ປະທານສະພາແຫ່ງຊາດ ພົບປະປະທານາທິບໍດີມຽນມາ

ກ.ກ. 3, 2026

(ສພຊ) – ຕອນບ່າຍວັນທີ 3 ກໍລະກົດນີ້ ທີ່ສະພາແຫ່ງຊາດ, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ໄດ້ໃຫ້ການຕ້ອນຮັບ ແລະ ພົບປະທ່ານ ພົອ. ມິນ ອອງ ລາຍ ປະທານາທິບໍດີ ແຫ່ງສາທາລະນະລັດ ສະຫະພາບມຽນມາ ໃນໂອກາດຢ້ຽມຢາມລັດຖະກິດຢູ່ ສປປລາວ ລະຫວ່າງວັນທີ 3-5 ກໍລະກົດ 2026.
ໂອກາດດັ່ງກ່າວ, ທ່ານ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມຢາມລັດຖະກິດຢູ່ ສປປລາວ ຂອງທ່ານ ພົອ. ມິນ ອອງ ລາຍ ພ້ອມດ້ວຍຄະນະ ໃນຄັ້ງນີ້ ເຊິ່ງຖືເປັນປະເທດທໍາອິດໃນອາຊຽນ ຂອງການເຄື່ອນໄຫວຕ່າງປະເທດ ພາຍຫຼັງດໍາລົງຕໍາແໜ່ງ; ການຢ້ຽມຢາມຄັ້ງນີ້ ເປັນຂີດໝາຍສຳຄັນທີ່ສະແດງໃຫ້ເຫັນເຖິງສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ດີງາມ, ຄວາມສາມັກຄີ ແລະ ການຮ່ວມມືອັນໃກ້ຊິດຖານປະເທດໃກ້ຄຽງທີ່ດີ ລະຫວ່າງ ລາວ-ມຽນມາ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ. ພ້ອມດຽວກັນນີ້, ທ່ານປະທານສະພາແຫ່ງຊາດ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດໃນການຈັດການເລືອກຕັ້ງທົ່ວໄປ ແລະ ການຈັດຕັ້ງລັດຖະບານຊຸດໃໝ່ ຂອງ ສສ.ມຽນມາ ຢ່າງເປັນທາງການ ໃນໄລຍະຜ່ານມາ ພ້ອມທັງສະແດງຄວາມຊົມເຊີຍທ່ານ ພົອ. ມິນ ອອງ ລາຍ ທີ່ໄດ້ຮັບໄຊຊະນະໃນການເລືອກຕັ້ງ ແລະ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກປະຊາຊົນມຽນມາ ໃຫ້ດໍາລົງຕໍາແໜ່ງເປັນປະທານາທິບໍດີ.
ໂອກາດນີ້, ທ່ານ ພົອ. ມິນ ອອງ ລາຍ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ຄໍາເວົ້າອັນຈົບງາມ ແລະ ການຕ້ອນຮັບອັນອົບອຸ່ນຂອງທ່ານ ໄຊສົມພອນ ພົມວິຫານ, ຄະນະປະຈໍາສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ແລະ ປະຊາຊົນລາວບັນດາເຜົ່າ.
ໃນການພົບປະດັ່ງກ່າວ, ສອງຝ່າຍໄດ້ແຈ້ງສະພາບການພົ້ນເດັ່ນຂອງປະເທດຕົນໃຫ້ກັນຊາບ ພ້ອມທັງສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດອັນໃຫຍ່ຫຼວງໃນການພັດທະນາເສດຖະກິດ-ສັງຄົມ ທີ່ສອງປະເທດຍາດມາໄດ້ໃນໄລຍະຜ່ານມາ; ທັງສອງຝ່າຍຍັງໄດ້ສະແດງຄວາມປິຕິຍິນດີທີ່ເຫັນວ່າ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືອັນໃກ້ຊິດ ລະຫວ່າງ ລາວ-ມຽນມາ ໄດ້ຮັບການຮັດແໜ້ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ເຊິ່ງສະແດງອອກໃນການຮ່ວມມືທາງດ້ານການເມືອງທີ່ມີຄວາມໜັກແໜ້ນ, ມີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ, ມີການສະໜັບສະໜູນຊ່ວຍເຫຼືອກັນດ້ວຍດີຕະຫຼອດມາ ແລະ ການນໍາຂັ້ນສູງຂອງສອງປະເທດ ກໍໄດ້ມີການພົບປະແລກປ່ຽນການຢ້ຽມຢາມກັນຢ່າງປົກກະຕິ ທັງໃນຂອບສອງຝ່າຍ ແລະ ໂອກາດເຂົ້າຮ່ວມກອງປະຊຸມພາກພື້ນ ແລະ ສາກົນ. ພ້ອມດຽວກັນນັ້ນ, ສອງຝ່າຍກໍໄດ້ເຫັນດີເປັນເອກະພາບຕໍ່ທິດທາງແຜນການຮ່ວມມືກັນໃນຕໍ່ໜ້າ.
ນອກຈາກນີ້, ທ່ານ ໄຊສົມພອນ ພົມວິຫານ ຍັງໄດ້ຢືນຢັນວ່າ ສະພາແຫ່ງຊາດລາວ ຈະໃຫ້ການສະໜັບສະໜູນທາງດ້ານນິຕິບັນຍັດ ແລະ ການຕິດຕາມກວດກາການຜັນຂະຫຍາຍບັນດາບົດບັນທຶກຄວາມເຂົ້າໃຈ (MOU) ແລະ ສັນຍາຕ່າງໆ ທີ່ລັດຖະບານສອງຝ່າຍໄດ້ລົງນາມຮ່ວມກັນ ເພື່ອຈັດຕັ້ງປະຕິບັດໃຫ້ປາກົດຜົນເປັນຮູບປະທໍາ ລວມທັງຕິດຕາມການຜັນຂະຫຍາຍຜົນການຢ້ຽມຢາມລັດຖະກິດໃນຄັ້ງນີ້ ໃຫ້ເກີດດອກອອກຜົນ ເພື່ອນໍາເອົາຜົນປະໂຫຍດທີ່ແທ້ຈິງມາສູ່ປະຊາຊົນທັງສອງຊາດ ກໍຄືການສະໜັບສະໜູນເຊິ່ງກັນແລະກັນ ໃນເວທີພາກພື້ນ ແລະ ໃນໂລກ.
ໃນຂະນະດຽວກັນ, ທ່ານ ພົອ. ມິນ ອອງ ລາຍ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ, ສະໜິດສະໜົມ ແລະ ເຕັມໄປດ້ວຍໄມຕີຈິດມິດຕະພາບ ພ້ອມທັງມີຄໍາເຫັນສະໜັບສະໜູນໃຫ້ ມຽນມາ ແລະ ລາວ ສືບຕໍ່ສົ່ງເສີມການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ, ການສຶກສາ, ສາທາລະນະສຸກ, ການປ້ອງກັນປະເທດ ແລະ ອື່ນໆ ລະຫວ່າງສອງປະເທດ ໃຫ້ໄດ້ຮັບການຂະຫຍາຍຕົວຍິ່ງຂຶ້ນ.