(ສພຊ) ໃນວັນທີ 3 ມີນາ 2023 ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ພ້ອມດ້ວຍ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ ໄດ້ລົງພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ II ນຳໂດຍທ່ານ ປອ. ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ; ປະທານສະພາແຫ່ງຊາດ; ມີບັນດາ ຄະນະພັກ; ອົງການປົກຄອງ; ຂະແໜງການ; ພະນັກງານຫຼັກແຫຼ່ງຂອງເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ຂອງເມືອງ ເຂົ້າຮ່ວມເປັນຈໍານວນຫຼາຍ.
ໃນໂອກາດດັ່ງກ່າວ ທ່ານ ປອ. ໄຊສົມພອນ ພົມວິຫານ ໄດ້ເນັ້ນ ຄະນະພັກ, ອຳນາດການປົກຄອງ ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້ດັ່ງນີ້:
1. ສະເໜີໃຫ້ ຄະນະພັກ, ອົງການປົກຄອງເມືອງ ເພີ່ມທະວີການນຳພາຮອບດ້ານ ຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຄວາມໜັກແໜ້ນ, ເອົາໃຈໃສ່ປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ເຮັດໃຫ້ສັງຄົມມີຄວາມສະຫງົບປອດໄພ, ເປັນພື້ນຖານໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ເຊິ່ງເປັນການປະກອບສ່ວນສຳຄັນໃຫ້ ນະຄອນຫຼວງວຽງຈັນ;
2. ສະເໜີໃຫ້ ຄະນະພັກ, ອົງການປົກຄອງເມືອງ ເອົາໃຈໃສ່ຊຸກຍູ້ສົ່ງເສີມ ແລະ ສ້າງເງື່ອນໄຂ ໃຫ້ປະຊາຊົນເຮັດການຜະລິດກະສິກຳ, ການລ້ຽງສັດ ເປັນສິນຄ້າ, ມີມາດຕະຖານ, ມີຄຸນນະພາບ ເພື່ອສະໜອງໃຫ້ແກ່ບັນດາໂຮງແຮມ, ຮ້ານອາຫານ, ຕະຫຼາດຕ່າງໆ ໃນນະຄອນຫຼວງວຽງຈັນ ເຊິ່ງເປັນບ່ອນຮອງຮັບຜົນຜະລິດຂອງປະຊາຊົນ. ເອົາໃຈໃສ່ສ້າງ ແລະ ຂະຫຍາຍຮູບແບບເສດຖະກິດລວມໝູ່ຂອງປະຊາຊົນ ໃຫ້ກາຍເປັນຖານເສດຖະກິດອັນໝັ້ນຄົງ ແລະ ໜັກແໜ້ນ; ຊຸກຍູ້ສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ດ້ວຍການປະຕິບັດນະໂຍບາຍ ແລະ ກົນໄກທີ່ຈໍາເປັນໃນການເຂົ້າເຖິງແຫຼ່ງທຶນ, ຕະຫຼາດ ແລະ ນະໂຍບາຍອື່ນໆ ເຮັດໃຫ້ວິສາຫະກິດດັ່ງກ່າວມີຄວາມເຂັ້ມແຂງ;
3. ເອົາໃຈໃສ່ການພັດທະນາຊັບພະຍາກອນມະນຸດ ໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ແລະ ສາມາດຕອບສະໜອງ ແກ່ການສ້າງສາພັດທະນາພາຍໃນເມືອງ ເປັນຕົ້ນ ການສ້າງນັກວິຊາການດ້ານການປູກຝັງ-ລ້ຽງສັດ ເພື່ອເຮັດໃຫ້ການຜະລິດກະສິກໍາ ພາຍໃນເມືອງຂະຫຍາຍຕົວ ແລະ ມີຄວາມເຂັ້ມແຂງ; ສຶກສາອົບຮົມໃຫ້ປະຊາຊົນຮັກສາມູນເຊື້ອຄວາມສາມັກຄີປອງດອງ, ນໍ້າໃຈຮັກຊາດ ແລະ ເສຍສະຫຼະເພື່ອຜົນປະໂຫຍດສ່ວນລວມ; ສ້າງສະຕິເຄົາລົບກົດໝາຍ, ການປະຕິບັດພັນທະຂອງປະຊາຊົນ; ເພີ່ມທະວີການເຝິກອົບຮົມສີມືແຮງງານ ໃຫ້ມີຄຸນນະພາບ, ປະຊາຊົນມີວຽກເຮັດງານທຳ, ມີລາຍຮັບ ແລະ ມີຊີວິດການເປັນຢູ່ທີ່ໝັ້ນຄົງດີຂຶ້ນ;
4. ວຽກງານດ້ານສາທາລະນະສຸກ ສະເໜີໃຫ້ ຄະນະພັກ, ອົງການປົກຄອງເມືອງ ເພີ່ມທະວີຄວາມເອົາໃຈໃສ່ ໃຫ້ພໍ່ແມ່ປະຊາຊົນສາມາດເຂົ້າເຖິງການປິ່ນປົວຢ່າງກວ້າງຂວາງ, ສະດວກ ແລະ ມີປະສິດທິພາບ; ເອົາໃຈໃສ່ປັບປຸງໂຮງໝໍເມືອງ, ສຸກສາລາ ດ້ວຍການປະກອບອຸປະກອນ, ເຄື່ອງມືດ້ານການແພດ ທີ່ສາມາດຍົກສູງປະສິດທິພາບໃນການປິ່ນປົວໃຫ້ສູງຂຶ້ນ; ເພີ່ມຄວາມສາມາດໃນການເຝົ້າລະວັງຕິດຕາມ, ບົ່ງມະຕິ, ຊອກຄົ້ນຫາ ແລະ ໂຕ້ຕອບກໍລະນີພະຍາດລະບາດໃຫ້ໄດ້ໄວ;
5. ປັບປຸງຄຸນນະພາບການສຶກສາໃຫ້ສູງຂຶ້ນ, ເອົາໃຈໃສ່ການສ້າງ ແລະ ສ້ອມແປງໂຮງຮຽນ ເພື່ອອຳນວຍຄວາມສະດວກໃຫ້ແກ່ລູກຫຼານໄດ້ເຂົ້າຮຽນ, ປະກອບປຶ້ມແບບຮຽນ, ອຸປະກອນການຮຽນ ພ້ອມທັງສ້າງເງື່ອນໄຂການເຂົ້າເຖິງການສຶກສາ ແລະ ຂະຫຍາຍຕາໜ່າງການສຶກສາໃຫ້ມີຄຸນນະພາບນັບມື້ສູງຂຶ້ນ ແລະ ທົ່ວເຖິງຢູ່ເຂດຫ່າງໄກສອກຫຼີກ;
6. ປັບປຸງກົງຈັກການຈັດຕັ້ງຕາມທິດກະທັດຮັດ; ສະກັດກັ້ນການນຳໃຊ້ສິດ, ອຳນາດໃນທາງທີ່ບໍ່ຖືກກົດໝາຍຂອງພະນັກງານລັດ; ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ປະຊາຊົນ ມີສ່ວນຮ່ວມເຂົ້າໃນວຽກງານບໍລິຫານລັດ, ສາມາດເຂົ້າເຖິງຂະບວນການຍຸຕິທຳ ເຮັດໃຫ້ຄວາມເຊື່ອໝັ້ນຂອງປະຊາຊົນ ຕໍ່ການນຳພາຂອງພັກ-ລັດໃຫ້ສູງຂຶ້ນ;
7. ເພີ່ມທະວີການຊີ້ນຳ-ນຳພາຂອງອົງຄະນະພັກເມືອງ ຕໍ່ການເຄື່ອນໄຫວວຽກງານຂອງ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ ທີ່ປະຈຳຢູ່ເມືອງນາຊາຍທອງ ໃຫ້ສາມາດເຄື່ອນໄຫວປະຕິບັດໜ້າທີ່ເປັນຕົວແທນຂອງປະຊາຊົນ ຕາມກົດໝາຍກຳນົດ, ຄົ້ນຄວ້າປະກອບບຸກຄະລາກອນຊ່ວຍວຽກ ລວມທັງສະຖານທີ່ເຮັດວຽກ ແລະ ອຸປະກອນຮັບໃຊ້ການເຄື່ອນໄຫວວຽກງານ ໃຫ້ມີຄວາມເໝາະສົມ ແນໃສ່ເຮັດໃຫ້ການປະຕິບັດໜ້າທີ່ວຽກງານ ເຂົ້າສູ່ລະບົບ ແລະ ມີປະສິດທິຜົນນັບມື້ສູງຂຶ້ນ;
8. ສະເໜີ ຄະນະພັກ, ອົງການປົກຄອງເມືອງນາຊາຍທອງ ເພີ່ມທະວີການນຳພາຊີ້ນຳ ພະນັກງານ, ທະຫານ, ຕຳຫຼວດ ກໍຄືປະຊາຊົນບັນດາເຜົ່າ ຈັດຕັ້ງປະຕິບັດວາລະແຫ່ງຊາດຢ່າງຕັ້ງໜ້າ ແລະ ຖືເປັນພັນທະຂອງພົນລະເມືອງທຸກຄົນ ເປັນຕົ້ນ ການປະຕິບັດນະໂຍບາຍປະຢັດມັດທະຍັດງົບປະມານຂອງລັດ, ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ກໍເປັນວຽກງານທີ່ສຳຄັນ, ເປັນປາກົດການຫຍໍ້ທໍ້ຂອງສັງຄົມ ສະເໜີໃຫ້ເອົາໃຈໃສ່ສະກັດກັ້ນບັນຫາຢາເສບຕິດ ບໍ່ໃຫ້ເກີດຂຶ້ນ;
9. ຄະນະພັກ, ອົງການປົກຄອງເມືອງ ຈະຕ້ອງໄດ້ເພີ່ມທະວີຄວາມເອົາໃຈໃສ່ວຽກງານການກໍ່ສ້າງຮາກຖານການເມືອງ, ລົງໃກ້ຊິດຕິດແທດກັບພໍ່ແມ່ປະຊາຊົນ ຢ່າງແທດເຖິງ;
10. ການກະກຽມກອງປະຊຸມໃຫຍ່ 3 ຂັ້ນ ເປັນວຽກງານໜຶ່ງທີ່ມີຄວາມສໍາຄັນ ເຊິ່ງອົງຄະນະພັກ ເມືອງນາຊາຍທອງ ຈະໄດ້ນໍາພາບັນດາຮາກຖານພັກຈັດຕັ້ງປະຕິບັດ ເພື່ອສຸມໃສ່ບັນດາວຽກງານຕ່າງໆ ເປັນຕົ້ນ ການສ້າງຂະບວນການ ເພື່ອຍູ້ແຮງຂະບວນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI, ມະຕິ, ຄຳສັ່ງ ຂອງພັກ ກໍຄື ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ, ມະຕິກອງປະຊຸມໃຫຍ່ອົງຄະນະພັກເມືອງ ໃຫ້ບັນລຸຕາມຄາດໝາຍທີ່ວາງອອກ.
ຫຼັງຈາກນັ້ນ, ທ່ານ ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ຍັງໄດ້ຢ້ຽມຢາມ ສູນ ADC ບ້ານອ່າງນຳ້ຫຸມ ເມືອງນາຊາຍທອງ; ສະຖານທີ່ທໍາການຜະລິດຂອງເມືອງອີກດ້ວຍ.