ປະທານສະພາແຫ່ງຊາດ ພົບປະຜູ້ມີສິດເລືອກຕັ້ງກຳລັງ ປກສ

ມ.ຖ. 13, 2026

‎(ສພຊ) – ວັນທີ 12 ມິຖຸນາ 2026, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ (ນວ) ນໍາໂດຍທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະຕິດຕາມ ໄດ້ພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ V ທີ່ສະໂມສອນກະຊວງປ້ອງກັນຄວາມສະຫງົບ (ສະໜາມມ້າ), ໃຫ້ການຕ້ອນຮັບໂດຍທ່ານ ພົທ. ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ (ປກສ), ມີຮອງລັດຖະມົນຕີ, ບັນດາຫົວໜ້າ-ຮອງຫົວໜ້າກົມໃຫຍ່, ຫ້ອງວ່າການ, ກົມ, ກອງບັນຊາການ, ວິທະຍາຄານ, ກອງບັນຊາການ ປກສ ນວ ແລະ ນາຍຕໍາຫຼວດນໍາພາ-ບັນຊາຫຼັກແຫຼ່ງອ້ອມຂ້າງກະຊວງ ປກສ ເຂົ້າຮ່ວມຢ່າງພ້ອມພຽງ.
‎​ ໂອກາດນີ້, ທ່ານ ໄຊສົມພອນ ພົມວິຫານ ໄດ້ຕາງໜ້າໃຫ້ກົມການເມືອງສູນກາງພັກ, ຄະນະປະຈໍາສະພາແຫ່ງຊາດ ສະແດງຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຢ່າງສຸດອົກສຸດໃຈ ຕໍ່ບັນດາຜົນງານ ກໍຄືຜົນສຳເລັດທີ່ກຳລັງປ້ອງກັນຄວາມສະຫງົບປະຊາຊົນຍາດມາໄດ້ ໃນການຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບປອດໄພ ແລະ ເປັນເຈົ້າການໃນການມ້າງຄະດີຢາເສບຕິດ, ສະກັດກັ້ນອາຊະຍາກຳຂ້າມຊາດ ແລະ ບັນຫາສະແກມເມີ ໄດ້ຢ່າງທັນການ. ພ້ອມກັນນັ້ນ, ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາທຸກຂັ້ນ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນແມ່ນ: ເພີ່ມທະວີບົດບາດການນໍາພາຂອງພັກ ເຂົ້າໃນການເຄື່ອນໄຫວວຽກງານ ປກສ ໂດຍສະເພາະການດໍາເນີນຄະດີອາຍາ, ການສືບສວນ-ສອບສວນ ໃຫ້ຮັບປະກັນຄວາມໂປ່ງໃສ ແລະ ຍຸຕິທໍາ ຕາມກົດໝາຍຢ່າງເຂັ້ມງວດ; ເອົາໃຈໃສ່ສຶກສາອົບຮົມ, ຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດຂອງນາຍ ແລະ ພົນຕຳຫຼວດ ໃຫ້ເປັນຜູ້ຈົງຮັກພັກດີ, ຕ້ານ ແລະ ສະກັດກັ້ນພະຍາດອາດຍາສິດ; ເປັນແບບຢ່າງທີ່ດີໃນການເຄົາລົບ ແລະ ປະຕິບັດລັດຖະທຳມະນູນ ກໍຄືກົດໝາຍ; ຍົກສູງສະຕິລະວັງຕົວ, ຝຶກຝົນດ້ານສິນລະປະຍຸດ, ຍຸດທະວິທີ ແລະ ເຕັກນິກທີ່ທັນສະໄໝ ເພື່ອໂຕ້ຕອບອາຊະຍາກຳທາງເອເລັກໂຕຣນິກ ແລະ ກົນອຸບາຍມ້າງເພຂອງອິດທິກຳລັງປໍລະປັກ; ສືບຕໍ່ຫັນກຳລັງລົງກໍ່ສ້າງຮາກຖານການເມືອງໃຫ້ແຂງແຮງ; ສ້າງຄວາມເຂັ້ມແຂງທາງດ້ານການສ້າງພະລາທິການກັບທີ່ ເພື່ອດຳເນີນການປະຢັດມັດທະຍັດ; ສືບຕໍ່ຮັກສາມູນເຊື້ອອັນດີງາມໃນການຊ່ວຍເຫຼືອປະຊາຊົນ ເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ເປັນທີ່ເພິ່ງຂອງປະຊາຊົນຢ່າງແທ້ຈິງ; ພ້ອມທັງໃຫ້ຄວາມສຳຄັນກັບການພົວພັນຮ່ວມມືທີ່ມີມູນເຊື້ອກັບກຳລັງປ້ອງກັນຄວາມສະຫງົບຂອງປະເທດເພື່ອນມິດຍຸດທະສາດ ຢ່າງມີການເລືອກເຟັ້ນ.

‎​(ອານຸສອນ ພູມມີທອນ)