ປາຖະກະຖາສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ

ສ.ຫ. 11, 2022 | SlideMobile

(ສພຊ) ໃນວັນທີ 9 ສິງຫາ 2022 ທີ່ຫໍສະພາແຫ່ງຊາດ, ໄດ້ມີກອງປະຊຸມປາຖະກະຖາວັນສ້າງຕັ້ງສາຍ ພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ (5 ກັນຍາ 1962-5 ກັນຍາ 2022) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ (18 ກໍລະກົດ 1977-18 ກໍລະກົດ 2022) ໂດຍການເປັນປະທານຂອງສະຫາຍ ປອ. ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກສະພາແຫ່ງຊາດ, ຮອງປະທານຄະນະປະຈຳສະພາແຫ່ງຊາດ; ເຂົ້າຮ່ວມມີບັນດາສະຫາຍຄະນະປະຈຳພັກສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ, ປະທານ-ຮອງປະທານກຳມາທິການ, ຮອງເລຂາທິການ, ຫົວໜ້າ-ຮອງຫົວໜ້າສະຖາບັນຄົ້ນຄວ້ານິຕິກຳສະພາແຫ່ງຊາດ, ຄະນະສະມາຊິກສະພາແແຫ່ງຊາດປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ສະມາຊິກສະພາແຫ່ງຊາດປະຈຳການຢູ່ສູນກາງພ້ອມດ້ວຍພະນັກງານພາຍໃນສະພາແຫ່ງຊາດ.
ກອງປະຊຸມປາຖະກະຖາຄັ້ງນີ້, ກໍເພື່ອຫວນຄືນມູນເຊື້ອ ແຫ່ງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມ ສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ເຊິ່ງເປັນປັດໄຈອັນສຳຄັນຕັດສິນໄຊຊະນະຂອງການປະຕິວັດລາວ ແລະ ຫວຽດນາມ ໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄືການສ້າງສາພັດທະນາຂອງທັງສອງປະເທດໃນປັດຈຸບັນ; ເພື່ອເປັນການໂຄສະນາ-ສຶກສາອົບຮົມ ໃຫ້ພະນັກງານ, ລັດຖະກອນພາຍໃນສະພາແຫ່ງຊາດ ໂດຍສະເພາະແມ່ນຄົນຮຸ່ນໜຸ່ມມີຄວາມຮັບຮູ້ເຂົ້າໃຈທີ່ຖືກຕ້ອງ, ເລິກເຊິ່ງ, ໜັກແໜ້ນ ແລະ ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມ ລະຫວ່າງລາວ-ຫວຽດນາມ, ເພື່ອປົກປັກຮັກສາໝາກຜົນຂອງການປະຕິວັດໄວ້ໃຫ້ໝັ້ນຄົງຍາວນານ, ທັງເປັນເຈົ້າການທະນຸຖະໜອມ ເພີ່ມພູນຄູນສ້າງມູນເຊື້ອດັ່ງກ່າວ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ; ເພື່ອເປັນການຈາລຶກບຸນຄຸນ, ຄຸນງາມຄວາມດີຂອງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງທີ່ໄດ້ໃຫ້ການຊ່ວຍເຫລືອອັນໃຫຍ່ຫລວງ ແລະ ລໍ້າຄ່າ ໃນພາລະກິດປະຕິວັດແຫ່ງການປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ ກໍຄືການປະກອບສ່ວນຂອງປະຊາຊົນລາວບັນດາເຜົ່າ ເຂົ້າໃນການທ້ອນໂຮມປະເທດຊາດ ຫວຽດນາມ ໃຫ້ເປັນອັນໜຶ່ງອັນດຽວໃນເມື່ອກ່ອນ ແລະ ປົກປັກຮັກສາ, ພັດທະນາສ້າງສາປະເທດຊາດຫວຽດນາມໃນປັດຈຸບັນ; ພ້ອມທັງຖືເອົາປີ 2022 ເປັນປີສາມັກຄີມິດຕະພາບລາວ-ຫວຽດນາມ ໃຫ້ມີຄວາມເບີກບາກມ່ວນຊື່ນ, ມີຂະບວນການຟົດຟື້ນ, ມີຊີວິດຊີວາ ແລະ ກາຍເປັນສັນຍາລັກ ແຫ່ງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານສອງຊາດ ລາວ-ຫວຽດນາມ.
ໃນກອງປະຊຸມ, ສະຫາຍ ປອ. ນາງ ສູນທອນ ໄຊຍະຈັກ ໄດ້ປາຖະກະຖາເລົ່າມູນເຊື້ອສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລາວ-ຫວຽດນາມ ກໍຄືວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືສອງປະເທດ ຄົບຮອບ 45 ປີ ພ້ອມນັ້ນ, ສະຫາຍ ສັນຍາ ປຣະເສີດ ກໍາມະການຄະນະປະຈຳສະພາແຫ່ງຊາດ, ປະທານກໍາມາທິການການຕ່າງປະເທດ ໄດ້ສະເໜີບົດຕີລາຄາການພົວພັນຮ່ວມມືລະຫວ່າງສອງສະພາແຫ່ງຊາດ ແລະ ຜົນສໍາເລັດ ການຢ້ຽມຢາມຂອງສອງປະທານສະພາແຫ່ງຊາດ ສອງປະເທດລາວ-ຫວຽດນາມ ແລະ ບັນດາຮອງປະທານສະພາແຫ່ງຊາດ.
(ພາບ ແລະ ຂ່າວ: ສົມນຶກ ແກ້ວໄຊຍະຈັກ)