ກອງປະຊຸມປະເມີນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2026 ຂອງ 03 ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ ສະພາປະຊາຊົນແຂວງ ເຊກອງ (ສພຂ) ຄື: ໜ່ວຍພັກຄະນະກໍາມະການຍຸຕິທໍາ ແລະ ປກຊ-ປກສ, ໜ່ວຍພັກເສດຖະກິດ ແລະ ວັດທະນະທໍາ-ສັງຄົມ ແລະ ໜ່ວຍພັກຄະນະເລຂາທິການ ສະພາປະຊາຊົນແຂວງ ໄດ້ຈັດຂຶ້ນຕອນເຊົ້າວັນທີ 24 ພະຈິກ 2026 ນີ້ ທີ່ສະໂມສອນ ສພຂ, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ປອ. ຕຸລາວັນ ວົງໄຊ ກໍາມະການປະຈໍາພັກແຂວງ ຮອງປະທານສະພາປະຊາຊົນແຂວງ, ມີບັນດາສະຫາຍ ຄະນະພັກຮາກຖານ ສະພາປະຊາຊົນແຂວງ, ຄະນະໜ່ວຍພັກ, ຫົວໜ້າ-ຮອງຈຸ, ສະມາຊິກພັກ ແລະ ແຂກຖືກເຊີນເຂົ້າຮ່ວມ. 
ພ້ອມນີ້, ບັນດາຜູ້ແທນກອງປະຊຸມ ກໍໄດ້ພ້ອມກັນປະກອບຄຳຄິດຄຳເຫັນໃສ່ຮ່າງບົດລາຍງານການປະເມີນ ການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ບົດສະຫຼຸບຕີລາຄາຜົນສໍາເລັດການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2026 ແລະ ທິດທາງແຜນການປະຈໍາປີ 2027 ຂອງທັງ 03 ໜ່ວຍພັກ ດ້ວຍຄວາມຮັບຜິດຊອບສູງ ເພື່ອໃຫ້ເປັນຮ່າງທີ່ສົມບູນສາມາດນຳໄປຈັດຕັ້ງປະຕິບັດ ແລະ ເປັນບ່ອນອີງໃນການນຳພາ-ຊີ້ນຳໃນຕໍ່ໜ້າ.
ໃນໂອກາດດັ່ງກ່າວ, ສະຫາຍ ປອ. ຕຸລາວັນ ວົງໄຊ ໄດ້ມີຄໍາເຫັນໂອ້ລົມເນັ້ນໜັກໃຫ້ຄະນະໜ່ວຍພັກ ແລະ ສະມາຊິກພັກ ທັງ 03 ໜ່ວຍພັກ ເພີ່ມທະວີໃນການຄົ້ນຄວ້າ, ເຊື່ອມຊຶມ ແລະ ກຳແໜ້ນບັນດາເນື້ອໃນຫລັກການ, ບາດກ້າວ, ຂັ້ນຕອນ ແລະ ວິທີການຈັດຕັ້ງປະຕິບັດ ໂດຍສະເພາະເນື້ອໃນ 05 ມາດຖານ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດແຜນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃນປີ 2027 ໃຫ້ມີຜົນສໍາເລັດ ຕາມແຜນການທີ່ວາງໄວ້. #ໂດຍ: ນາລີວັນ.

