

ໃນການເຄື່ອນໄຫວຄັ້ງນີ້, ໄດ້ກວດກາສະພາບຄວາມເປັນຈິງຢູ່ 5 ບ້ານ ຂອງ 4 ເມືອງ ເຊັ່ນ: ບ້ານ ເມືອງຂາຍ ນະຄອນຫຼວງພະບາງ, ບ້ານສາມັກຄີໄຊ ເມືອງຊຽງເງິນ, ບ້ານຫາດຄີບ ເມືອງງອຍ, ບ້ານຫາດປາງ ເມືອງປາກອູ, ບ້ານຫ້ວຍຄໍ້ ເມືອງຈອມເພັດ; ພ້ອມທັງໄດ້ຮັບຟັງການລາຍງານສະພາບ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ດ້ານຕ່າງໆໃນການປະຕິບັດໜ້າທີ່ວຽກງານຂອງອຳນາດການປົກຄອງຂັ້ນເມືອງ, ຂັ້ນບ້ານ ແລະ ການຊົດເຊີຍໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາການສ້າງເຂື່ອນນໍ້າອູ່ 1, ນໍ້າອູ 2 ແລະ ເຂື່ອນນໍ້າຄານ.

ຈາກນັ້ນ, ຄະນະ ໄດ້ຮ່ວມກັບສະພາປະຊາຊົນແຂວງຫຼວງພະບາງ ຈັດກອງປະຊຸມເພື່ອແຈ້ງຜົນການ ຕິດຕາມກວດກາ ພ້ອມທັງຄຳສະເໜີຂອງພໍ່ແມ່ປະຊາຊົນບັນດາເຜົ່າ ໃຫ້ແກ່ພາກສ່ວນກ່ຽວຂ້ອງຮັບຊາບ ໂດຍສະເພາະພະແນກການພາຍໃນແຂວງ, ແນວລາວສ້າງຊາດແຂວງ, 3 ອົງການຈັດຕັ້ງມະຫາຊົນ, ປກສ ແຂວງ, ພະແນກກະສິກຳ ແລະ ປ່າໄມ້ແຂວງ, ພະແນກພະລັງງານ ແລະ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ເພື່ອນຳເອົາຜົນການຕິດຕາມກວດກາດັ່ງກ່າວໄປແກ້ໄຂຕາມພາລະບົດບາດຂອງ ຂະແໜງການທີ່ກ່ຽວຂ້ອງໃຫ້ທັນເວລາ ຖືກຕ້ອງກັບຄວາມເປັນຈິງ.
(ພາບ ແລະ ຂ່າວ: ບຸນຮັກສາ ແກ້ວມະນີ)