(ສພຊ) – ເພື່ອສະເຫຼີມສະຫຼອງວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 35 ປີ (15 ສິງຫາ 1991-15 ສິງຫາ 2026) ແລະ ເຮັດໃຫ້ພະນັກງານ-ລັດຖະກອນ ໄດ້ຍົກສູງຄວາມຮັບຮູ້, ເຂົ້າໃຈ ແລະ ເຫັນໄດ້ຄວາມສຳຄັນຂອງວັນດັ່ງກ່າວ ທັງເປັນການສະຫຼຸບຕີລາຄາການຈັດຕັ້ງປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ໃນໄລຍະ 35 ປີຜ່ານມາ ແລະ ສືບຕໍ່ປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ໃນຕໍ່ໜ້າ ໃຫ້ເຂັ້ມງວດ, ສັກສິດ, ມີປະສິດທິພາບ ແລະ ມີປະສິດທິຜົນ; ໃນຕອນເຊົ້າວັນທີ 28 ສິງຫານີ້ ທີ່ສະພາແຫ່ງຊາດ (ສພຊ) ໄດ້ມີພິທີປາຖະກະຖາວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 35 ປີ ໂດຍການປາຖະກະຖາຂອງທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ອະດີດຮອງປະທານສະພາແຫ່ງຊາດ ຊຸດທີ IX ເຊິ່ງມີທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ, ບັນດາການນຳຂັ້ນສູງ ພ້ອມດ້ວຍພະນັກງານ-ລັດຖະກອນພາຍໃນ ສພຊ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ, ທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ໄດ້ຫວນຄືນມູນເຊື້ອຂະບວນການວິວັດ, ສິ່ງເອື້ອອຳນວຍຄວາມສະດວກ, ຂໍ້ຫຍຸ້ງຍາກທ້າທາຍຕ່າງໆ ແລະ ຄວາມໝາຍຄວາມສຳຄັນຂອງການສ້າງລັດຖະທຳມະນູນ ທີ່ເປັນສິ່ງຢືນຢັນຕໍ່ສາກົນວ່າ ສປປລາວ ເປັນປະເທດເອກະລາດ ມີອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ລວມທັງນ່ານນ້ຳນ່ານຟ້າ, ເປັນປະເທດເອກະພາບຂອງທຸກຊົນເຜົ່າທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້ ເຊິ່ງເປັນເຄື່ອງມືພື້ນຖານໃນການສ້າງຄວາມເຂັ້ມແຂງໝັ້ນຄົງໃຫ້ແກ່ສັງຄົມ, ສ້າງສະຖຽນລະພາບ ແລະ ຄວາມສະຫງົບໝັ້ນຄົງໃຫ້ແກ່ຊາດ ພ້ອມທັງສ້າງເສດຖະກິດ, ຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ໄດ້ຮັບການປັບປຸງດີຂຶ້ນຢ່າງຕໍ່ເນື່ອງ. ໃນປັດຈຸບັນ, ລັດໄດ້ມີການຫັນເນື້ອໃນຈິດໃຈຂອງລັດຖະທຳມະນູນ ເປັນກົດໝາຍໄດ້ 176 ສະບັບ ໃນນີ້, ກົດໝາຍຂົງເຂດປົກຄອງ ແລະ ຍຸຕິທຳ 33 ສະບັບ, ຂົງເຂດເສດຖະກິດ 79 ສະບັບ, ຂົງເຂດວັດທະນະທຳ-ສັງຄົມ 47 ສະບັບ, ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 12 ສະບັບ ແລະ ຂົງເຂດຕ່າງປະເທດ 5 ສະບັບ, ແລະ ນິຕິກຳໃຕ້ກົດໝາຍອີກຈຳນວນຫຼວງຫຼາຍ; ພ້ອມນັ້ນ, ຍັງຈະສືບຕໍ່ສ້າງ ແລະ ປັບປຸງຕໍ່ໄປເລື້ອຍໆ ເພື່ອເຮັດໃຫ້ເຄື່ອງມືໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍ ນັບມື້ເປັນລະບົບຄົບຊຸດເທືື່ອລະກ້າວ ທັງເປັນພື້ນຖານຄ້ຳປະກັນໃຫ້ແກ່ການປະຕິບັດ ແລະ ເສີມຂະຫຍາຍສິດເປັນເຈົ້າຢ່າງເຕັມສ່ວນຂອງປະຊາຊົນ ໃນການເຂົ້າຮ່ວມສ້າງ ແລະ ປູແນວທາງຂອງພັກ ແລະ ກົດໝາຍຂອງລັດ ຕາມທິດທີ່ວ່າ: ໃຫ້ປະຊາຊົນຮູ້, ປະຊາຊົນປຶກສາ, ປະຊາຊົນເຂົ້າຮ່ວມຈັດຕັ້ງປະຕິບັດ, ປະຊາຊົນຕິດຕາມກວດກາ ແລະ ປະຊາຊົນໄດ້ຮັບຜົນປະໂຫຍດຊອບທຳ ພ້ອມທັງຍົກສູງນ້ຳໃຈຮັກຊາດ, ເປັນເຈົ້າຂອງປະເທດ, ສາມັກຄີເປັນປຶກແຜ່ນແໜ້ນໜາພາຍໃນຊາດ ແລະ ມີນ້ຳໃຈເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ພ້ອມກັນປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ຢ່າງເຂັ້ມງວດ, ສັກສິດ ແລະ ສືບຕໍ່ປະກອບສ່ວນຢ່າງສົມກຽດ ເຂົ້າໃນການປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ໄປຕາມຈຸດໝາຍທີ່ພັກ ແລະ ລັດເຮົາວາງໄວ້.

(ນາງ ອາລິນ ສຸພິມມະປະດິດ)

