loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ປີໃໝ່ປ່ຽນແປງຫຍັງໃໝ່

ທ.ວ. 29, 2022 | SlideMobile

ດັ້ນກີບເມກ
​ ວັນທີ 1 ມັງກອນ 2023 ເປັນມື້ທໍາອິດຂອງປີໃໝ່ສາກົນ ຖືກໍານົດເອົາ ເຊິ່ງສິ່ງທີ່ມັນແຕກຕ່າງຄົງມີແຕ່ພຽງເງື່ອນໄຂຂອງການເວລາ ແຕ່ທ່າອ່ຽງການດໍາລົງຊີວິດ ແລະ ເສດຖະກິດຄົງຈະຝືດເຄືອງຄືເກົ່າ ຖ້າວ່າເສດຖະກິດບໍ່ຟື້ນຕົວ ຫຼື ຟື້ນຕົວໄດ້ຊ້າ ດັ່ງນັ້ນ ປີໃໝ່ 2023 ຄົງຈະໃໝ່ແຕ່ການເວລາທີ່ມັນໝູນວຽນເຮັດໜ້າທີ່ຂອງມັນເປັນປົກກະຕິ ຄົນເຮົາກໍເຊັ່ນດຽວກັນ ຕ້ອງໄດ້ເຮັດໜ້າທີ່ຄືເກົ່າ ແຕ່ຕ້ອງໄດ້ປ່ຽນວິທີເຮັດ.
​ ປີໃໝ່ ໜ້າທີ່ເກົ່າ ຫຼື ໃໝ່ ອາດສໍາຄັນແຕ່ການໃຊ້ຊີວິດໃຫ້ຢູ່ລອດຈາກບັນຫາເສດຖະກິດຝືດເຄືອງນັ້ນ ອາດມີຄວາມສໍາຄັນກວ່າ, ສະພາບເສດຖະກິດເຂົ້າຍາກໝາກແພງມັນຮຽກຮ້ອງໃຫ້ຄິດກ່ອນຈ່າຍ, ບໍ່ຈ່າຍພຽງເພື່ອຮັກສາໜ້າ, ເຫັນຊ້າງຂີ້ຕາມຊ້າງ… ຄໍາເວົ້າເຫຼົ່ານີ້ ຕ້ອງໄດ້ຫັນມາເຕືອນສະຕິ, ນົກນ້ອຍສ້າງຮັງໃຫ້ເໝາະສົມກັບຕົວເອງ ບໍ່ດັ່ງນັ້ນ ຈະເປັນທາດຂອງວັດຖຸ, ຜູ້ຂຽນໄດ້ນັ່ງຟັງຄູ່ສົນທະນາທ່ານໜຶ່ງເລົ່າສູ່ຟັງ ຂະນະນັ່ງກິນກາເຟວ່າ: ລາວມີໝູ່ບາງຄົນທີ່ມີເຮືອນຫຼັງໃຫຍ່, ຄອບຄົວລູກເມຍອົບອຸ່ນສົມບູນ, ມີລົດຄັນງາມຂີ່ ແຕ່ເສຍຢ່າງດຽວຍັງໜັກໃຈ ເພາະເປັນໜີ້ທະນາຄານ! ດັ່ງນັ້ນ ຄົນເຮົາຈຶ່ງບໍ່ອາດສາມາດເອົາວັດຖຸທີ່ເຫັນດ້ວຍຕາມາຕັດສິນສະເໝີໄປວ່າ ຄົນທີ່ມີເຮືອນງາມຢູ່-ຂີ່ລົດຫຼູຫຼາແລ້ວຈະມີຄວາມສຸກແທ້ຈິງ ເພາະໜີ້ຖ້ວມຫົວຢູ່.
​ ພະພຸດທະເຈົ້າສາສະດາຂອງສາສະໜາພຸດ ສອນວ່າ ການເປັນໜີ້ເປັນທຸກທີ່ສຸດໃນໂລກ, ບຸກຄົນໃດເປັນໜີ້ສິນທັງຢືມເງິນໝູ່ພວກ; ທະນາຄານຕ່າງໆ ຍ່ອມເກີດຄວາມທຸກໜີບໍ່ມົ້ມ ເພາະຜ່ານມາເຫັນວ່າ ບາງກໍລະນີຖືກທະນາຄານມາຍຶດເອົາຊັບສິນຄືນກໍມີ ດັ່ງນັ້ນ ການໃຊ້ຊີວິດສໍາລັບປີໃໝ່ 2023 ຜູ້ຂຽນຄິດວ່າຍິ່ງຕ້ອງໄດ້ລະວັງການໃຊ້ຈ່າຍປະຄັບປະຄອງບໍ່ໃຫ້ຊີວິດລໍາບາກເປັນໜີ້ຖ້ວມຫົວ.
​ ປີໃໝ່ 2023 ຈະມາເຖິງນີ້ ສິ່ງທີ່ຄວນພັດທະນາໃຫ້ຫຼາຍຂຶ້ນຄືສະຕິປັນຍາ ເພື່ອແກ້ໄຂບັນຫາຊີວິດເສດຖະກິດຝືດເຄືອງ, ທ່ານຜູ້ອ່ານຢ່າລືມວ່າ ສຸພາສິດຊາວພຸດສອນໄວ້ດີແລ້ວວ່າ ຕົນເປັນທີ່ເພິ່ງແຫ່ງຕົນ, ເບິ່ງຄົນອື່ນໄດ້ບາງຄັ້ງຄາວ ແຕ່ໃຜກໍຕາມທີ່ສ້າງຕົວເຂັ້ມແຂງເປັນທີ່ເພິ່ງຂອງຕົນເອງໄດ້ ຜູ້ນັ້ນຊື່ວ່າເປັນຜູ້ມີທີ່ເພິ່ງອັນປະເສີດ.