(ສພຊ) – ເພື່ອເປັນການປະກອບສ່ວນຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ແລະ ການເປັນຄູ່ຮ່ວມຊາຕາກໍາສັງຄົມນິຍົມ ລາວ-ຈີນ, ຈີນ-ລາວ ໃຫ້ນັບມື້ເປັນຮູບປະທຳ ແລະ ເພື່ອນຳເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດ; ວັນທີ 11 ຕຸລາຜ່ານມາ ທີ່ສະພາແຫ່ງຊາດ, ສະຫາຍ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ໄດ້ພົບປະກັບສະຫາຍ ຫຼີ ສຽງ (Li Qiang) ກຳມະການປະຈຳກົມການເມືອງສູນກາງພັກກອມມູນິດຈີນ, ນາຍົກລັດຖະມົນຕີ ໃນໂອກາດທີ່ຢ້ຽມຢາມຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນຳອາຊຽນ ຄັ້ງທີ 44 ແລະ 45 ທີ່ ສປປລາວ ເປັນເຈົ້າພາບ.
ສະຫາຍ ປອ. ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາເຄື່ອນໄຫວວຽກງານຄັ້ງນີ້, ອວຍພອນ ແລະ ຊົມເຊີຍຢ່າງສຸດໃຈຕໍ່ວັນຊາດ ສປຈີນ ຄົບຮອບ 75 ປີ ທີ່ຫາກໍສະເຫຼີມສະຫຼອງຜ່ານມາບໍ່ພໍເທົ່າໃດວັນ; ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດ ໂດຍຜ່ານສະຫາຍນາຍົກລັດຖະມົນຕີ ໄປຍັງສະຫາຍ ຈ້າວ ເລີ້ຈີ້ (Zhao Leji) ປະທານສະພາຜູ້ແທນປະຊາຊົນທົ່ວປະເທດ ແຫ່ງ ສປຈີນ, ຄະນະປະຈໍາ ແລະ ສະມາຊິກສະພາຜູ້ແທນປະຊາຊົນທົ່ວປະເທດຈີນ. ພ້ອມນັ້ນ, ສະຫາຍ ປອ. ໄຊສົມພອນ ພົມວິຫານ ຍັງໄດ້ຢືນຢັນວ່າ ສະພາແຫ່ງຊາດລາວ ຈະສືບຕໍ່ຈັດຕັ້ງປະຕິບັດເນື້ອໃນແຜນແມ່ບົດສະບັບໃໝ່ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ໄລຍະປີ 2024-2028 ທີ່ສອງການນໍາຂອງສອງປະເທດໄດ້ລົງນາມນໍາກັນໃນເດືອນຕຸລາ 2023; ພົວພັນແລກປ່ຽນການນຳຂັ້ນສູງ ແລະ ຂັ້ນຕ່າງໆຂອງ 2 ອົງການນິຕິບັນຍັດນຳກັນຢ່າງປົກກະຕິ; ສອງຝ່າຍຈະສືບຕໍ່ຮ່ວມມື, ສະໜັບສະໜູນ, ຊ່ວຍເຫຼືອ ແລະ ປະສານສົມທົບກັນໃນການເຄື່ອນໄຫວວຽກງານໃນເວທີພາກພື້ນ ແລະ ສາກົນ ທັງປະສານງານກັນໃນການສືບຕໍ່ຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງສັນຍາ ແລະ ບົດບັນທຶກຄວາມເຂົ້າໃຈຕ່າງໆ ທີ່ສອງຝ່າຍໄດ້ເປັນເອກະພາບ ແລະ ລົງນາມຮ່ວມກັນຜ່ານມາໃຫ້ເປັນຮູບປະທຳ.
ສະຫາຍ ຫຼີ ສຽງ ໄດ້ສະແດງຄວາມຍິນດີທີ່ໄດ້ພົບປະ ແລະ ຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ, ຄຳອວຍພອນ ແລະ ຄໍາເວົ້າອັນຈົບງາມ ພ້ອມທັງແຈ້ງໃຫ້ຊາບໂດຍຫຍໍ້ສະພາບການທີ່ພົ້ນເດັ່ນຂອງປະເທດຈີນ; ສະແດງຄວາມຊົມ ເຊີຍຕໍ່ຜົນສໍາເລັດຂອງການພົວພັນຮ່ວມມືລະຫວ່າງສອງອົງການນິຕິບັນຍັດ ຈີນ-ລາວ ທີ່ຍາດມາໄດ້ຕະຫຼອດໄລຍະຜ່ານມາ ເຊິ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ແລະ ການເປັນຄູ່ຮ່ວມຊາຕາກໍາສັງຄົມນິຍົມ ຈີນ-ລາວ ໃຫ້ນັບມື້ເປັນຮູບປະທຳ ແລະ ເພື່ອນຳເອົາຜົນປະໂຫຍດສູງສຸດມາສູ່ປະຊາ ຊົນສອງຊາດ. ສະຫາຍນາຍົກລັດຖະມົນຕີຈີນ ຍັງໄດ້ອວຍພອນໃຫ້ການເປັນປະທານກອງປະຊຸມໄອປາຄັ້ງທີ 45 ທີ່ສະພາແຫ່ງຊາດລາວ ຈະເປັນເຈົ້າພາບໃນມໍ່ໆນີ້ ປະສົບຜົນສໍາເລັດຢ່າງຈົບງາມ.
(ນາງ ອາລິນ ສຸພິມມະປະດິດ)