ປະທານ ກຕທ ຕ້ອນຮັບເອກອັກຄະລັດຖະທູດອິນເດຍ

ກ.ພ. 9, 2022

​(ສພຊ) ວັນທີ 8 ກຸມພາ 2022 ທີ່ສະພາແຫ່ງຊາດ, ທ່ານ ສັນຍາ ປຣະເສີດ ປະທານກໍາມາທິການການຕ່າງປະເທດ (ກຕທ) ສະພາແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ດິນກາ ອັດທະນາ ( DinkarAsthana) ເອກອັກຄະລັດຖະທູດ ແຫ່ງ ອິນເດຍ ປະຈໍາ ສປປລາວ ພ້ອມດ້ວຍຄະນະ.

​ໂອກາດດັ່ງກ່າວ, ທ່ານປະທານ ກຕທ ໄດ້ສະແດງຄວາມຍິນດີຕ້ອນຮັບແລະ ຕີລາຄາສູງຕໍ່ການເຂົ້າຢ້ຽມຂໍ່ານັບຂອງທ່ານເອກອັກຄະລັດຖະທູດແຫ່ງ ອິນເດຍ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສປປລາວ ແລະ ອິນເດຍ ເວົ້າລວມ, ເວົ້າສະເພາະແມ່ນລະຫວ່າງສະພາແຫ່ງຊາດລາວ ແລະ ສະຖານເອກອັກຄະລັດຖະທູດ ອິນເດຍ ປະຈໍາ ສປປລາວ, ສປປລາວ ແລະ ອິນເດຍເຊິ່ງໄດ້ມີສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ຍາວນານ ແລະເກົ່າແກ່ ເຊິ່ງສ້າງຕັ້ງສາຍພົວພັນການທູດນໍາກັນຢ່າງເປັນທາງການ ຕັ້ງແຕ່ປີ 1956 ເປັນຕົ້ນມາ.

​ພ້ອມດຽວກັນນັ້ນ, ທ່ານເອກອັກຄະລັດຖະທູດອິນເດຍ ກໍໄດ້ກ່າວສະແດງຄວາມຂອບໃຈທີ່ທ່ານປະທານ ກຕທ ພ້ອມດ້ວຍຄະນະ ໄດ້ໃຫ້ກຽດຕ້ອນຮັບອັນອົບອຸ່ນ ແລະ ແຈ້ງຈຸດປະສົງຂອງການເຂົ້າຢ້ຽມຂໍ່ານັບໃນຄັ້ງນີ້.

(ພາບ ແລະ ຂ່າວ: ສອນສັກ ວັນວິໄຊ)