(ສພຊ) – ວັນທີ 4 ຕຸລາຜ່ານມາ, ສະຫາຍ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ໄດ້ຕ້ອນຮັບສະຫາຍ ຫງວຽນ ມິ່ງ ເຕິ່ມ (Nguyễn Minh Tâm) ໃນໂອກາດທີ່ໄດ້ຮັບການແຕ່ງຕັ້ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສສ.ຫວຽດນາມ ປະຈໍາ ສປປລາວ ຄົນໃໝ່ ເຊິ່ງສະຫາຍ ປອ. ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາຄາສູງຕໍ່ສະຫາຍ ຫງວຽນ ມິ່ງ ເຕິ່ມ ທີ່ໄດ້ຮັບຄວາມເຊື່ອໝັ້ນ, ຄວາມໄວ້ເນື້ອເຊື່ອໃຈຈາກພັກ, ລັດ ກໍຄືປະຊາຊົນຫວຽດນາມອ້າຍນ້ອງ ໃຫ້ມາປະຕິບັດໜ້າທີ່ເປັນທູດຢູ່ ສປປລາວ ເຊິ່ງເປັນຜູ້ສືບທອດພາລະກິດໜ້າທີ່ການທູດ, ກົນໄກປະສານງານ ໃຫ້ແກ່ການພົວພັນຮ່ວມມືຂອງສອງປະເທດ ກໍຄືຮັດແໜ້ນ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ທີ່ປະທານໂຮ່ ຈີ ມິ່ງ, ປະທານໄກສອນ ພົມວິຫານ ແລະ ປະທານສຸພານຸວົງ ເປັນຜູ້ກໍ່ຕັ້ງ ແລະ ໄດ້ຮັບການສືບທອດໂດຍການນໍາປະຕິວັດຮຸ່ນຕໍ່ໆມາເຖິງປັດຈຸບັນ ໃຫ້ນັບມື້ເຂົ້າສູ່ລວງເລິກຍິ່ງໆຂຶ້ນ.

ສະຫາຍ ປອ. ໄຊສົມພອນ ພົມວິຫານ ສະແດງຄວາມປິຕິຍິນດີທີ່ຈະໄດ້ຕ້ອນຮັບສະຫາຍ ເຈິ່ນ ແທັງ ເໝີນ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ປະທານສະພາແຫ່ງຊາດ ນໍາພາຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດຫວຽດນາມ ຢ້ຽມຢາມ ສປປລາວ ຢ່າງເປັນທາງການໃນລະຫວ່າງວັນທີ 17-18 ຕຸລານີ້ ແລະ ສືບຕໍ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 45; ພ້ອມດຽວກັນ, ກໍຍິນດີຕ້ອນຮັບສະຫາຍ ພົທ. ເຈິ່ນ ກວາງ ເຟືອງ ກໍາມະການສູນກາງພັກກອມມູນິດຫວຽດນາມ, ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ເຂົ້າຮ່ວມກອງປະຊຸມພົບປະລະຫວ່າງຜູ້ນໍາອາຊຽນ ແລະ ໄອປາ ໃນລະຫວ່າງວັນທີ 8-10 ຕຸລາ 2024 ເຊິ່ງເປັນການໃຫ້ກໍາລັງໃຈ ແລະ ສະໜັບສະໜູນສະພາແຫ່ງຊາດລາວ ເປັນເຈົ້າພາບກອງປະຊຸມ ແລະ ເຮັດສໍາເລັດພັນທະສາກົນດັ່ງກ່າວ.
ສະຫາຍ ຫງວຽນ ມິ່ງ ເຕິ່ມ ໄດ້ສະແດງຄວາມຂອບໃຈຕໍ່ປະທານສະພາແຫ່ງຊາດ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ຄໍາຊົມເຊີຍ ແລະ ຄໍາເວົ້າອັນຈົບງາມ ພ້ອມທັງແຈ້ງໃຫ້ຊາບໂດຍຫຍໍ້ສະພາບການທີ່ພົ້ນເດັ່ນຂອງປະເທດຫວຽດນາມ; ຢືນຢັນວ່າຈະສືບຕໍ່ຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ.
(ອານຸສອນ ພູມມີທອນ)