ປາຖະກະຖາ ການນຳພາຂອງພັກ, ການຄຸ້ມຄອງຂອງລັດ ແລະ ການປົກປັກຮັກສາໝາກຜົນຂອງການປະຕິວັດຊາດກູບາ

ກ.ພ. 15, 2022

(ສ​ພ​ຊ) ວັນທີ 14 ກຸມພາ 2022 ທີ່ສະພາແຫ່ງຊາດ ໄດ້​ມີພິ​ທີປາຖະກະຖາກ່ຽວກັບການນຳພາຂອງພັກ, ການຄຸ້ມຄອງຂອງລັດ ແລະ ການປົກປັກຮັກສາໝາກຜົນຂອງການປະຕິວັດຊາດກູບາ ໃນໄລຍະຜ່ານມາ ເຊິ່ງ​ປາ​ຖະ​ກະ​ຖາໂດຍ​ສະ​ຫາຍ ປ​າ​ໂບ​ຣ ອານ​ໂຕ​ນີ​ໂອ ໂຣ​ດີ​ເກດ​ສ ບີ​ດ​ານ ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ ແຫ່ງ ສ.​ກູ​ບາ ປ​ະ​ຈຳ ສ​ປ​ປ​ລາວ ໂດຍ​ການເຂົ້າ​ຮ່ວມຂອງ​ສະ​ຫາຍ ສຈ. ປອ ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດລາວ, ປະທານຄະນະມິດຕະພາບລັດຖະສະພາລາວ-ກູບາ; ມີສະຫາຍ ສັນຍາ ປຣະເສີດ ປະທານກຳມາທິການການຕ່າງປະເທດ ສະພາແຫ່ງຊາດລາວ, ມີບັນ​ດາສະຫາຍຄະນະພັກ, ຄະນະໜ່ວຍພັກ, ສະມາຊິກພັກແລະ ພະ​ນັກ​ງານ​ພາຍ​ໃຈ​ສະ​ພາ​ແຫ່ງ​ຊາດ ພ້​ອມ​ດ້ວຍພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ​ຢ່າງ​ພ້ອມ​ພ​ຽງ.

ສະ​ຫາຍ ປ​າ​ໂບ​ຣ ອານ​ໂຕ​ນີ​ໂອ ໂຣ​ດີ​ເກດ​ສ ບີ​ດ​ານ ​ໄດ້​ໃຫ້​ຮູ້ກ່ຽວ​ກັ​ບສະພາບຂອງ ສ.ກູບາ ແລະ ການນຳພາຂອງພັກ, ການຄຸ້ມຄອງຂອງລັດ ໃນການຮັກສາໝາກຜົນຂອງການຕໍ່ສູ້ປະຕິວັດຊາດກູບາ ໃນໄລຍະຜ່ານມາ ແລະ ​ການ​ສ້າງ​ສາ​ພັດ​ທະ​ນາ​ປະ​ເທດ​ຊາດ ເຊິ່ງ​ມີ​ການ​ພັດ​ທະ​ນາ​ທາງ​ດ້າ​ນ​ເສ​ດ​ຖະ​ກິດ, ວັດ​ທະ​ນະ​ທ​ຳ–ສັງ​ຄົມ ຢ່າງບໍ່​ຢຸ​ດ​ຢັ້ງ. ພ້ອມນັ້ນ, ຍັງ​ໄດ້​ມີ​ການ​ແລ​ກ​ປ່ຽນ​ຄຳຄິດຄຳ​​ເຫັນ ແລະ ​ຖາມ​-ຕອ​ບ​ບາງ​ບັນ​ຫາ​ທີ່​ມີ​ຄວາມ​ສົນ​ໃຈ​ຢ່າງ​ກົງ​ໄປ​ກົງ​ມາ.

ໂອ​ກາ​ດ​ດັ່ງ​ກ່າວ, ສະ​ຫາຍ ສຈ. ປອ ຈະເລີນ ເຍຍປາວເຮີ ໄດ້​ກ່າວ​ມີ​ຄຳ​ເຫັນ​ ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ໝາກ​ຜົນ​ສ​ຳ​ເລັດ​ອັນ​ໃຫຍ່ຫລວງ​ຂອງ ສ.ກູ​ບາ ທີ່​ຍາດ​ມາ​ໄດ້​ໃນ​ໄລ​ຍະ​ແຫ່ງ​ການ​ປະ​ຕິ​ວັດ​ຊາດ ກໍ​ຄື​ໄລ​ຍະ​ແຫ່ງ​ການ​ສ້າງ​ສ​າ​ພ​ັດ​ທະ​ນາ​ປະ​ເທດ​ຊາດ​ໃນ​ປັດ​ຈ​ຸ​ບັນ ທັງ​ຮຽກ​ຮ້ອງ​ໃຫ້​ສະ​ມາ​ຊິກ​ພັກ, ພະ​ນັກ​ງ​ານ ​ພາຍ​ໃນ​ ສພຊ ຈົ່ງສືບ​ຕໍ່​ຮ່ຳ​ຮຽນ​ເອົາ​ບົດ​ຮຽນ​ທີ່​ດີ ແລະ ຍອດ​ຍິ່ງ​ຂອງ ສ.ກູ​ບາເພື່ອ​ນຳມາ​ພັດ​ທະ​ນາ ແລະ ປັບ​ໃຊ້​ໃຫ້​ເຂົ້າ​ກັບ​ສະ​ພາບ​ຕົວ​ຈິງ​ຂອງ​ປະ​ເທດ​ເຮົາ.

(ພາບ ແລະ ຂ່າວ: ນາງ ປາ​ກາ​ລັກ ພົມ​ມີ​ໄຊ)