

ທ່ານ ພູເງິນ ລາດທະຈັກ ນາຍບ້ານນາວາງໃຫຍ່ ເມືອງໜອງບົກ ໄດ້ລາຍງານສະພາບຈຸດພິເສດ ແລະ ຜົນງານການຈັດຕັ້ງ ປະຕິບັດໜ້າທີ່ວຽກງານໃນ1 ປີຜ່ານມາໂດຍສັງເຂບ ວ່າ:ບ້ານນາວາງໃຫ່ຍແມ່ນບ້ານໜຶ່ງທີ່ ມີປູຊະນິຍະສະຖານ ອົງພະທາດຕູມພະວັງອັນເກົ່າແກ່ ມີອາຍຸ 2556 ປີ, ບ້ານນາວາງໃຫຍ່ຕັ້ງຢູ່ເລາະລຽບຕາມແຄມ ແມ່ນ້ຳເຊບັ້ງໄຟ ທາງຕາເວັນອອກສ່ຽງໃຕ້ຂອງເມືອງໜອງບົກ ແຂວງຄຳມ່ວນ ທິດເໜືອຕິກັບບ້ານຊຳນາດີ, ທິດໃຕ້ຕິກັບບ້ານນາ ວາງທົ່ງ, ທິດຕາເວັນອອກຕິກັບເມືອງໄຊບູລີ ແຂວງສະຫວັນະເຂດ, ທິດຕາເວັນຕົກຕິດກັບ ບ້ານດົງຜັກເຝື້ອ ແລະບ້ານຕານເທິງ; ເຊີ່ງມີຈຳນວນຄອບຄົວທັງໝົດ 272 ຄອບຄົວ, ມີ 277 ຫຼັງຄາ, ມີພົນ ລະເມືອງ 1.398 ຄົນ, ຍິງ 675 ຄົນ, ມີ 1 ຊົນເຜົ່າຄື: ຊົນເຜົ່າລາວ ສະເລ່ຍຄວາມໜາແໜ້ນ ຂອງປະຊາກອນ 0,30 ຕາແມັດ/ຄົນ, ມີພື້ນຖານໂຄງລ່າງ ຖະໜົນຫົນທາງທຽວສະດວກໄດ້ຕະຫຼອດປີ, ປະຊາຊົນສ່ວນໃຫຍ່ຢຶດ ຖືອາຊີບປູກຝັງ-ລ້ຽງສັດ ເປັນຕົ້ນຕໍເຊັ່ນ: ປູກເຂົ້ານາປີ – ນາແຊງເປັນຫຼັກ, ລ້ຽງເປັດ, ໄກ່, ງົວ, ຄວາຍ, ແບ້ ແລະ ປູກພືດຜັກເປັນສຳຮອງ ເພື່ອສ້າງລາຍຮັບເຂົ້າສູ່ຄອບຄົວ; ຜ່ານການຈັດຕັ້ງເຜີຍແຜ່, ເຊື່ອມຊຶມ, ຜັນຂະຫຍາຍ ແນວທາງ, ແຜນນະໂຍບາຍ, ມະຕິ, ຄໍາສັ່ງ, ກົດລະບຽບຂອງພັກ ແລະ ກົດໝາຍຂອງລັດໃນ 1 ປີຜ່ານມາ ສາມາດເຫັນໄດ້ຄະນະພັກ, ອົງການປົກຄອງບ້ານຕະຫຼອດຮອດປະຊາຊົນ ມີແນວຄິດອຸ່ນອຽນທຸ່ນທ່ຽງເຊື່ອໝັ້ນ ຕໍ່ການຊີ້ນຳໆພາຂອງພັກ ແລະ ການຄຸ້ມຄອງຂອງລັດ, ມີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ເຄົາລົບ ແລະ ປະຕິບັດຕາມລະບຽບ ແລະ ກົດໝາຍຕ່າງໆທີ່ຂັ້ນເທິງວາງອອກແຕ່ລະໄລຍະຢ່າງເຂັ້ມງວດ, ປະກອບສ່ວນ ເຫື່ອແຮງສະຕິປັນຍາເຂົ້າໃນການພັດ ທະນາບ້ານເມືອງຢ່າງຕັ້ງໜ້າ; ຂົງເຂດເສດຖະກິດບ້ານນາວາງໃຫຍ່ ມີເນື້ອ ທີ່ທັງໝົດ 421,57 ຮຕ, ໃນນັ້ນເນື້ອ ທີ່ທໍາການຜະລິດນາປີ115,7 ຮຕ, ສະມັດຕະພາບ 3,7 ໂຕນ/ເຮັກຕາ, ເນື້ອທີ່ນາແຊງ 273,46 ຮຕ, ສະມັດ ຕະພາບ 4,3 ໂຕນ/ເຮັກຕາ, ສະເລຍ 1440 ກິໂລ/ຄົນ/ຕໍ່ປີ, ເນື້ອທີ່ດິນ ປ່າຊ້າ 1,31 ຮຕ, ເນື້ອທີ່ດິນປຸກສ້າງ 12, 22 ຮຕ ເນື້ອທີ່ດິນສັກສິດ 0,20 ຕາແມັດ ແລະ ປະເພດດິນອື່ນໆ 18,62 ຮຕ, ມີຄວາຍ 5 ໂຕ ງົວ 176 ໂຕ ແລະ ສັດປີກ 2891 ໂຕ, ມີໂຄງການຊົນລະປະທານ 2 ໂຄງການ ສາມາດສະໜອງນ້ຳຫົດເນື້ອທີ່ນາແຊງໄດ້ 100% ຂອງເນື້ອທີ່ປູກຝັງ, ປະຊາຊົນໄດ້ນໍາໃຊ້ເຕັກນິກກົນຈັກທີ່ ທັນສະໃໜເຂົ້າໃນການຜະລິດ, ມີກອງທຶນນໍ້າ ເທີນສອງຈໍານວນເງິນທັງໝົດ 478,562,798 ກີບ, ປ່ອຍກູ້ໃຫ້ປະ ຊາຊົນລົງສູ່ການຜະລິດຈໍານວນ 232,000, 000 ກີບ, ປະຊາຊົນສາມາດສ້າງລາຍຮັບດ້ວຍຕົນເອງ ເພິ່ງຕົນເອງ ແລະ ກຸ້ມຕົນເອງ; ພາຍໃນບ້ານມີໂຮງສີເຂົ້າຂະໜາດນ້ອຍ 12 ໂຮງ, ຮ້ານຂາຍເຄື່ອງຍ່ອຍ 9 ຮ້ານ, ຮ້ານເສີມສວຍ 1 ຮ້ານ ແລະ ມີຕະຫຼາດຊຸມຊົນໜຶ່ງແຫ່ງ ເປີດສະເພາະວັນເສົາ; ພາຍໃນບ້ານມີເສັ້ນທາງຫຼວງ 1 ເສັ້ນ, ເສັ້ນທາງ ຮ່ອມທາງຊອຍ 5 ເສັ້ນ, ລົດຫົກລໍ້ 5 ຄັນ, ລົດກະບະ 8 ຄັນ; ແນວລົດເກງ 2 ຄັນ, ລົດຕູ້ 6 ຄັນ, ແລະ ຫຸ່ນໃດ, 11 ຄັນ, ລົດໄຖນາໃຫຍ່ 6 ຄັນ, ໄຖນາຢ່າງຕາມ 98 ຄັນ, ລົດຈັກ 185 ຄັນ, ເຮືອຫາງຍາວ 14 ລຳ, ເຮືອໃຫ່ຍຂົນສົ່ງໂດຍສານ 2 ລຳ, ມີບັກ 1 ລຳ, ສຳເລັດການກໍ່ສ້າງຕ້ານເຈື່ອນຢູ່ທ່າວັດທາດຕູມພະວັງ ໃນມູນຄ່າ 7,9 ຕື້ກີບ; ບ້ານນາວາງໃຫ່ຍມີໂຮງຮຽນ 2 ແຫ່ງ, ມີໂຮງຮຽນປະຖົມສົມບູນ 1 ແຫ່ງ ມີຫ້ອງສອນ 5 ຫ້ອງ, ມີຄູສອນ 5 ຄົນຍິງ 5 ຄົນ, ມີນັກຮຽນທັງໝົດ 121 ຄົນ,ຍິງ 58 ຄົນ, ມີໂຮງຮຽນອະນຸບານ 1 ແຫ່ງ ມີຫອ້ງ ສອນ 3 ຫ້ອງ, ມີຄູສອນ 2 ຄົນ,ຍິງ 2 ຄົນ, ມີນັກຮຽນທັງໝົດ 35 ຄົນ ເດັກນ້ອຍໃນເກນອາຍຸ ໄດ້ເຂົ້າເຖິງຕາ ໜ່າງການບໍລິການດ້ານການສຶກສາຢ່າງທົ່ວເຖິງ; ພາຍໃນບ້ານມີສຸສາລາ 1 ແຫ່ງ ປະຊາຊົນມີຄວາມຕື່ນຕົວຮັກສາ ອະນາໄມສາມສະອາດ, ໄດ້ຮັບການສັກ ຢາວັກຊີນໄດ້ຄົບ 2 ເຂັ້ມ ປະຊາສໍາພັນໂຄສະນາເປັນປົກກະຕິໃຫ້ພໍ່ແມ່ ປະຊາຊົນໄດ້ຮູ້ເຖິງວິທີປ້ອງກັນພະຍາດອັກເສບປອດສາຍພັນໃໝ່ ຕາມຄຳສັ່ງແຈ້ງການຂອງພາກສ່ວນກ່ຽວຂ້ອງ ແຕ່ລະໄລຍະ, ນຳພາປະຊາຊົນອອກແຮງານ ວັນເສົາແດງຕ້ານໄພຍຸງລາຍໄດ້ 2 ຄັ້ງ, ມີຄົນເຂົ້າຮ່ວມ 174 ຄົນ, ຍິງ 51 ຄົນ; ພໍ່ແມ່ປະຊາຊົນຕື່ນຕົວເຄົາລົບ ແລະ ປະຕິບັດຕາມຮີດຄອງປະເພນີຂະນົບທຳນຽມປົກປັກຮັກສາວັດ ທະນະທຳຂອງຊາດ ກໍ່ຄືຂອງທ້ອງຖິ່ນ, ມີວັດ 2 ແຫ່ງ ແລະ ໄດ້ບູລະນະສ້ອມແຊມວັດວາອາຮາມໃຫ້ມີຄວາມ ຈົບງາມ.

ທ່ານປະທານສະພາແຫ່ງຊາດ ໄດ້ໂອ້ລົມ ແລະ ຍ້ອງຍໍຊົມເຊີຍ ພ້ອມໃຫ້ທິດຊີ້ນຳຕໍ່ອຳນາດການປົກ ຄອງບ້ານນາວາງໃຫຍ່ ເຊິ່ງທ່ານ ໄດ້ເນັ້ນໃຫ້ເສີມຂະຫຍາຍການປູກຝັງ-ລ້ຽງສັດໃຫ້ກາຍເປັນສິນຄ້າກ້າວໄປເປັນ ສະຫະກອນແບບໃໝ່ທີ່ ຕິດພັນກັບວຽກງານທ່ອງທ່ຽວທີ່ມີທ່າແຮງ ເພາະບ້ານນາວາງໃຫຍ່ ກໍ່ແມ່ນບ້ານໜຶ່ງທີ່ມີ ປູຊະນີຍະສະຖານທີ່ເກົ່າແກ່ ນອກຈາກນັ້ນ, ກໍຕ້ອງໄດ້ເອົາໃຈໃສ່ວຽກງານສຶກສາ, ວຽກງານສາທາລະນະສຸກ ໃຫ້ມີ ສະຕິລະວັງຕົວການແຜ່ລະບາດຂອງພະຍາດ ໂຄວິດ-19, ວຽກປ້ອງກັນຄວາມສະຫງົບບັນຫາຢາເສບຕິດ ພ້ອມກັນນັ້ນ ທ່ານ ປອ.ໄຊສົມພອນ ພົມວິຫານ ໄດ້ມອບເງີນບ້ານນາວ່າງໃຫ່ຍ ຈຳນວນ 20 ລ້ານກີບ.

ຈາກນັ້ນ, ປະທານສະພາແຫ່ງຊາດພ້ອມດ້ວຍຄະນະໄດ້ຢ້ຽມຢາມໂຮງຮຽນດົງພົງເພົາ,ໂຄງການຕາຝັ່ງເຈື່ອນ ແລະ ໂຄງການຊົນລະປະທານຕື່ມອີກ.
