງານ ສປປລາວ ໄປເຝິກທັກສະແຮງງານຢູ່ປະເທດຍີ່ປຸ່ນ; ການພັດທະນາຊັບພະຍາກອນມະນຸດດ້ວຍການສົ່ງເສີມການສຶກສາ ເພື່ອເປັນພື້ນຖານໃນການຜັນຂະຫຍາຍ ແລະ ກ້າວໄປສູ່ການເຊັນບົດບັນທຶກການຮ່ວມມືຂອງສະພານະຄອນ ເຊັນໄດ ແລະ ສະພາແຫ່ງຊາດ ແຫ່ງ ສປປລາວ.

ໃນພິທີພົບປະດັ່ງກ່າວ, ທ່ານ ນາງ ມະນີວັນ ເຍຍປາວເຮີ ໄດ້ຍົກໃຫ້ເຫັນເຖິງການຈັດຕັ້ງປະຕິບັດພາລະບົດບາດຂອງສະພາແຫ່ງຊາດລາວ ແລະ ການປະຕິບັດພາລະບົດບາດຂອງກຳມາທິການວັດທະນະທຳ-ສັງຄົມ ລວມໄປເຖິງການພົວພັນຮ່ວມມືລະຫວ່າງສອງປະເທດ ກໍຄືສອງອົງການນິຕິບັນຍັດ; ການຢ້ຽມຢາມ ພົບປະ ແລະ ເເລກປ່ຽນບົດຮຽນຂອງຄະນະມິດຕະພາບລັດຖະສະພາລາວ-ຍີ່ປຸ່ນ ແລະ ບັນຫາອື່ນໆ; ພ້ອມນັ້ນ ຍັງໄດ້ສະເໜີໃຫ້ມີການແລກປ່ຽນການຢ້ຽມຢາມ, ມີການໄປມາຫາສູ່ກັນໃຫ້ເປັນປົກກະຕິ ແລະ ຊຸກຍູ້ໃຫ້ກຳມາທິການວັດທະນະທຳ-ສັງຄົມ ສະພາແຫ່ງຊາດລາວ ແລະ ກຳມາທິການທີ່ກ່ຽວຂ້ອງຂອງສະພາແຫ່ງຊາດລາວ ແລະ ສະພານະຄອນ ເຊັນໄດ ປະເທດຍີ່ປຸ່ນ ມີການພົບປະ, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນການປະຕິບັດພາລະບົດບາດຂອງລັດຖະສະພາ ແລະ ຍົກລະດັບການຮ່ວມມື ໃຫ້ມີການເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ຄະນະມິດຕະພາບລັດຖະສະພາລາວ-ຍີ່ປຸ່ນ, ຍີ່ປຸ່ນ-ລາວ ແລະ ສອງອົງການນິຕິບັນຍັດໃນອະນາຄົດ; ສະເໜີໃຫ້ມີການແລກປ່ຽນຂໍ້ມູນໃນການຈັດຕັ້ງປະຕິບັດພາລະບົດບາດນິຕິບັນຍັດ ເປັນຕົ້ນ ການສ້າງ ແລະ ປັບປຸງກົດໝາຍ, ການຕິດຕາມກວດກາການຄຸ້ມຄອງ ແລະ ການປົກປ້ອງສິດຜົນປະໂຫຍດຂອງແຮງງານ, ການສົ່ງເສີມການທ່ອງທ່ຽວລະຫວ່າງສອງປະເທດ, ການພັດທະນາຊັບພະຍາກອນມະນຸດ ແລະ ອື່ນໆ; ສະເໜີສືບຕໍ່ ສະໜັບສະໜູນຕໍ່ການຈັດຕັ້ງປະຕິບັດບັນດາແຜນງານ, ໂຄງການ, ກິດຈະກຳຮ່ວມມືພາຍໃຕ້ບັນດາກົນໄກການຮ່ວມມື ລາວ ແລະ ຍີ່ປຸ່ນ ໂດຍສະເພາະການຊ່ວຍເຫຼືອໃນການຍົກລະດັບສີມືແຮງງານໃຫ້ແຮງງານລາວ ໃຫ້ມີປະສິດ ທິພາບສູງຂຶ້ນ ເພື່ອໃຫ້ກາຍເປັນແຮງງານທີ່ມີຄຸນນະພາບມີຄວາມຊຳນານງານ, ເປັນຊຽວຊານສະເພາະດ້ານ.

