ປະທານສະພາແຫ່ງຊາດ ພົບປະນາຍົກລັດຖະມົນຕີຫວຽດນາມ

ຕ.ລ. 8, 2024 | SlideMobile, ຂ່າວເດັ່ນ

(ສພຊ) – ຕອນບ່າຍວັນທີ 8 ຕຸລານີ້ ທີ່ສະພາແຫ່ງຊາດ, ສະຫາຍ ປອ. ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດ ໄດ້ພົບປະກັບສະຫາຍ ຝ້າມ ມິ່ງ ຈິງ (Phm Minh Chính) ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງ ສສ.ຫວຽດນາມ ໃນໂອກາດຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 44 ແລະ 45 ທີ່ ສປປລາວ ເປັນເຈົ້າພາບ.

    ສະຫາຍ ປອ. ໄຊສົມພອນ ພົມວິຫານ ໄດ້ຕີລາຄາສູງຕໍ່ການມາເຄື່ອນໄຫວວຽກງານຄັ້ງນີ້ ເຊິ່ງເປັນການຮັດແໜ້ນ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ; ພິເສດ ການພົບປະສະພາແຫ່ງຊາດມື້ນີ້ ເປັນການສະໜັບສະໜູນ, ຊຸກຍູ້ໃຫ້ການພົວພັນຮ່ວມມືຂອງສອງອົງການນິຕິບັນຍັດສອງປະເທດ ມີການເສີມຂະຫຍາຍເປັນຮູບປະທຳຍິ່ງໆຂຶ້ນ ທັງເປັນການສະໜັບສະໜູນ ແລະ ໃຫ້ກໍາລັງໃຈແກ່ສະພາແຫ່ງຊາດໃນການເປັນປະທານກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 45 ໄດ້ຮັບຜົນສໍາເລັດຕາມຈຸດປະສົງລະດັບຄາດໝາຍ. ນອກນັ້ນ, ຍັງແຈ້ງໃຫ້ຊາບການພົວພັນຮ່ວມມືລະຫວ່າງສອງອົງການນິຕິບັນຍັດ ທີ່ໄດ້ຮັບການເສີມຂະຫຍາຍທັງທາງກວ້າງ ແລະ ທາງເລິກສະເໝີມາ ທັງໃຫ້ຄຳໝັ້ນສັນຍາວ່າຈະຮ່ວມກັບບັນດາສະຫາຍຫວຽດນາມ ສືບຕໍ່ປົກປັກຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນພິເສດທີ່ການນໍາຮຸ່ນກໍ່ຕັ້ງໄດ້ທະນຸຖະໜອມມາເປັນເວລາຫຼາຍທົດສະວັດ ແລະ ໄດ້ຮັບການເສີມຂະຫຍາຍໂດຍບັນດາການນໍາຮຸ່ນຕ່າງໆ, ບັນດານັກຮົບປະຕິວັດ ແລະ ປະຊາຊົນສອງຊາດ ທີ່ໄດ້ທຸ່ມເທດ້ວຍເຫື່ອແຮງເລືອດເນື້ອມາເປັນເວລາຍາວນານນັ້ນ ໄດ້ກາຍເປັນມໍລະດົກລວມອັນລໍ້າຄ່າຂອງສອງຊາດ, ເປັນກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງສອງປະເທດ ເປັນໜຶ່ງໃນບັນດາປັດໄຈຕັດສິນໄຊຊະນະຂອງການປະຕິວັດຂອງແຕ່ລະປະເທດ ໃຫ້ນັບມື້ນັບມີປະສິດທິຜົນ ແລະ ສວຍສົດງົດງາມຕະຫຼອດໄປ.

ສະຫາຍ ຝ້າມ ມິ່ງ ຈິງ ໄດ້ແຈ້ງໃຫ້ຊາບໂດຍຫຍໍ້ຜົນ​ສຳ​ເລັດ​ຂອງ​ການ​ພົບ​ປະ​ສອງຝ່າຍກັບສະ​ຫາຍນາຍົກລັດຖະມົນຕີ​ ສອນໄຊ ສີພັນດອນ ເຊິ່ງ​ໄດ້ຢືນຢັນຮ່ວມກັນຈະຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງຂອງການນໍາຂັ້ນສູງຂອງສອງພັກ, ບັນດາຂໍ້ຕົກລົງຂອງສອງລັດຖະບານທີ່ຫາກໍໄດ້ຕົກລົງກັນ ເພື່ອເພີ່ມທະວີການພົວພັນຮ່ວມມືສອງຝ່າຍໃຫ້ເຊື່ອມຈອດກັນທາງດ້ານເສດຖະກິດ, ດ້ານການ​ເງິນ, ດ້ານກົດໝາຍ, ດ້ານພື້ນຖານ​ໂຄງ​ລ່າງ, ​ດ້ານຄົມມະນາຄົມ, ດ້ານພະລັງງານ​, ດ້ານໄຟຟ້າ, ດ້ານ​ໂທລະ​ຄົມ, ດ້ານການທ່ອງທ່ຽວ; ຊຸກຍູ້​ ແລະ ​ລະດົມ​ໃຫ້ບັນດາ​ຄູ່​ຮ່ວມ​ມື​ສາກົນທີ່ເໝາະສົມ ເຂົ້າ​ມາຮ່ວມ​ມື, ລົງທຶນ​ ແລະ ສະໜັບສະໜູນ​ບັນດາ​ໂຄງການ​ເຊື່ອມ​ຕໍ່​ທີ່ເປັນຍຸດ​ທະ​ສາດ​ລະຫວ່າງສອງປະ​ເທດໃຫ້ຫຼາຍຂຶ້ນ.

(ນາງ ອາລິນ ສຸພິມມະປະດິດ)