loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ປະທານ ສພຂ ຫົວພັນ ເຂົ້າຮ່ວມພິທີມອບ-ຮັບ ສວນມິດຕະພາບ ຊາວໜຸ່ມ ເມືອງແອດ – ຊົງມ່າ.

ທ.ວ. 5, 2023 | ເຂດ 8 ຫົວ​ພັນ

            ວັນທີ 1 ທັນວາ 2023 ຜ່ານມານີ້, ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການ ສຳຮອງສູນກາງພັກ ຮອງເລຂາພັກແຂວງ ປະທານ ສະພາປະຊາຊົນແຂວງ ຫົວພັນ ພ້ອມດ້ວຍ ການນຳ ເມືອງ ແອດ, ການນໍາ ເມືອງ ຊົງມ່າ, ພະນັກງານ, ທະຫານ, ຕຳຫຼວດ, ພໍ່ແມ່ ປະຊາຊົນ ຕະຫຼອດຮອດ ນ້ອງໆນັກຮຽນ ແລະ ຫຼານນ້ອຍເຍົາວະຊົນ ເຂົ້າຮ່ວມພິທີ ມອບ – ຮັບ ແລະ ເປີດການນໍາໃຊ້ ສວນມິດຕະພາບຊາວໜຸ່ມ ເມືອງແອດ ແລະ ເມືອງຊົງມ່າ ແຂວງເຊິນລາ ສສ ຫວຽດນາມ ຢູ່ທີ່ເມືອງແອດ ແຂວງຫົວພັນ.
                  ໂຄງການດັ່ງກ່າວ ໄດ້ເລີ່ມລົງມືກໍ່ສ້າງ ມາແຕ່ວັນທີ 22/3/2023 ມາເຖິງວັນທີ 25/11/2023 ຈຶງໄດ້ສຳເລັດ ໃຊ້ເວລາໃນການກໍ່ສ້າງ 9 ເດືອນ ໂດຍແມ່ນ ບໍລິສັດ ຊວນເຮືອງ ສົ່ງເສີມກະສິກຳການຄ້າ ຂາອອກ – ຂາເຂົ້າ ຈໍາກັດຜູ້ດຽວ ເປັນຜູ້ຮັບເໝົາ ກໍ່ສ້າງ ລວມມູນຄ່າການກໍ່ສ້າງທັງໝົດ 3,5 ຕື້ກີບ ໂດຍແມ່ນທຶນສົມທົບລະຫວ່າງເມືອງ ແອດ ແລະ ເມືອງ ຊົງມ່າ ສສ ຫວຽດນາມ ສວນດັ່ງກ່າວ ຈະກາຍເປັນບ່ອນສ້າງກິດຈະກຳ ສຳລັບຊາວໜຸ່ມ – ເຍົາວະຊົນ, ເປັນບ່ອນຫັດກາຍຍະບໍລິຫານ ຂອງທົ່ວສັງຄົມ, ເປັນສະຖານທີ່ສ້າງກິດຈະກຳຕ່າງໆ, ເປັນສັນຍາລັກ, ເປັນຫໍພິພິຕະພັນກາງແຈ້ງ ເຜີຍແຜ່ໃຫ້ການຈັດຕັ້ງ ແລະ ແຂກຕ່າງດ້າວ, ທ້າວຕ່າງແດນ ເປັນບ່ອນສຶກສາອົບຮົມສອນຄົນຮຸ່ນໜຸ່ມ ແລະ ທົ່ວສັງຄົມ ໃຫ້ຮັບຮູ້ ໄດ້ເຫັນເຖິງການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງ ສອງເມືອງ, ສອງແຂວງ ກໍຄືສອງຊາດລາວ – ຫວຽດນາມຕະຫຼອດໄປ.
              ໂອກາດນີ້, ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ຍັງໄດ້ເຂົ້້າຮ່ວມວາງກະຕ່າດອກໄມ້ ຢູ່ອານຸສອນສະຖານ ປະທານ ໄກສອນ ພົມວິຫານ ຮ່ວມກັບການນຳ ຂອງເມືອງ ແອດ ໃນໂອກາດ ວັນຊາດທີ 2 ທັນວາ ຄົບຮອບ 48 ປີຕື່ມອີກ.
ພາບ ແລະ ຂ່າວ: ສພຂ ຫົວພັນ