

ໂອກາດດັ່ງກ່າວ ໄດ້ຮັບຟັງການລາຍງານໂດຍຫຍໍ້ ແລະ ຊົມການນຳສະເໜີວິດີໂອສັ້ນ ກ່ຽວກັບໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫລວງວຽງຈັນ ເຊິ່ງເປັນໂຄງການລົງທຶນຂະໜາດໃຫຍ່, ມີຂອບເຂດເນື້ອທີ່ກວ້າງຂວາງ, ຕັ້ງຢູ່ຈຸດທີ່ມີຄວາມສໍາຄັນໃນການເຊື່ອມໂຍງກັບປະເທດໃກ້ຄຽງ, ມີມູນຄ່າການລົງທຶນຈໍານວນຫລວງ ຫລາຍ. ຈາກນັ້ນ, ກໍໄດ້ມີການປຶກສາຫາລືແລກປ່ຽນຄໍາຄິດຄໍາເຫັນທີ່ທັງພາກລັດ ກໍຄືຄະນະກໍາມາທິການກ່ຽວຂ້ອງຂອງສະພາແຫ່ງຊາດ ໃຫ້ຄວາມສົນໃຈໃນບາງບັນຫາ.

ຫລັງຈາກຮັບຟັງການລາຍງານແລ້ວ ທ່ານປະທານສະພາແຫ່ງຊາດ ໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາ ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ສະເໜີໃຫ້ເອົາໃຈໃສ່ການໂຄສະນາເຜີຍແຜ່ລັດຖະທໍາມະນູນ, ກົດໝາຍ ໂດຍສະເພາະກົດໝາຍທີ່ກ່ຽວຂ້ອງກັບການດໍາເນີນທຸລະກິດ, ການດໍາລົງຊີວິດ ແລະ ທໍາມາຫາກິນຢູ່ປະເທດເຮົາ; ໂຄງການວຽງຈັນໂລຊິດສະຕິກ ພາກ, ໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກນະຄອນຫລວງວຽງຈັນ ເປັນໂຄງການທີ່ນໍາໃຊ້ທ່າແຮງທາງດ້ານທີ່ຕັ້ງພູມສາດຂອງປະເທດ ເພື່ອເປັນຈຸດເຊື່ອມໂຍງທາງດ້ານການຄ້າ, ການບໍລິການ ຕິດພັນກັບການນໍາໃຊ້ທາງລົດໄຟ ເຊິ່ງຈະເປັນກໍາລັງແຮງເຮັດໃຫ້ການສ້າງສາພັດທະນາເສດຖະກິດຂອງປະເທດ ມີບາດກ້າວຫັນປ່ຽນທີ່ຕັ້ງໜ້າ ຈຶ່ງສະເໜີໃຫ້ບັນດາທ່ານຮີບຮ້ອນການພັດທະນາໂຄງການໃຫ້ສໍາເລັດໂດຍໄວ, ໃນໄລຍະຜ່ານມາ ສະພາແຫ່ງຊາດ, ລັດຖະບານ ກໍໄດ້ອອກກົດໝາຍຈໍານວນໜຶ່ງ ທີ່ກໍານົດເນື້ອໃນກ່ຽວກັບການດໍາເນີນທຸລະກິດດ້ານໂລຊິດສະຕິກ ແຕ່ໂຄງການລົງທຶນນີ້ ກໍເປັນໂຄງການຂະໜາດໃຫຍ່, ເປັນລະບົບຄົບຊຸດ ຖ້າຜ່ານການດໍາເນີນທຸລະກິດ ເຫັນບັນຫາໃດທີ່ຍັງບໍ່ທັນມີກົດໝາຍເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານ ກໍໃຫ້ເກັບກໍາສັງລວມ ເພື່ອສະເໜີຫາລັດຖະບານ, ກໍຄືພາກສ່ວນກ່ຽວຂ້ອງ ຫລື ສະເໜີຫາສະພາແຫ່ງຊາດ ເພື່ອນໍາເຂົ້າແຜນການສ້າງ ແລະ ປັບປຸງກົດໝາຍ ໃຫ້ເປັນລະບົບຄົບຊຸດຂຶ້ນຕື່ມ; ສະເໜີໃຫ້ຄະນະນໍາຂອງບໍລິສັດທັງສອງ ຄົ້ນຄວ້າໃຫ້ບຸລິມະສິດແກ່ແຮງງານທີ່ເປັນຄົນລາວ ໃນການເຂົ້າເຮັດວຽກຢູ່ໂຄງການດັ່ງກ່າວ ເພື່ອຊ່ວຍໃນການສ້າງວຽກເຮັດງານທໍາໃຫ້ແກ່ແຮງງານ, ສ້າງລາຍໄດ້ທີ່ເປັນປົກກະຕິ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການຍົກລະດັບດີຂຶ້ນ.

ໃນໂອກາດເຄື່ອນໄຫວຢ້ຽມຢາມຄັ້ງນີ້ ຄະນະ ຍັງໄດ້ຢ້ຽມຢາມປະຕູໂຂງ (Main Gate), ຕຶກປະຕິບັດງານຂອງບໍລິສັດ ທ່າບົກທ່ານາແລ້ງ ແລະ ຕຶກພາສີ ປະຈຳດ່ານສາກົນ, ລານຕູ້ສິນຄ້າ ຊີວາຍ ແລະ ສາງຄ່ຽນຖ່າຍສິນຄ້າ, ພ້ອມກັນນັ້ນ ກໍໄດ້ຢ້ຽມຊົມຈຸດເຊື່ອມຕໍ່ຈາກຂົວມິດຕະພາບ ລາວ-ໄທ ແຫ່ງທີໜຶ່ງ ຫາດ່ານສາກົນສິນຄ້າທ່າບົກທ່ານາແລ້ງ.
(ພາບ ແລະ ຂ່າວ: ສົມນຶກ ແກ້ວໄຊຍະຈັກ)