ປະທານສະພາແຫ່ງຊາດ ຢ້ຽມຢາມສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ

ມ.ສ. 30, 2025 | SlideMobile, ຂ່າວ ສພຊ, ຂ່າວເດັ່ນ

(ສພຊ) – ວັນເສົາທີ 26 ເມສາຜ່ານມາ, ທ່ານ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ຕິດຕາມວຽກງານການສຶກສາຄົ້ນຄວ້າພັດທະນາແນວພັນເຂົ້າ, ແນວພັນພືດ ແລະ ການນໍາໃຊ້ເຕັກນິກວິຊາການທີ່ມີປະສິດທິຜົນ ເພື່ອຍົກສະມັດຖະພາບການຜະລິດໃຫ້ສູງຂຶ້ນ ທີ່ສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ (ນາພອກ) ຂອງສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ໂດຍການຕ້ອນຮັບຂອງທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍຫົວໜ້າຫ້ອງການກະຊວງ, ຫົວໜ້າ-ຮອງຫົວໜ້າກົມ, ສູນວິຊາການຂັ້ນສອງ.


ໃນການລົງຊຸກຍູ້ຕິດຕາມວຽກງານຄັ້ງນີ້, ໄດ້ຢ້ຽມຢາມແປງສາທິດແນວພັນເຂົ້າຈ້າວ TS25 ແລະ ແປງທົດລອງແນວພັນເຂົ້າອື່ນໆຂອງສູນ, ທະນາຄານເຊື້ອພັນພືດ, ຫ້ອງຂະຫຍາຍພັນພືດດ້ວຍເນື້ອເຍື່ອ, ຫ້ອງທົດລອງດ້ານໂມເລກູນ (DNA) ແລະ ຫ້ອງທົດລອງພະຍາດແມງໄມ້ສັດຕູພືດ, ສາງເຢັນເກັບຮັກສາເມັດພັນພືດ ແລະ ຄັງແຮແນວພັນເຂົ້າ, ສູນທົດລອງແນວພັນພືດທີ່ດີ ຮ່ວມມື ລາວ-ຈີນ (ກວາງຊີ) ແລະ ຢ້ຽມຊົມການປູກພືດໃນເຮືອນຮົ່ມທັນສະໄໝ; ຈາກນັ້ນ, ໄດ້ສືບຕໍ່ຢ້ຽມຢາມຫໍພິພິທະພັນດິນ ແລະ ຫ້ອງຂໍ້ມູນຂ່າວສານດິນກະສິກໍາ ທີ່ຂຶ້ນກັບກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ