ປັບປຸງບາງມະຕິຄະນະປະຈຳສະພາແຫ່ງຊາດ

ກ.ຍ. 26, 2026

(ສພຊ) – ກອງປະຊຸມປັບປຸງບາງມະຕິຂອງຄະນະປະຈຳສະພາແຫ່ງຊາດ ໄດ້ຈັດຂຶ້ນລະຫວ່າງວັນທີ 25-26 ກັນຍາ 2026 ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການຜັດປ່ຽນເປັນປະທານຂອງຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຄື: ທ່ານ ບຸນທັນ ບຸນວິໄລ ແລະ ທ່ານ ຄຳສະໄໝ ສຳມາວົງ ຕາມລຳດັບ ເຊິ່ງມີບັນດາຮອງປະທານກໍາມາທິການ ແລະ ຮອງຫົວໜ້າຫ້ອງວ່າການ, ຄະນະກົມ-ພະແນກ ແລະ ວິຊາການ ຈາກ 20 ກົມພາຍໃນ ສພຊ ເຂົ້າຮ່ວມກວ່າ 40 ທ່ານ.
ທ່ານ ບຸນທັນ ບຸນວິໄລ ກ່າວວ່າ: ຈຸດປະສົງ ແລະ ເນື້ອໃນຂອງກອງປະຊຸມຄັ້ງນີ້ ແມ່ນສຸມໃສ່ປະກອບຄຳເຫັນໃສ່ການປັບປຸງມະຕິຂອງຄະນະປະຈຳສະພາແຫ່ງຊາດ ຈຳນວນ 3 ສະບັບ ຄື:
1) ມະຕິສະບັບເລກທີ 40/ຄປຈ, ລົງວັນທີ 14 ກຸມພາ 2022 ວ່າດ້ວຍການກໍານົດເງິນແຮຄະນະເຄື່ອນໄຫວພາຍໃນປະເທດ ເຊິ່ງໄດ້ປັບປຸງເນື້ອໃນຈຳນວນໜຶ່ງ ແລະ ໂຮມເຂົ້າເປັນມາດຕາໜຶ່ງຂອງມະຕິສະບັບເລກທີ 41/ຄປຈ.
2) ມະຕິສະບັບເລກທີ 41/ຄປຈ, ລົງວັນທີ 14 ກຸມພາ 2022 ວ່າດ້ວຍການນຳໃຊ້ງົບປະມານຂອງລັດເຂົ້າໃນການເຄື່ອນໄຫວວຽກງານທາງລັດຖະການພາຍໃນສະພາແຫ່ງຊາດ ເຊິ່ງການປັບປຸງສ່ວນໃຫຍ່ແມ່ນຊື່ເອີ້ນຂອງບັນດາກຳມາທິການ, ຫ້ອງວ່າການ ຕາມການປັບປຸງກົງຈັກສະພາແຫ່ງຊາດ ຊຸດທີ X ໂດຍມາດຕາທີ່ເພີ່ມເຂົ້າໃໝ່ແມ່ນໄດ້ກຳນົດການນຳໃຊ້ງົບປະມານເຄື່ອນໄຫວວຽກງານທາງລັດຖະການຢູ່ຕ່າງປະເທດ, ການປະກອບຄະນະຕ້ອນຮັບແຂກຕ່າງປະເທດ, ລະບຽບການຈັດກອງປະຊຸມສຳມະນາ ແລະ ຝຶກອົບຮົມ, ການຄິດໄລ່ງົບປະມານຮັບໃຊ້ກອງປະຊຸມສະພາແຫ່ງຊາດ.
3) ມະຕິສະບັບເລກທີ 42/ຄປຈ, ລົງວັນທີ 14 ກຸມພາ 2022 ວ່າດ້ວຍການຄຸ້ມຄອງແຫຼ່ງທຶນຊ່ວຍເຫຼືອລ້າຈາກອົງການຈັດຕັ້ງສາກົນ ໃຫ້ສອດຄ່ອງຕາມການປັບປຸງກົງຈັກຂອງສະພາແຫ່ງຊາດ ຊຸດທີ X.
ກອງປະຊຸມໄດ້ຮັບຟັງການສະເໜີຮ່າງມະຕິດັ່ງກ່າວ; ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ເອົາໃຈໃສ່ຄົ້ນຄວ້າ, ປະກອບຄໍາເຫັນໄປເທື່ອລະມາດຕາ ເພື່ອໃຫ້ມະຕິມີເນື້ອໃນສົມບູນຄົບຖ້ວນ, ຖືກຕ້ອງ, ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ສາມາດນຳໄປຈັດຕັ້ງປະຕິບັດ.

(ສອນສັກ ວັນວິໄຊ)