(ສພຊ) – ວັນທີ 20 ຕຸລານີ້, ທ່ານ ສັນຕິສຸກ ສິມມະລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາໄຊເບີ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ X ໂດຍທ່ານໃຫ້ຮູ້ວ່າ: ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກຳທາງລະບົບຄອມພິວເຕີສະບັບທຳອິດ ໄດ້ຖືກຮັບຮອງໃນກອງປະຊຸມ ສພຊ ຊຸດທີ VII ແລະ ປະກາດໃຊ້ຢ່າງເປັນທາງການເມື່ອເດືອນສິງຫາ 2015. ມາຮອດປັດຈຸບັນ, ສປປລາວ ໄດ້ມີການຂະຫຍາຍຕົວທາງດ້ານພື້ນຖານໂຄງລ່າງເຕັກໂນໂລຊີການສື່ສານຢ່າງກ້າວກະໂດດ, ຕົວເລກການນຳໃຊ້ອິນເຕີເນັດ, ສື່ສັງຄົມອອນລາຍ, ປັນຍາປະດິດ (AI), ການເຮັດທຸລະກຳການເງິນ, ການບໍລິການຝາກຂໍ້ມູນ ແລະ ລະບົບຖານຂໍ້ມູນຕ່າງໆ ໄດ້ເພີ່ມຂຶ້ນຢ່າງໄວວາ; ເພື່ອຕອບສະໜອງຕໍ່ການເຕີບໂຕດັ່ງກ່າວ, ລັດຖະບານໄດ້ຊຸກຍູ້ການຫັນເປັນດິຈິຕອນ ໂດຍເນັ້ນໃສ່ 3 ເສົາຄ້ຳຕົ້ນຕໍຄື: ລັດຖະບານດິຈິຕອນ, ເສດຖະກິດດິຈິຕອນ ແລະ ສັງຄົມດິຈິຕອນ.
ເຖິງຢ່າງໃດກໍຕາມ, ຄຽງຄູ່ກັບຄວາມສະດວກສະບາຍ ແລະ ການສ້າງໂອກາດໃໝ່ໆນັ້ນ, ພວກເຮົາພັດຕ້ອງປະເຊີນກັບໄພຄຸກຄາມຈາກອາຊະຍາກຳໄຊເບີທີ່ເຂົ້າມາສ້າງຄວາມເສຍຫາຍ ເຊິ່ງພົບເຫັນເລື້ອຍໆ ແລະ ສ້າງຜົນກະທົບຫຼາຍ ແລະ ເປັນວົງກວ້າງຢູ່ປະເທດເຮົາໃນປັດຈຸບັນ ມີຫຼາຍຮູບແບບ ເປັນຕົ້ນ: ການສໍ້ໂກງທາງອອນລາຍ (Online Scams) ດ້ວຍ AI ແລະ Deepfake, ການເຈາະລະບົບ ແລະ ໂຈລະກຳຂໍ້ມູນ (Hacking & Data Breach) ພື້ນຖານໂຄງລ່າງທີ່ສຳຄັນ, ການແຜ່ກະຈາຍຂ່າວປອມ ແລະ ຂະບວນການສໍ້ໂກງຜ່ານລະບົບໂທລະຄົມຄໍເຊັນເຕີ (Call Centers); ພ້ອມດຽວກັນ, ປີຜ່ານມາ ສປປລາວ ກໍໄດ້ເຂົ້າຮ່ວມໃນສົນທິສັນຍາວ່າດ້ວຍການຕ້ານອາຊະຍາກໍາທາງໄຊເບີຂອງອົງການສະຫະປະຊາຊາດ ຢູ່ທີ່ນະຄອນຫຼວງຮ່າໂນ້ຍ, ສສ.ຫວຽດນາມ.
ດ້ວຍສະພາບການທີ່ຮ້າຍແຮງ ແລະ ປ່ຽນແປງໄວດັ່ງກ່າວນີ້, ຈຶ່ງເປັນສາເຫດສຳຄັນທີ່ຈຳເປັນຕ້ອງໄດ້ທົບທວນ ແລະ ປັບປຸງນິຕິກຳຄືນໃໝ່ຢ່າງຮີບດ່ວນ; ເປົ້າໝາຍສູງສຸດ ແມ່ນການສ້າງເຄື່ອງມືທາງກົດໝາຍທີ່ເຂັ້ມແຂງ, ຮັດກຸມ ແລະ ທັນສະໄໝ ເພື່ອປົກປ້ອງຄວາມໝັ້ນຄົງຂອງຊາດ, ເສດຖະກິດ-ສັງຄົມ ແລະ ລະບົບພື້ນຖານໂຄງລ່າງທີ່ສຳຄັນ ຈາກການໂຈມຕີທາງໄຊເບີ, ພ້ອມທັງສາມາດເຊື່ອມໂຍງກັບມາດຕະຖານ ແລະ ກົນໄກການຮ່ວມມືສາກົນ. ການປັບປຸງກົດໝາຍສະບັບນີ້ ຈຶ່ງມີຄວາມຈຳເປັນຢ່າງຍິ່ງທາງດ້ານເສດຖະກິດ-ສັງຄົມ ເພາະອາຊະຍາກຳໄຊເບີໄດ້ສ້າງຄວາມເສຍຫາຍຢ່າງມະຫາສານ; ພວກເຮົາຈຳເປັນຕ້ອງມີກົດໝາຍທີ່ເຂັ້ມແຂງ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ນັກລົງທຶນ, ຈຳເປັນຕ້ອງມີຂອບກົດໝາຍທີ່ຮອງຮັບການເກັບຮັກສາ ແລະ ນຳໃຊ້ຫຼັກຖານທາງດິຈິຕອນໃນຂັ້ນສານ, ແລະ ຮອງຮັບການເຊື່ອມໂຍງກັບສາກົນ.
ສຳລັບຜົນໄດ້ຮັບ ແລະ ຜົນກະທົບນັ້ນ, ທ່ານໃຫ້ຮູ້ວ່າ: ການມີນິຕິກຳທີ່ຮັດກຸມ ຈະຊ່ວຍໃຫ້ເຈົ້າໜ້າທີ່ມີບ່ອນອີງທາງກົດໝາຍທີ່ຈະແຈ້ງໃນການດຳເນີນຄະດີກັບຮູບແບບອາຊະຍາກຳໃໝ່ໆ; ພ້ອມກັນນັ້ນ, ປະຊາຊົນ ແລະ ທຸລະກິດ ຈະໄດ້ຮັບການປົກປ້ອງຊັບສິນ ແລະ ຂໍ້ມູນສ່ວນຕົວ, ລະບົບພື້ນຖານໂຄງລ່າງທີ່ສຳຄັນ ເຊັ່ນ: ທະນາຄານ, ໂທລະຄົມ, ພະລັງງານ, ການຄ້າ, ສາທາລະນະສຸກ,… ຈະປອດໄພຂຶ້ນ ເຊິ່ງຈະເປັນການສົ່ງເສີມການຂະຫຍາຍຕົວຂອງເສດຖະກິດດິຈິຕອນ. ເຖິງຢ່າງໃດກໍຕາມ, ກໍມີສິ່ງທ້າທາຍທີ່ຕ້ອງລະມັດລະວັງ ເຊັ່ນ: ຜູ້ໃຫ້ບໍລິການອິນເຕີເນັດ ແລະ ໂທລະຄົມ ອາດຈະຕ້ອງຮັບພາລະຕົ້ນທຶນທີ່ເພີ່ມຂຶ້ນໃນການຈັດຫາລະບົບເກັບຮັກສາຂໍ້ມູນ; ນອກຈາກນີ້, ຕ້ອງລະມັດລະວັງການກຳນົດຖານຄວາມຜິດໃຫ້ຈະແຈ້ງ ເພື່ອບໍ່ໃຫ້ເກີດຄວາມສ່ຽງທີ່ຈະຖືກເບິ່ງວ່າ ເປັນການຈຳກັດສິດເສລີພາບໃນການສະແດງອອກຂອງປະຊາຊົນ.
ປັບປຸງກົດໝາຍໃຫ້ເຂັ້ມແຂງ ເພື່ອຕ້ານອາຊະຍາກຳໄຊເບີ
