ປຶກສາຫາລືການປະເມີນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍທີ່ດິນ

ມ.ສ. 6, 2022 | SlideMobile

              (ສພຊ) ໂດຍປະຕິບັດຕາມຄຳແນະນໍາ ຂອງຄະນະປະຈໍາສະພາແຫ່ງຊາດ ສະບັບເລກທີ 03/ຄປຈ, ລົງວັນທີ 1 ເມສາ 2022 ວ່າດ້ວຍການຕິດຕາມກວດກາການປະເມີນການຈັດຕັ້ງປະຕິບັດກົດໝາຍ ໃນວັນທີ 4 ເມສາ 2022 ຄະນະຮັບຜິດຊອບຊີ້ນໍາການປະເມີນການຈັດຕັ້ງປະຕິບັດກົດໝາຍ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການກະກຽມຄວາມພ້ອມໃນການເຮັດທົດລອງການປະເມີນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍທີ່ດິນ ໂດຍການເປັນປະທານຂອງ ທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ປະທານກຳມາທິການກົດໝາຍ, ຫົວໜ້າຄະນະຮັບຜິດຊອບຊີ້ນໍາການປະເມີນການຈັດຕັ້ງປະຕິບັດກົດໝາຍ; ເຂົ້າຮ່ວມມີທ່ານ ຄຳຈັນ ໂສຕາປະເສີດ ກຳມະການຄະນະປະຈໍາສະພາແຫ່ງຊາດ, ປະທານກຳມາທິການບັນດາເຜົ່າ, ຮອງຫົວໜ້າຄະນະຮັບຜິດຊອບຊີ້ນໍາການປະເມີນການຈັດຕັ້ງປະຕິບັດກົດໝາຍ, ທ່ານ ນາງ ບຸນຄຳ ວໍລະຈິດ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ທ່ານ ປອ. ຢ່າງກູ້ ຢ່າງລືໄຊ ຫົວໜ້າສະຖາບັນຄົ້ນຄວ້ານິຕິກຳສະພາແຫ່ງຊາດ,​ ຄະນະກົມ ແລະ ລັດຖະກອນຈຳນວນໜຶ່ງຂອງກຳມາທິການກົດໝາຍ ແລະ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.
​              ກອງປະຊຸມ ໄດ້ມີຄວາມເປັນເອກະພາບຕໍ່ກັບເນື້ອໃນ, ວິທີການ ແລະ ຮູບການ ໃນການເຮັດທົດລອງການປະເມີນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍທີ່ດິນ ເຊິ່ງເຫັນວ່າ ການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວ ໃນໄລຍະຜ່ານມາ ຍັງມີຫລາຍບັນຫາ ເລັ່ງທວງໃຫ້ມີການກວດກາ ແລະ ປັບປຸງໃຫ້ດີຂຶ້ນກວ່າເກົ່າ ເພື່ອເປັນກຳລັງແຮງ ໃຫ້ແກ່ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ ແລະ ສັງຄົມ ດ້ວຍກົດໝາຍ. ນອກຈາກນັ້ນ, ການເຮັດທົດລອງການປະເມີນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍທີ່ດິນ ໃນຄັ້ງນີ້ ກໍເພື່ອເປັນການກະກຽມລາຍງານ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະເປີດຂຶ້ນໃນມໍ່ໆນີ້.
(ກົມຕິດຕາມກວດກາ, ໂຄສະນາ ແລະ ຕີຄວາມໝາຍກົດໝາຍ)