(ສພຊ) – ວັນທີ 20 ພະຈິກ 2026, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມສະຖານເອກອັກຄະລັດຖະທູດ ແຫ່ງ ສປປລາວ ປະຈຳ ສາທາລະນະລັດຟີລິບປິນ ໃນໂອກາດເດີນທາງໄປເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 47 ທີ່ນະຄອນຫຼວງມະນິລາ.
ໂອກາດດັ່ງກ່າວ, ທ່ານ ທິບພະສອນ ແສງສຸຣິຍະ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປລາວ ປະຈຳ ສ.ຟີລິບປິນ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງລາຍງານຫຍໍ້ກ່ຽວກັບສະພາບການເຄື່ອນໄຫວວຽກງານຂອງສະຖານທູດໃນໄລຍະຜ່ານມາ ໂດຍສະເພາະແມ່ນການປະຕິບັດໜ້າທີ່ການທູດ, ການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສປປລາວ ແລະ ສ.ຟີລິບປິນ, ການປົກປ້ອງສິດ ແລະ ຜົນປະໂຫຍດຂອງພົນລະເມືອງລາວ ຕະຫຼອດຮອດການກະກຽມຄວາມພ້ອມດ້ານຕ່າງໆ ເພື່ອອຳນວຍຄວາມສະດວກໃຫ້ແກ່ຄະນະຜູ້ແທນສະພາແຫ່ງຊາດລາວ ທີ່ເດີນທາງມາເຂົ້າຮ່ວມກອງປະຊຸມ AIPA ຄັ້ງນີ້.
ຈາກນັ້ນ, ທ່ານປະທານສະພາແຫ່ງຊາດ ໄດ້ມີຄຳເຫັນໂອ້ລົມຕໍ່ຄະນະນຳ ແລະ ພະນັກງານສະຖານທູດ ໂດຍສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດໃນການປະຕິບັດໜ້າທີ່ການເມືອງຂອງສະຖານທູດໃນໄລຍະຜ່ານມາ; ພ້ອມກັນນັ້ນ, ຍັງໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມທີ່ພົ້ນເດັ່ນຂອງປະເທດຊາດ ໃຫ້ພະນັກງານສະຖານທູດໄດ້ຮັບຊາບ ແລະ ເນັ້ນໜັກໃຫ້ສືບຕໍ່ເສີມຂະຫຍາຍບົດບາດການເປັນຂົວຕໍ່ທີ່ສຳຄັນໃນການຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງ ລາວ-ຟີລິບປິນ ໃຫ້ນັບມື້ແໜ້ນແຟ້ນ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ

