

ໃນວັນທີ 6 ມິຖຸນາ 2022 ທີ່ສະພາແຫ່ງຊາດ, ຄະນະກອງທຶນຊ່ວຍເຫຼືອສັງຄົມຂອງສະພາແຫ່ງຊາດ ຈຶ່ງໄດ້ດຳເນີນກອງປະຊຸມປຶກສາຫາລື ແລະ ກະກຽມການຕ້ອນຮັບຄະນະພັນລະຍາ ຂອງປະທານສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກກໍາປູເຈຍ ຢ່າງເປັນທາງການ ໂດຍການເປັນປະທານຂອງທ່ານ ດຣ. ນາງ ວິພາວັນ ພົມວິຫານ ປະທານກອງທຶນຊ່ວຍເຫຼືອສັງຄົມຂອງສະພາແຫ່ງຊາດ, ມີບັນດາທ່ານຮອງປະທານ, ກຳມະການ, ຜູ້ຊ່ວຍວຽກໃນຄະນະກອງທຶນດັ່ງກ່າວເຂົ້າຮ່ວມ.
(ພາບ ແລະ ຂ່າວ: ນາງ ປາກາລັກ ພົມມີໄຊ)