ປະທານສະພາແຫ່ງຊາດ ເຂົ້າຢ້ຽມຂໍ່ານັບເລຂາທິການໃຫຍ່ພັກກອມມູນິດຫວຽດນາມ

ພ.ຈ. 6, 2026

        (ສພຊ)​ – ຕອນສວາຍວັນທີ 4 ພະຈິກຜ່ານມາ ທີ່ສຳນັກງານໃຫຍ່ສູນກາງພັກ, ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ໃນໂອກາດຢ້ຽມຢາມສັນຖະວະໄມຕີ ສສ.ຫວຽດນາມ ຢ່າງເປັນທາງການ ລະຫວ່າງວັນທີ 2-5 ພະຈິກ 2026.
        ສະຫາຍ ສອນໄຊ ສີພັນດອນ ໄດ້ສະແດງຄວາມຮູ້ສຶກເປັນກຽດຢ່າງສູງທີ່ສະຫາຍ ໂຕ ເລິມ ໃຫ້ການຕ້ອນຮັບເຂົ້າຢ້ຽມຂໍ່ານັບ ເຊິ່ງຄັ້ງນີ້ເປັນຄັ້ງທີສອງໃນປີ 2026 ພາຍຫຼັງທີ່ນໍາພາຄະນະຜູ້ແທນຂັ້ນສູງຂອງລັດຖະບານ ຢ້ຽມຢາມຢ່າງເປັນທາງການເມື່ອເດືອນມິຖຸນາຜ່ານມາ; ຖືໂອກາດນີ້, ນໍາເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ມາຍັງສະຫາຍ ໂຕ ເລິມ ພ້ອມດ້ວຍບັນດາການນໍາພັກ-ລັດຂອງ ສສ.ຫວຽດນາມ.
        ປະທານສະພາແຫ່ງຊາດລາວ ມີຄວາມພາກພູມໃຈທີ່ເຫັນວ່າການມາຢ້ຽມຢາມຫວຽດນາມແຕ່ລະຄັ້ງ ໄດ້ເຫັນບັນດາຜົນສຳເລັດອັນໃຫຍ່ຫຼວງ, ຮອບດ້ານ, ໜ້າສັນລະເສີນ ທີ່ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ຍາດມາໄດ້ຕະຫຼອດໄລຍະຜ່ານມາ ພາຍໃຕ້ການນໍາພາອັນຖືກຕ້ອງ, ສະຫຼາດສ່ອງໃສ, ເດັດດ່ຽວ ຂອງພັກກອມມູນິດຫວຽດນາມ ອັນມີສະຫາຍເລຂາທິການໃຫຍ່, ປະທານປະເທດ ໂຕ ເລິມ ເປັນຜູ້ນໍາໜ້າບັນຊາການທີ່ເຂັ້ມງວດ, ຄວາມຫ້າວຫັນຂອງລັດຖະບານ ແລະ ການຕິດຕາມກວດກາທີ່ເຂັ້ມງວດຂອງສະພາແຫ່ງຊາດ, ສສ.ຫວຽດນາມ ສາມາດຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ, ເສດຖະກິດມີການຂະຫຍາຍຕົວດ້ວຍຈັງຫວະສູງຕໍ່ເນື່ອງ GDP ໄດ້ເກືອບ 2 ຕົວເລກ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງດີຂຶ້ນເລື້ອຍໆ ເຮັດໃຫ້ບົດບາດ ແລະ ອິດທິພົນຂອງຫວຽດນາມ ນັບມື້ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ; ພ້ອມທັງມີຄວາມເຊື່ອໝັ້ນວ່າ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມອ້າຍນ້ອງ ຈະສືບຕໍ່ບັນລຸຜົນສຳເລັດອັນໃຫຍ່ຫຼວງກວ່າເກົ່າ ໂດຍສະເພາະການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ເພື່ອນຳພາປະເທດຊາດຫວຽດນາມ ໃຫ້ບັນລຸເປົ້າໝາຍຮອດປີ 2030 ເປັນປະເທດກຳລັງພັດທະນາ ທີ່ມີລາຍຮັບສູງປານກາງ, ວິໄສທັດຮອດປີ 2045 ໃນໂອກາດວັນຊາດຫວຽດນາມ ຄົບຮອບ 100 ປີ, ຫວຽດນາມ ຈະກາຍເປັນປະເທດທີ່ພັດທະນາທີ່ມີລາຍຮັບສູງ.
       ສະຫາຍ ສອນໄຊ ສີພັນດອນ ໄດ້ລາຍງານໃຫ້ຊາບຜົນກອງປະຊຸມພົບປະສອງຝ່າຍກັບສະຫາຍ ເຈິ່ນ ແທັງ ເໜິ້ນ ປະທານສະພາແຫ່ງຊາດຫວຽດນາມ ເຊິ່ງພ້ອມກັນຕີລາຄາຄືນການພົວພັນຮ່ວມມືລະຫວ່າງສອງອົງການນິຕິບັນຍັດຂອງສອງປະເທດໃນໄລຍະຜ່ານມາ ໂດຍສະເພາະການຈັດຕັ້ງປະຕິບັດບົດບັນທຶກການຮ່ວມມືຂອງສອງສະພາແຫ່ງຊາດ ທີ່ເຊັນກັນກ່ອນນີ້ເກືອບ 5 ປີ ແລະ ພ້ອມກັນປຶກສາຫາລືທິດທາງແຜນການຮ່ວມມືໃນຕໍ່ໜ້າ ໂດຍສະເພາະແມ່ນການສ້າງກິດຈະກໍາເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ຄົບຮອບ 65 ປີ ການພົວພັນການທູດ ແລະ 50 ປີ ສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ໃນປີ 2027, ຮ່ວມກັນປຶກສາຫາລືເພື່ອປັບປຸງບາງເນື້ອໃນຂອງບົດບັນທຶກການຮ່ວມມືລະຫວ່າງສອງສະພາແຫ່ງຊາດ ແລະ ສອງຫ້ອງວ່າການສະພາແຫ່ງຊາດ ທີ່ຈະໝົດອາຍຸລົງໃນປີ 2027 ທີ່ຈະມາເຖິງ.
       ພ້ອມດຽວກັນນີ້, ປະທານສະພາແຫ່ງຊາດລາວ ກໍມີຄວາມເອກອ້າງທະນົງໃຈທີ່ເຫັນວ່າ ເຖິງສະພາບພາກພື້ນ ແລະ ໃນໂລກ ມີການຜັນແປໄປຢ່າງສັບສົນ, ແຕ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ປະທານ ໂຮ່ຈິມິນ ຜູ້ນໍາທີ່ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ແສນເຄົາລົບຮັກ ຮ່ວມກັນກໍ່ຕັ້ງຂຶ້ນ, ເພີ່ມພູນຄູນສ້າງ ແລະ ພັດທະນາຢ່າງຕໍ່ເນື່ອງຕະຫຼອດມາ ຈາກຮຸ່ນຄົນສູ່ຮຸ່ນຄົນ ຈົນໄດ້ກາຍເປັນມໍລະດົກອັນລໍ້າຄ່າ, ເປັນກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງສອງປະເທດ; ມາຮອດປັດຈຸບັນ ຍັງສືບຕໍ່ໄດ້ຮັບການເສີມຂະຫຍາຍທັງລວງກວ້າງ ແລະ ລວງເລິກ ສະແດງອອກໃນການຮ່ວມມືດ້ານການເມືອງ, ການຕ່າງປະເທດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສືບຕໍ່ໜັກແໜ້ນ, ການພົວພັນດ້ານເສດຖະກິດ-ການຄ້າ, ການລົງທຶນ ສືບຕໍ່ໄດ້ຮັບການເອົາໃຈໃສ່ ແລະ ແທດເໝາະກັບຕົວຈິງກວ່າເກົ່າ ເຊິ່ງພວມນໍາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ.
        ສະຫາຍ ໂຕ ເລິມ ເລຂາທິການໃຫຍ່, ປະທານປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຊົມເຊີຍສະຫາຍ ສອນໄຊ ສີພັນດອນ ທີ່ໄດ້ຮັບເລືອກຕັ້ງເປັນປະທານສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດລາວ ຊຸດທີ X ເມື່ອບໍ່ດົນມານີ້; ຕີລາຄາສູງຕໍ່ການເລືອກຫວຽດນາມເປັນປະເທດທຳອິດທີ່ມາຢ້ຽມຢາມຢ່າງເປັນທາງການໃນຖານະດຳລົງຕຳແໜ່ງໃໝ່ ເຊິ່ງສະແດງໃຫ້ເຫັນຢ່າງຊັດເຈນເຖິງມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງສອງປະເທດ.
        ສະຫາຍ ໂຕ ເລິມ ໄດ້ສະແດງຄວາມຊົມເຊີຍພັກ, ລັດ ແລະ ປະຊາຊົນລາວ ຕໍ່ຜົນສຳເລັດອັນຍິ່ງໃຫຍ່ ແລະ ຮອບດ້ານ ທີ່ບັນລຸໄດ້ໃນຊຸມປີມໍ່ໆມານີ້; ຢືນຢັນວ່າ ຫວຽດນາມ ຍາມໃດກໍໃຫ້ຄວາມສຳຄັນ ແລະ ຖືສຳຄັນສູງສຸດຢ່າງສະເໝີຕົ້ນສະເໝີປາຍ ຕໍ່ການຮັດແໜ້ນ ແລະ ພັດທະນາສາຍພົວພັນກັບລາວ, ສະໜັບສະໜູນຢ່າງແຂງແຮງ ແລະ ຮອບດ້ານ ຕໍ່ຂະບວນການປະຕິຮູບຂອງລາວ; ສະແດງຄວາມເຊື່ອໝັ້ນວ່າ ດ້ວຍມູນເຊື້ອປະຫວັດສາດປະຕິວັດຂອງຕົນ, ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ, ການບໍລິຫານຂອງລັດຖະບານ ແລະ ການຕິດຕາມກວດກາຂອງສະພາແຫ່ງຊາດ, ປະຊາຊົນລາວອ້າຍນ້ອງ ຈະສືບຕໍ່ບັນລຸຜົນສຳເລັດໃໝ່ຍິ່ງໃຫຍ່ກວ່າເກົ່າໃນຂະບວນການປະຕິຮູບ, ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X (2026-2030) ຢ່າງສຳເລັດຜົນ.
        ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໂຕ ເລິມ ແລະ ປະທານສະພາແຫ່ງຊາດລາວ ສອນໄຊ ສີພັນດອນ ໄດ້ແບ່ງປັນຄວາມປິຕິຍິນດີຕໍ່ການພັດທະນາທີ່ດຳເນີນໄປໃນທິດທາງທີ່ດີຢ່າງຍິ່ງຂອງມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ທີ່ນັບມື້ນັບເລິກເຊິ່ງຂຶ້ນເລື້ອຍໆໃນທຸກຊ່ອງທາງ ທັງລະດັບພັກ, ລັດ, ທ້ອງຖິ່ນ ແລະ ປະຊາຊົນ.
        ໃນ​ຕອນທ້າຍ, ການນໍາຂັ້ນສູງທັງສອງ ໄດ້ອວຍພອນໃຫ້ສາຍພົວພັນມິດຕະພາບແບບພິເສດ ລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ຫາຍາກ ແລະ ມີໜຶ່ງດຽວໃນໂລກ ຈົ່ງໝັ້ນຄົງຂະນົງແກ່ນ ແລະ ສວຍສົດງົດງາມຕະຫຼອດກາລະນານ.