ປະທານສະພາແຫ່ງຊາດ ເຂົ້າຮ່ວມໃສ່ບາດບຸນອອກພັນສາ ແລະ ການແຂ່ງຂັນຊ່ວງເຮືອປະເພນີ ປະຈຳປີ 2026 ທີ່ນະຄອນປາກເຊ

ຕ.ລ. 27, 2026

(ສພຊ) – ຕອນເຊົ້າວັນທີ 26 ຕຸລາ 2026 ກົງກັບຂຶ້ນ 15 ຄໍ່າ ເດືອນ 11 ລາວ ພສ 2569 ເປັນບຸນອອກພັນສາປະວໍຣະນາ, ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ທ່ານ ນາງ ປານີ ຢາທໍ່ຕູ້ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດຮອງປະທານປະເທດ, ອະດີດຜູ້ຊີ້ນຳວຽກງານຮອບດ້ານແຂວງຈຳປາສັກ, ທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງຈໍາປາສັກ ພ້ອມດ້ວຍການ ນໍາແຂວງ, ການນໍາພະແນກການກົມກອງອ້ອມຂ້າງແຂວງ, ການນໍານະຄອນປາກເຊ ໄດ້ຮ່ວມໃສ່ບາດນໍາພໍ່ແມ່ປະຊາຊົນລາວຊາວພຸດ ຢູ່ວັດຫຼວງປາກເຊ; ໃນພິທີ, ເຂົ້າຮ່ວມເປັນປະທານຝ່າຍສົງ ມີພະອາຈານ ມະຫາ ສຸວັນ ຈັນທະຣາຊ ປະທານອົງການພຸດທະສາສະໜາສຳພັນລາວ ແຂວງຈຳປາສັກ ພ້ອມດ້ວຍພະເຖລານຸເຖລະ.
ການທຳບຸນໃສ່ບາດຄັ້ງນີ້, ເປັນການສືບທອດຮີດຄອງປະເພນີບຸນອອກພັນສາປະວໍຣະນາ ກໍຄືວັດທະນະທຳອັນດີງາມຂອງຊາດ ທີ່ຄົນລາວຊາວພຸດ ສືບທອດຈັດຕັ້ງປະຕິບັດມາແຕ່ບູຮານນະການ ໃຫ້ຍືນຍົງຄົງຢູ່ຄຽງຄູ່ກັບຄົນລາວຕະຫຼອດໄປ ໂດຍໄດ້ມີການໃສ່ບາດ, ຖວາຍທານ ແລະ ຢາດນໍ້າ ເພື່ອອຸທິດສ່ວນບຸນກຸສົນໃຫ້ແກ່ບັນພະບຸລຸດຜູ້ທີ່ລ່ວງລັບໄປແລ້ວ ແລະ ເປັນສິລິມຸງຄຸນແກ່ຕົນເອງ-ຄອບຄົວ ໃຫ້ຢູ່ເຢັນເປັນສຸກ ທັງເປັນການເຜີຍແຜ່ວັດທະນະທຳອັນດີງາມຂອງຊາດອີກດ້ວຍ. ຕອນທ້າຍພິທີ, ພະອາຈານ ມະຫາ ສຸວັນ ຈັນທະຣາຊ ໄດ້ເທດສະໜາສັ່ງສອນອອກຕົນຕົນຍາດໂຍມ ໃຫ້ຢຶດໝັ້ນໃນການທຳຄວາມດີ, ມີຄວາມສາມັກຄີເປັນປຶກແຜ່ນ, ພ້ອມກັນຮັກສາສິນ, ຮັກສາກາຍວາຈາ ແລະ ເຮືອນຊານບ້ານຊ່ອງຂອງຕົນ ໃຫ້ມີຄວາມສະອາດສວຍງາມ ໂດຍສະເພາະໃຫ້ເອົາໃຈໃສ່ຮັກສາອະນາໃນໄລຍະບຸນອອກພັນສາ ແລະ ຊ່ວງເຮືອປະເພນີປະຈໍາ 2026 ຢູ່ນະຄອນປາກເຊ; ນອກນີ້, ກໍໃຫ້ປະພຶດປະຕິບັດຕົນ ສອດຄ່ອງຕາມທຳນອງຄອງທຳ ແລະ ລະບຽບກົດໝາຍບ້ານເມືອງ.
ຕອນສວາຍວັນດຽວກັນ ທີ່ທ່າສາລາຄໍາ ນະຄອນປາກເຊ, ທ່ານ ສອນໄຊ ສີພັນດອນ, ທ່ານ ນາງ ປານີ ຢາທໍ່ຕູ້, ທ່ານ ອາລຸນໄຊ ສູນນະລາດ ໄດ້ເຂົ້າຮ່ວມຊົມການແຂ່ງຂັນຊ່ວງເຮືອປະເພນີ ປະຈຳປີ 2026 ໂດຍມີການນໍາ 3 ແຂວງ: ສາລະວັນ, ເຊກອງ ແລະ ອັດຕະປື, ກົງສູນໃຫຍ່ ແຫ່ງ ສສ.ຫວຽດນາມ ປະຈຳພາກໃຕ້ລາວ ທີ່ນະຄອນປາກເຊ, ກົງສູນໃຫຍ່ ແຫ່ງ ລາຊະອານາຈັກກຳປູເຈຍ ປະຈຳ 5 ແຂວງພາກໃຕ້ລາວ ທີ່ນະຄອນປາກເຊ, ຮອງເລຂາຄະນະບໍລິຫານງານພັກແຂວງ, ບັນດາຄະນະປະຈຳພັກແຂວງ ພ້ອມດ້ວຍເລຂາຄະນະບໍລິຫານງານພັກ ແລະ ປະທານຄະນະກຳມະການປົກຄອງນະຄອນ ແລະ 9 ເມືອງ, ການນໍາພະແນກການກົມກອງອ້ອມຂ້າງແຂວງ, ແຂກທັງພາຍໃນ ແລະ ຕ່າງປະເທດ, ພໍ່ແມ່ພີ່ນ້ອງປະຊາຊົນລາວບັນດາເຜົ່າ ຕະຫຼອດຮອດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ໃນພິທີ, ທ່ານ ບຸນຍະເດດ ທອງສະຫວັນ ຄະນະປະຈໍາພັກແຂວງ, ເລຂາຄະນະບໍລິຫານງານພັກນະຄອນປາກເຊ ລາຍງານໃຫ້ຮູ້ວ່າ: ການຈັດກິດຈະກຳງານບຸນປະວໍຣະນາ – ອອກພັນສາ ແລະ ຊ່ວງເຮືອ ຖືເປັນກິດຈະກຳທີ່ມີຄວາມໝາຍສໍາຄັນອັນຍິ່ງໃຫຍ່ຂອງປະຊາຊົນຊາວນະຄອນປາກເຊ ກໍຄືປະຊາຊົນຊາວແຂວງຈຳປາສັກ ທີ່ໄດ້ພ້ອມກັນປົກປັກຮັກສາ ແລະ ສືບທອດກັນມາແຕ່ດົນນານ ຈົນກາຍເປັນຮີດຄອງປະເພນີ ແລະ ເປັນມໍລະດົກທາງດ້ານວັດທະນະທໍາອັນລໍ້າຄ່າຂອງທ້ອງຖິ່ນ ຕິດພັນກັບ “ສັບປະດາການທ່ອງທ່ຽວແຂວງຈໍາປາສັກ ປີ 2026” ພາຍໃຕ້ຫົວຂໍ້ “ກຸຫຼາບປາກເຊ ສະເໜ່ ບຸນຊ່ວງເຮືອ ເຊີນເດີ” ເຊິ່ງປະກອບມີ 5 ກິດຈະກຳໃຫຍ່ໆ ຄື: ການສະແດງສິລະປະບັນເທີງ ແລະ ການແຂ່ງຂັນກິລາປະເພດຕ່າງໆ; ການປະດັບເອ້ເຮືອໄຟປະເພນີ ພ້ອມທັງພິທີຂະ ບວນແຫ່ວຽນທຽນ; ງານວັດທະນະທໍາບັນດາເຜົ່າ ເພື່ອສະແດງເຖິງເອກະລັກ ແລະ ຮັກສາຮີດຄອງປະເພນີອັນດີງາມ; ງານວາງສະແດງ, ຈໍາໜ່າຍສິນຄ້າ ແລະ ຜົນງານການປະດິດສ້າງ ໜຶ່ງເມືອງໜຶ່ງຜະລິດຕະພັນ ແລະ ຜະລິດຕະພັນທ້ອງຖິ່ນ; ການແຂ່ງຂັນຊ່ວງເຮືອ ເຊິ່ງຈະດໍາເນີນເປັນເວລາ 3 ວັນເຕັມ, ວັນທີ 26-27 ແມ່ນການແຂ່ງຂັນຊ່ວງເຮືອຕາມປະເພນີ ປະກອບມີເຮືອ 7 ປະເພດ, ມີເຮືອຊ່ວງເຂົ້າຮ່ວມແຂ່ງຂັນ 71 ລໍາ, ມີ 93 ຄະນະ, ສໍາລັບລາງວັນການແຂ່ງຂັນປະກອບມີ: ຂັນລາງວັນ 7 ໜ່ວຍ ແລະ ເງິນສົດ ລວມມູນຄ່າ 915 ລ້ານກີບ; ວັນທີ 28 ເປັນການແຂ່ງຂັນເຮືອຊ່ວງມິດຕະພາບ ປະເພດເຮືອສູດ 55 ສີພາຍຊາຍ, ມີເຮືອເຂົ້າຮ່ວມແຂ່ງຂັນ 9 ລໍາ, 9 ຄະນະ ເຊິ່ງມາຈາກແຂວງຫຼວງພະບາງ 1 ລໍາ, ແຂວງສາລະວັນ 1 ລໍາ, ແຂວງຈຳປາສັກ 4 ລຳ, ແຂວງເຊກອງ 1 ລຳ ແລະ ເຮືອຈາກຈັງຫວັດອຸບົນລາດຊະທານີ, ລາຊະອານາຈັກໄທ 2 ລໍາ.
ຈາກນັ້ນ, ທ່ານ ສອນໄຊ ສີພັນດອນ ໄດ້ປັກຄັນທຸງສັບປະດາການທ່ອງທ່ຽວແຂວງຈຳປາສັກ ປີ 2026 ແລະ ມອບໄມ້ພາຍໃຫ້ແກ່ສີພາຍເຮືອຊ່ວງ ເພື່ອເປັນການເປີດພິທີການແຂ່ງຂັນຊ່ວງເຮືອຢ່າງເປັນທາງການ.

(ນາງ ກຸກກິກ ບຸດດາໄຊ)