ປະທານສະພາແຫ່ງຊາດ ເຄື່ອນໄຫວວຽກງານຢູ່ເມືອງສີໂຄດຕະບອງ

ມ.ຖ. 11, 2026

(ສພຊ) – ວັນພຸດທີ 10 ມິຖຸນານີ້, ສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 1 ແລະ ຄະນະສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ (ສສນວ) ປະຈຳເຂດເລືອກຕັ້ງເມືອງສີໂຄດຕະບອງ ນຳໂດຍທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ທ່ານ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ, ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ (ສປນວ) ພ້ອມດ້ວຍຄະນະຕິດຕາມ ໄດ້ເຄື່ອນໄຫວພົບປະ ແລະ ເຜີຍແຜ່ຜົນສຳເລັດກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ (ສພຊ) ຊຸດທີ X ແລະ ສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ V ຢູ່ສະໂມສອນເມືອງສີໂຄດຕະບອງ ໂດຍການຕ້ອນຮັບຂອງທ່ານ ບຸນມີ ໄຊຍະວົງ ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງ, ບັນດາການນຳຂັ້ນສູງ, ຫົວໜ້າຫ້ອງການອ້ອມຂ້າງ, ພະນັກງານຫຼັກແຫຼ່ງ, ປະທານຄະນະກຳມະການປົກຄອງຕາແສງ, ເລຂາພັກບ້ານ, ອໍານາດການປົກຄອງບ້ານ, ຕາງໜ້າປະຊາຊົນແຕ່ລະບ້ານພາຍໃນເມືອງສີໂຄດຕະບອງ ເຂົ້າຮ່ວມຢ່າງພ້ອມພຽງ; ໃນການເຄື່ອນໄຫວພົບປະ, ປະທານຄະນະກຳມະການປົກຄອງເມືອງສີໂຄດຕະບອງ ໄດ້ລາຍງານສະພາບເສດຖະກິດ-ສັງຄົມຂອງເມືອງໂດຍຫຍໍ້, ຄວາມເສຍຫາຍຈາກໄພພິບັດທາງທຳມະຊາດ; ຈາກນັ້ນ, ບັນດາທ່ານ ສສຊ-ສສນວ ໄດ້ຜັດປ່ຽນກັນເຜີຍແຜ່ຜົນສຳເລັດກອງປະຊຸມຄັ້ງປະຖົມມະລືກຂອງ ສພຊ ຊຸດທີ X ແລະ ສປນວ ຊຸດທີ V.
ໂອກາດນີ້, ທ່ານ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄວາມເອົາໃຈໃສ່ຂອງຄະນະພັກ, ອໍານາດການປົກຄອງເມືອງ ກໍຄືພະນັກງານ, ທະຫານ-ຕໍາຫຼວດ ແລະ ປະຊາຊົນຊາວເມືອງສີໂຄດຕະບອງທຸກທົ່ວໜ້າ ທີ່ໄດ້ພ້ອມພຽງເປັນຈິດໜຶ່ງໃຈດຽວ ເຮັດສໍາເລັດໜ້າທີ່ວຽກງານອັນສໍາຄັນ, ພ້ອມກັນສ້າງສາເມືອງໃຫ້ມີບາດກ້າວຫັນປ່ຽນຢ່າງຕັ້ງໜ້າ, ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນໄດ້ຮັບການປັບປຸງດີຂຶ້ນເປັນລຳດັບ. ພ້ອມກັນນັ້ນ, ທ່ານຍັງເນັ້ນໜັກໃຫ້ເອົາໃຈໃສ່ເພີ່ມທະວີການນໍາພາ-ຊີ້ນໍາທາງດ້ານແນວຄິດການເມືອງ ທັງຊອກທ່າແຮ່ງການຂຸດຄົ້ນແຫຼ່ງລາຍຮັບ ແລະ ຊຸກຍູ້ສົ່ງເສີມປະຊາຊົນທຳການການຜະລິດ ເພື່ອສ້າງຖານລາຍຮັບໃໝ່, ການແກ້ໄຂບັນຫາຮົ່ວໄຫຼຂອງງົບປະມານ, ບັນຫາສິ່ງເສບຕິດ, ຂີ້ລັກງັດແງະ, ສະແກມເມີ ແລະ ອື່ນໆ; ເພີ່ມທະວີການນໍາພາຮອບດ້ານຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຄວາມໜັກແໜ້ນ; ຊຸກຍູ້ສົ່ງເສີມ ແລະ ສ້າງເງື່ອນໄຂໃຫ້ປະຊາຊົນທຳການຜະລິດກະສິກໍາ, ການລ້ຽງສັດ ເປັນສິນຄ້າ ມີມາດຕະຖານ, ມີຄຸນນະພາບ ເພື່ອສະໜອງໃຫ້ແກ່ບັນດາໂຮງແຮມ, ຮ້ານອາຫານ, ຕະຫຼາດຕ່າງໆ ໃນນະຄອນຫຼວງ; ສ້າງ ແລະ ຂະຫຍາຍຮູບແບບເສດຖະກິດລວມໝູ່ຂອງປະຊາຊົນ ໃຫ້ກາຍເປັນຖານເສດຖະກິດອັນໝັ້ນຄົງ ແລະ ໜັກແໜ້ນ; ພັດທະນາຊັບພະຍາກອນມະນຸດໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ແລະ ສາມາດຕອບສະໜອງແກ່ການສ້າງສາພັດທະນາພາຍໃນ; ສຶກສາອົບຮົມໃຫ້ປະຊາຊົນຮັກສາມູນເຊື້ອຄວາມສາມັກຄີປອງດອງ, ນໍ້າໃຈຮັກຊາດ ແລະ ເສຍສະຫຼະເພື່ອຜົນປະໂຫຍດສ່ວນລວມ; ສ້າງສະຕິເຄົາລົບກົດໝາຍ, ການປະຕິບັດພັນທະຂອງປະຊາຊົນ; ເພີ່ມທະວີການເຝິກອົບຮົມສີມືແຮງງານໃຫ້ມີຄຸນນະພາບ, ປະຊາຊົນມີວຽກເຮັດງານທໍາ, ມີລາຍຮັບ ແລະ ມີຊີວິດການເປັນຢູ່ທີ່ໝັ້ນຄົງດີຂຶ້ນ; ປັບປຸງໂຮງໝໍເມືອງ, ໂຮງໝໍນ້ອຍ ໃຫ້ພໍ່ແມ່ປະຊາຊົນສາມາດເຂົ້າເຖິງການປິ່ນປົວຢ່າງກວ້າງຂວາງ, ສະດວກ ແລະ ມີປະສິດທິພາບ; ເພີ່ມຄວາມສາມາດໃນການເຝົ້າລະວັງຕິດຕາມ, ຊອກຄົ້ນຫາ ແລະ ໂຕ້ຕອບກໍລະນີພະຍາດລະບາດໃຫ້ໄດ້ໄວ; ເອົາໃຈໃສ່ການສ້າງ ແລະ ສ້ອມແປງໂຮງຮຽນ.
ທ່ານປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ຍັງໄດ້ພົບປະ, ຢ້ຽມຍາມປະຊາຊົນຢູ່ວັດໂພທາຣາມ ບ້ານໂພນສົມບູນ ແລະ ມອບເຄື່ອງອຸໂພກ-ບໍລິໂພກ ແລະ ອຸປະກອນທີ່ຈຳເປັນ ໃຫ້ແກ່ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດພາຍຸໝາກເຫັບ ທີ່ພັດຖະຫຼົ່ມໃນໄລຍະຜ່ານມາ ເພື່ອຊ່ວຍເຫຼືອຟື້ນຟູຊີວິດການເປັນຢູ່ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ ພ້ອມທັງປຸກລະດົມຈິດໃຈໃຫ້ປະຊາຊົນມີຄວາມອຸ່ນໃຈ ແລະ ມີສະຕິເຂັ້ມແຂງໃນການສ້າງສາຄອບຄົວຄືນໃໝ່; ສະແດງຄວາມເຫັນໃຈ ແລະ ຢ້ຽມຢາມຖາມຂ່າວຄວາມທຸກສຸກຂອງປະຊາຊົນແຕ່ລະຄອບຄົວຢ່າງເປັນກັນເອງ ພ້ອມທັງຍ້ອງຍໍຊົມເຊີຍຄວາມສາມັກຄີຮັກແພງຂອງອຳນາດການປົກຄອງ ແລະ ປະຊາຊົນພາຍໃນບ້ານ ທີ່ໄດ້ຊ່ວຍເຫຼືອເບິ່ງແຍງກັນໃນຍາມເກີດເຫດສຸກເສີນ. ທ່ານໄດ້ຊີ້ນຳໃຫ້ອຳນາດການປົກຄອງທ້ອງຖິ່ນ ເລັ່ງສົມທົບກັບຂະແໜງການແຮງງານ ແລະ ສະຫວັດດີການສັງຄົມ, ກຳລັງ ປກຊ-ປກສ ແລະ ພາກສ່ວນກ່ຽວຂ້ອງ ດຳເນີນການສ້ອມແປງເຮືອນຊານ ແລະ ຟື້ນຟູພື້ນຖານໂຄງລ່າງໃຫ້ທັນການ.
(ນາງ ອາລິນ ສຸພິມມະປະດິດ)