ປັບປຸງກົດໝາຍການຕ້ານ ແລະ ສະກັດກັ້ນອາຊະຍາກຳທາງລະບົບຄອມພິວເຕີ

ພ.ພ. 27, 2026

(ສພຊ) – ກົມຄວາມປອດໄພທາງໄຊເບີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມປຶກສາຫາລື ແລະ ທາບທາມຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກຳທາງລະບົບຄອມພິວເຕີ (ສະບັບປັບປຸງ) ໃນວັນທີ 26 ພຶດສະພາ 2026 ໂດຍການເປັນປະທານຂອງທ່ານ ແກ້ວວີສຸກ ໂສລະພົມ ຮອງລັດຖະມົນຕີ ກຕສ, ມີບັນດາຫົວໜ້າ-ຮອງຫົວໜ້າກົມ, ທຽບເທົ່າກົມ ອ້ອມຂ້າງກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ແກ້ວວີສຸກ ໂສລະພົມ ກ່າວວ່າ: ການປັບປຸງຮ່າງກົດໝາຍດັ່ງກ່າວ ເພື່ອສ້າງຂອບເຂດນິຕິກຳທີ່ຮັດກຸມຂຶ້ນ ເພື່ອເປັນບ່ອນອີງໃນການຕິດຕາມ, ກວດກາ ແລະ ດຳເນີນຄະດີຕໍ່ຜູ້ກະທຳຜິດຢ່າງເຂັ້ມງວດ, ຕ້ານ ແລະ ສະກັດກັ້ນ ເພື່ອຈຳກັດ ແລະ ກໍາຈັດທຸກອາຊະຍາກຳ, ປົກປ້ອງລະບົບຖານຂໍ້ມູນ, ລະບົບເຊີເວີ, ຂໍ້ມູນທາງລະບົບຄອມພິວເຕີ, ກຽດສັກສີຂອງບຸກຄົນ ແລະ ຮັບປະກັນຄວາມໝັ້ນຄົງຂອງຊາດ, ເຊື່ອມໂຍງກັບສາກົນ ເພື່ອໃຫ້ສອດຄ່ອງກັບສົນທິສັນຍາ ແລະ ມາດຕະຖານສາກົນ ວ່າດ້ວຍການຮ່ວມມືຕ້ານອາຊະຍາກຳທາງໄຊເບີ ເຊິ່ງກົດໝາຍສະບັບນີ້ ບໍ່ພຽງຈະເປັນເຄື່ອງມືຂອງລັດຖະບານເທົ່ານັ້ນ ແຕ່ຍັງເປັນກົນໄກສຳຄັນໃນການສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກລົງທຶນ ແລະ ການພັດທະນາເສດຖະກິດດິຈິຕອນໃນ ສປປລາວ ໃຫ້ມີຄວາມຍືນຍົງ.
ທ່ານ ສຸເນດໂຕ ຊາພັກດີ ຮອງຫົວໜ້າກົມຄວາມປອດໄພທາງໄຊເບີ ໄດ້ລາຍງານສະພາບການຄົ້ນຄວ້າ, ປັບປຸງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງລະບົບຄອມພິວເຕີ ສະບັບປີ 2015 ທີ່ນໍາໃຊ້ໃນປັດຈຸບັນ ເຫັນວ່າມີເນື້ອໃນບາງສ່ວນຍັງບໍ່ທັນສອດຄ່ອງກັບສະພາບການອາຊະຍາກໍາທາງໄຊເບີໃນປັດຈຸບັນ ກໍຄືໄພຂົ່ມຂູ່, ໄພຄຸກຄາມ, ຮູບແບບການໂຈມຕີທາງໄຊເບີ.