ປະທານສະພາແຫ່ງຊາດ ໃຫ້ທິດຊີ້ນຳ 8 ຂໍ້ ຕໍ່ກອງປະຊຸມໃຫຍ່ຜູ້ພິພາກສາ ທົ່ວປະເທດ ຄັ້ງທີ XI

ມ.ຖ. 30, 2023 | SlideMobile, ຂ່າວເດັ່ນ

(ສພຊ) ໃນຕອນບ່າຍວັນທີ 29 ມີນາ 2023 ທ່ານ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ໄດ້ໃຫ້ທິດຊີ້ນຳ 8 ຂໍ້ ຕໍ່ກອງປະຊຸມໃຫຍ່ ຜູ້ພິພາກສາ ທົ່ວປະເທດ ຄັ້ງທີ XI ດັ່ງນີ້:
1. ຕ້ອງເຂົ້າໃຈ ແລະ ກໍາແໜ້ນໃນແນວທາງການສ້າງລັດທີ່ປົກຄອງດ້ວຍກົດໝາຍຢູ່ ສປປລາວ ໃຫ້ຖືກຕ້ອງ, ເລີກເຊິ່ງຕາມທີ່ກອງປະຊຸມໃຫຍ່ຂອງພັກວາງອອກ ໂດຍຢຶດໝັ້ນຫຼັກການທີ່ວ່າ ພັກນໍາພາ ແລະ ກໍາອໍານາດຕາມກົດໝາຍ, ລັດຄຸ້ມຄອງສັງຄົມດ້ວຍກົດໝາຍ, ປະຊາຊົນໃຊ້ສິດເປັນເຈົ້າ ສະເໝີພາບຕໍ່ໜ້າກົດໝາຍ ຈຸດໝາຍແຫ່ງການສ້າງລັດ ທີ່ປົກຄອງດ້ວຍກົດໝາຍຂອງພັກ ແມ່ນເພື່ອບັນລຸການສ້າງໃຫ້ລັດ ປະຊາທິປະໄຕ ປະຊາຊົນ ປະຕິບັດອຳນາດລັດ ຢ່າງຖືກຕ້ອງຕາມກົດໝາຍ ທັງສາມາດຮັບປະກັນຄວາມສັກສິດຂອງກົດໝາຍໄດ້ເປັນຢ່າງດີ ແລະ ທັງສາມາດຮັບປະກັນສິດເປັນເຈົ້າ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນໄດ້ຢ່າງຄົບຖ້ວນ ຈຶ່ງແມ່ນການສະແດງອອກຢ່າງເດັ່ນຊັດເຖິງທາດແທ້ຂອງລັດທີ່ມາຈາກປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນຢ່າງແທ້ຈິງ;
2. ເຊີດຊູບົດບາດຂອງອົງການຕຸລາການໃຫ້ເຂັ້ມແຂງ, ໜັກແໜ້ນ ໃຫ້ກາຍເປັນເຄື່ອງມື ທີ່ສັກສິດ ແລະ ເຂັ້ມງວດຂອງພັກ, ເປັນທີ່ເພິ່ງສຸດທ້າຍທາງດ້ານກົດໝາຍຂອງປະຊາຊົນ;
3. ເພີ່ມທະວີປັບປຸງການຈັດຕັ້ງຂອງສານປະຊາຊົນ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ໂດຍສະເພາະສານຂັ້ນຕົ້ນ ຕ້ອງມີຄວາມລະອຽດ, ຮອບຄອບໃນການດຳເນີນຄະດີ, ເກັບກຳຂໍ້ມູນຫຼັກຖານ ໃຫ້ມີຄວາມຄົບຖ້ວນ, ຮອບດ້ານ, ຈະແຈ້ງ ແລະ ພາວະວິໄສ ເພື່ອຮັບປະກັນໃຫ້ການຕັດສິນຄະດີ ມີຄວາມຖືກຕ້ອງ ແລະ ເປັນທຳ;
4. ເອົາໃຈໃສ່ບໍາລຸງ-ສ້າງຜູ້ພິພາກສາ, ພະນັກງານຂອງສານ ຖ້າຜູ້ພິພາກສາດີ-ເກັ່ງ ກໍຈະເຮັດໃຫ້ການຕັດສິນຄະດີມີຄວາມຖືກຕ້ອງ, ເປັນທໍາ. ສະນັ້ນ, ຂອດພະນັກງານ, ຜູ້ພິພາກສາ ຍາມໃດກໍຕ້ອງເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ເປັນກົກ, ໃຫ້ມີຄວາມໜັກແໜ້ນ, ມີມານະຈິດຟົດຟື້ນປະຕິວັດ ໂດຍໃຫ້ຖືເອົາການລົງຮາກຖານໃກ້ຊິດກັບປະຊາຊົນ ຖືເອົາປະຊາຊົນເປັນກົກ;
5. ປັບປຸງກົນໄກ, ແບບແຜນການຄົ້ນຄວ້າ, ຕັດສິນ ແລະ ພິພາກສາຄະດີ ໃຫ້ມີຄວາມຮັດກຸມ, ໂປ່ງໃສ ແລະ ກວດກາໄດ້, ສ້າງເງື່ອນໄຂໃຫ້ທະນາຍຄວາມ, ໂຈດ ແລະ ຈໍາເລີຍ ເຂົ້າຮ່ວມໃນການດໍາເນີນຄະດີ, ເພີ່ມທະວີໃຫ້ໂຈດ-ຈໍາເລີຍ ໂຕ້ແຍ່ງ-ໂຕ້ຖຽງກ່ຽວກັບຂໍ້ມູນຫຼັກຖານທີ່ແຕ່ລະຝ່າຍຍື່ນຕໍ່ສານໃຫ້ລະອຽດ, ຄົບຖ້ວນ ແລະ ສິ້ນສຸດຂະບວນການໂຕ້ແຍ່ງຕາມກົດໝາຍ, ນໍາເອົາຜົນຂອງການໂຕ້ແຍ່ງ-ໂຕ້ຖຽງດັ່ງກ່າວເປັນບ່ອນອີງ, ເຫດຜົນໃນການຕັດສິນແຕ່ລະບັນຫາ;
6. ຍົກສູງຄວາມຮັບຜິດຊອບຂອງຜູ້ພິພາກສາໃນການດໍາເນີນ, ຕັດສິນ ແລະ ພິພາກສາຄະດີ ເນື່ອງຈາກວ່າຜູ້ພິພາກສາ ເປັນຜູ້ບັງຄັບບັນຊາ, ຄວບຄຸມການດໍາເນີນ, ຊີ້ຂາດກ່ຽວກັບຄະດີ. ຍ້ອນແນວນັ້ນ ໃນການຕັດສິນ, ພິພາກສາຄະດີ ຕ້ອງຍົກສູງການນຳພາຂອງພັກ, ນຳພາການຕັດສິນ, ພິພາກສາຄະດີ ເພື່ອປົກປ້ອງສິດຜົນປະໂຫຍດຂອງລັດ, ຂອງປະຊາຊົນ. ການຄັດເລືອກຜູ້ພິພາກສາ ຕ້ອງຮັບປະກັນເງື່ອນໄຂ ມາດຕະຖານດ້ານຄຸນທາດການເມືອງ ແລະ ຄວາມຮູ້ຄວາມສາມາດຢູ່ໃນລະດັບອັນແນ່ນອນ; ສ້າງກົນໄກກໍານົດຄວາມຮັບຜິດຊອບຂອງຜູ້ພິພາກສາຢ່າງຈະແຈ້ງ;
7. ເພີ່ມທະວີການຕິດຕາມ ກວດກາ ການປະຕິບັດໜ້າທີ່ຕັດສິນຄະດີຂອງຜູ້ພິພາກສາ ແລະ ພະນັກງານກົດໝາຍ ໃຫ້ເປັນປົກກະຕິ ດ້ວຍການປັບປຸງກົນໄກ ແບບແຜນວິທີເຮັດວຽກ ພາຍໃນການຈັດຕັ້ງຂອງສານແຕ່ລະຂັ້ນ ໂດຍການເປີດກວ້າງດ້ວຍການຕໍານິສົ່ງຂ່າວຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອຊອກໃຫ້ເຫັນຜູ້ທີ່ດີ ກໍຍ້ອງຍໍຊົມເຊີຍ ແລະ ສຶກສາອົບຮົມ, ກ່າວເຕືອນ ຫຼື ປະຕິບັດວິໄນ ຕໍ່ພະນັກງານທີ່ກະທໍາຜິດລະບຽບກົດໝາຍເປັນແຕ່ລະກໍລະນີ. ພ້ອມກັນນັ້ນ ການຈັດຕັ້ງຂອງສານແຕ່ລະຂັ້ນ ຕ້ອງຮັບຟັງຄໍາຕໍານິຕິຊົມຈາກສັງຄົມ ຕໍ່ກັບການປະຕິບັດໜ້າທີ່ຂອງພະນັກງານສານຂອງຕົນ ເພື່ອເປົ້າໝາຍສ້າງໃຫ້ສານກາຍເປັນສານຂອງປະຊາຊົນ ແລະ ປົກປ້ອງຜົນປະໂຫຍດຂອງປະຊາຊົນຢ່າງແທ້ຈິງ;
8. ເອົາໃຈໃສ່ປະສານສົມທົບກັບອົງການປົກປ້ອງກົດໝາຍ ແກ້ໄຂຄໍາຮ້ອງຂໍຄວາມເປັນທໍາຂອງປະຊາຊົນ ທີ່ຍັງຄ້າງຢູ່ສະພາ, ຢູ່ປະຕິບັດຄຳຕັດສິນ ຫຼື ພາກສ່ວນອື່ນ ເພື່ອໃຫ້ຄຳຕັດສິນໄດ້ຮັບການຈັດຕັ້ງປະຕິບັດ ເພາະລັດຖະທໍາມະນູນ, ລັດເຮົາບໍ່ອະນຸຍາດໃຫ້ຄໍາຕັດສິນທີ່ໃຊ້ໄດ້ຢ່າງເດັດຂາດ ບໍ່ໄດ້ຮັບການປະຕິບັດ.