

ຕອນບ່າຍວັນທີ 24 ເມສາ 2026, ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາປະຊາຊົນແຂວງ ອັດຕະປື ຊຸດທີ V ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ໂດຍການເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ ກໍາມະການສູນກາງພັກ, ເລຂາຄະນະພັກແຂວງ, ປະທານສະພາປະຊາຊົນແຂວງອັດຕະປື, ເຂົ້າຮ່ວມມີທ່ານ ພົນຈັດຕະວາ ສຸລິໄຊ ພິຈິດ ກໍາມະການສໍາຮອງສູນກາງພັກ, ປະທານກໍາມາທິການ ປກຊ-ປກສ ສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ຊຸດທີ X ເຂດເລືອກຕັ້ງທີ 17, ມີບັນດາທ່ານຄະນະກໍາມະການປົກຄອງແຂວງ, ບັນດາທ່ານຫົວໜ້າພະແນກການ, ອົງການທຽບເທົ່າ, ບັນດາທ່ານສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 17, ສະມາຊິກສະພາປະຊາຊົນແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມ. ກອງປະຊຸມໄດ້ດຳເນີນເປັນເວລາ 2 ວັນ, ເຊິ່ງເຕັມໄປດ້ວຍບັນຍາກາດອັນຟົດຟື້ນ ແລະ ເຄັ່ງຮ້ອນ ແຫ່ງການເສີມຂະຫຍາຍສິດປະຊາທິປະໄຕ ຂອງບັນດາທ່ານ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ໃນການພິຈາລະນາ ແລະ ຮັບຮອງເອົາບັນດາເນື້ອໃນສຳຄັນ ທີ່ນຳມາພິຈາລະນາໃນກອງປະຊຸມຄັ້ງນີ້ ຢ່າງມີຜົນສຳເລັດຈົບງາມ. ກອງປະຊຸມໄດ້ດໍາເນີນການເລືອກຕັ້ງຮັບຮອງເອົາ ທ່ານ ບຸນເຖິງ ດວງສະຫວັນ ກໍາມະການສູນກາງພັກ ເລຂາພັກແຂວງ ເປັນປະທານສະພາປະຊາຊົນແຂວງອັດຕະປື ຊຸດທີ V, ເລືອກຕັ້ງ ທ່ານ ພູວັນ ພົມມະຈັນ ຄະນະປະຈໍາພັກແຂວງ ແລະ ທ່ານ ນາງ ອ່ອນໃສ ມຽງລາວັນ ກໍາມະການພັກແຂວງ ເປັນຮອງປະທານທານສະປະຊາຊົນແຂວງ ອັດຕະປື ຊຸດທີ V, ເລືອກຕັ້ງກໍາມະການຄະນະປະຈໍາສະພາປະຊາຊົນແຂວງ ແລະ ແຕ່ງຕັ້ງໂຄງປະກອບກົງຈັກການຈັດຕັ້ງຂອງສະພາປະຊົນແຂວງຊຸດທີ V ດັ່ງນີ້: ທ່ານ ນາງ ແສງອາລຸນ ວົງສາທິການ ເປັນກໍາມະການຄະນະປະຈໍາສະພາປະຊາຊົນແຂວງ ແລະ ປະທານຄະນະກໍາມະການເສດຖະກິດ,ການເງີນແລະສິ່ງແວດລ້ອມ, ທ່ານ ນາງ ຈັນທະລີ ສີສຸວົງ ກໍາມະການຄະນະປະຈໍາສະພາປະຊາຊົນແຂວງ ແລະ ປະທານຄະນະກໍາມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຍຸຕິທໍາ, ທ່ານ ນາງ ສຸກວິໄລ ວຽງໄຊ ກໍາມະການຄະນະປະຈໍາສະພາປະຊາຊົນແຂວງ ແລະ ປະທານຄະນະກໍາມະການວັດທະນະທໍາ-ສັງຄົມ,ບັນດາເຜົ່າ ແລະ ສາສະໜາ, ທ່ານ ພົງສະຫວັນ ພົມມະວົງ ກໍາມະການຄະນະປະຈໍາສະພາປະຊາຊົນແຂວງ ແລະ ຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ, ນອກນີ້ນີ້ຍັງໄດ້ຜ່ານມະຕິຂອງຄະນະປະຈໍາສະພາປະຊາຊົນແຂວງ ວ່າດ້ວຍການແຕ່ງຕັ້ງຮອງປະທານຄະນະກໍາມະການ, ຮອງຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ ແລະ ສະມາຊິກສະພາປະຊາຊົນແຂວງ ປະຈໍາການ ກອງປະຊຸມຍັງໄດ້ ພິຈະລະນາຮັບຮອງເອົາ ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບ ປະມານແຫ່ງລັດ 5 ປີ ຂັ້ນແຂວງ (2026-2030) ຂອງແຂວງ; ພິຈະລະນາຮັບຮອງເອົາ ແຜນການເຄື່ອນໃຫວວຽກງານ 05 ປີ (2026-2030) ຂອງອົງການໄອຍະການປະຊາຊົນແຂວງ ; ພິຈະລະນາຮັບຮອງ ແຜ່ນການເຄື່ອນໃຫວວຽກງານ 05 ປີ (2026-2030) ສານປະຊາຊົນແຂວງ; ພິຈະລະນາຮັບຮອງ ແຜນການເຄື່ອນໃຫວວຽກງານ 05 ປີ (2026-2030) ຂອງອົງການກວດກາລັດຂັ້ນແຂວງ; ພິຈະລະນາຮັບຮອງ ແຜນການເຄື່ອນໃຫວວຽກງານ 05 ປີ (2026-2030) ຂອງອົງການກວດສອບພາກໃຕ້; ພິຈະລະນາຮັບຮອງເອົາ ແຜນການເຄື່ອນໄຫວວຽກງານ 05 ປີ (2026-2030) ຂອງສະພາປະຊາຊົນແຂວງ; ພິຈະລະນາຮັບຮອງເອົາແຜນການສ້າງ ແລະ ປັບປຸງນິຕິກຳໃຕ້ກົດໝາຍ05 ປີ ( 2026-2030) ຂອງສະພາປະຊາຊົນແຂວງ.
ຜົນສໍາເລັດຂອງກອງປະຊຸມໃນຄັ້ງນີ້ຖືເປັນໝາກຜົນແຫ່ງການເສີມຂະຫຍາຍ ສະຕິປັນຍາລວມໝູ່ ຂອງບັນດາທ່ານສະມາຊິກສະພາປະຊາຊົນແຂວງ ທີ່ໄດ້ຍົກສູງຄວາມຮັບຜິດຊອບ ແລະ ຄວາມເປັນເຈົ້າການຂອງຕົນ ເຂົ້າໃນການຄົ້ນຄວ້າ ແລະ ພິຈາລະນາຮັບຮອງເອົາແຕ່ລະເນື້ອໃນສໍາຄັນ ທີ່ນໍາມາພິຈາລະນາໃນກອງປະຊຸມຄັ້ງນີ້ ໄດ້ຮັບຜົນສໍາເລັດເປັນຢ່າງດີ. ຕະຫຼອດໄລຍະການດໍາເນີນກອງປະຊຸມ ໄດ້ຮັບຄໍາຄິດຄໍາເຫັນ ແລະ ການສະເໜີ ຂອງປະຊາຊົນ ຜ່ານໂທລະສັບສາຍດ່ວນ 036156 ຈໍານວນທັງໝົດ 4 ເລື່ອງ. ກອງປະຊຸມໄດ້ສັງລວມ ແລະ ມອບໃຫ້ຄະນະກຳມະການ ຂອງສະພາປະຊາຊົນແຂວງ ປະສານສົມທົບພາກສ່ວນກ່ຽວຂ້ອງ ເພື່ອຄົ້ນຄວ້າ ແລະ ຊີ້ແຈງເປັນລາຍລັກອັກສອນ, ຮັບປະກັນໄດ້ຄວາມຖືກຕ້ອງສອດຄ່ອງຕາມກົດໝາຍ ແລະ ລະບຽບການ. (ວິນັດ)

