
(ສພຊ) ໃນຕອນບ່າຍຂອງວັນທີ 17 ກໍລະກົດ 2022, ທີ່ສະພາແຫ່ງຊາດ, ນະຄອນຫຼວງວຽງຈັນ, ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ໄດ້ຕ້ອນຮັບການເຂົ້າພົບປະຂອງສະຫາຍ ຫວໍ ວັນ ເຖື້ອງ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ, ຫົວໜ້າຄະນະຊີ້ນໍາລະດັບຊາດ ສະເຫຼີມສະຫຼອງປີສາມັກຄີມິດຕະພາບ ຫວຽດນາມ-ລາວ, ໃນໂອກາດທີ່ໄດ້ນຳຄະນະຜູ້ແທນຂັ້ນສູງຂອງ ສສ.ຫວຽດນາມ ເດີນທາງມາຢ້ຽມຢາມ ສປປລາວ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ກໍຄືໂອກາດວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ, ທີ່ນະຄອນຫຼວງວຽງຈັນ.

ໃນການພົບປະຄັ້ງນີ້, ສະຫາຍ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ຄະນະຜູ້ແທນຂັ້ນສູງຫວຽດນາມ ທີ່ໄດ້ເດີນທາງມາຢ້ຽມຢາມ ສປປລາວ ໃນຄັ້ງນີ້ ເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມໝາຍສໍາຄັນຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ, ພິເສດ ການມາຢ້ຽມຢາມຄັ້ງນີ້ ເປັນການນໍາເອົາໄມຕີຈິດມິດຕະພາບອັນດູດດື່ມ, ຄວາມສາມັກຄີຮັກເເພງອັນສະໜິດສະໜົມຂອງ ພັກ, ລັດ, ສະພາແຫ່ງຊາດ ຫວຽດນາມ ອ້າຍນ້ອງ ມາຍັງ ພັກ-ລັດ, ສະພາແຫ່ງຊາດລາວ ແລະ ຍັງໄດ້ຖືໂອກາດນີ້ ຝາກຄວາມຢື້ຢາມຖາມຂ່າວໄປຍັງ ສະຫາຍ ເວືອງ ດິງ ເຫວະ ປະທານສະພາແຫ່ງຊາດຫວຽດນາມ. ໃນໂອກາດນີ້, ສະຫາຍປະທານສະພາແຫ່ງຊາດລາວ ກໍໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດອັນໃຫຍ່ຫຼວງ ແລະ ຮອບດ້ານ ທີ່ປະຊາຊົນຫວຽດນາມ ອ້າຍນ້ອງ ຍາດມາໄດ້ ພາຍໃຕ້ການນໍາພາອັນປີຊາສາມາດ, ສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ ໃນພາລະກິດປົດປ່ອຍຊາດ ໃນເມື່ອກ່ອນ ກໍຄືພາລະກິດປ່ຽນແປງໃໝ່ແຫ່ງການສ້າງສາພັດທະນາ ແລະ ປົກປັກຮັກສາປະເທດຊາດ ໃນປັດຈຸບັນ. ພ້ອມນີ້, ສອງຝ່າຍ ກໍໄດ້ຕີລາຄາສູງ ແລະ ສະແດງຄວາມພາກພູມໃຈເປັນຢ່າງຍິ່ງທີ່ເຫັນວ່າ ບໍ່ວ່າຍຸກສະໄໝໃດ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ ແລະ ຫວຽດນາມ ກໍນັບມື້ນັບໄດ້ຮັບການເສີມຂະຫຍາຍໃຫ້ແຕກດອກອອກຜົນ ແລະ ເຂົ້້າສູ່ລວງເລິກ ເຊິ່ງໄດ້ສະແດງອອກໃຫ້ເຫັນຄື ການໄປມາຫາສູ່ກັນ ບໍ່ວ່າຈະເປັນການນຳຂັ້ນສູງ, ຈົນຮອດບັນດາຂະແໜງການສູນກາງ ແລະ ທ້ອງຖິ່ນຂອງສອງປະເທດ ໄດ້ແລກປ່ຽນພົບປະການຢ້ຽມຢາມເຊິ່ງກັນ ແລະ ກັນ ຢ່າງເປັນປົກກະຕິ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນພິເສດ ແລະ ຊຸກຍູ້ການຮ່ວມມືໃຫ້ຂະຫຍາຍຕົວ ເຊິ່ງໄດ້ປະກອບສ່ວນເຮັດໃຫ້ມີຄວາມໃກ້ຊິດຫລາຍຂຶ້ນ, ມີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ ແລະ ເຮັດໃຫ້ການພົວພັນຮ່ວມມືໄດ້ຮັບການເສີມຂະຫຍາຍ ແລະ ແຕກດອກອອກຜົນຍິ່ງຂຶ້ນ, ສະເພາະໃນຂອບການຮ່ວມມືຂອງ ສອງສະພາແຫ່ງຊາດ ລາວ-ຫວຽດນາມ ເຫັນວ່າ ສອງຝ່າຍ ໄດ້ເຮັດວຽກຮ່ວມກັນຢ່າງໃກ້ຊິດ, ໄດ້ມີການເສີມຂະຫຍາຍການພົວພັນຮ່ວມມື ແລະ ສາມາດນໍາປະໂຫຍດຕົວຈິງ ມາສູ່ສອງອົງການນິຕິບັນຍັດ, ສະແດງອອກໃນການແລກປ່ຽນຢ້ຽມຢາມຜູ້ແທນຂັ້ນຕ່າງໆ, ຈັດສຳມະນາໃນຫົວຂໍ້ທີ່ຈຳເປັນສຳລັບອົງການນິຕິບັນຍັດ, ມີການສົ່ງສານຊົມເຊີຍ, ສານອວຍພອນ ເຊິ່ງກັນ ແລະ ກັນ ໃນໂອກາດວັນສຳຄັນຕ່າງໆຂອງຊາດ, ການສະໜັບສະໜູນຊ່ວຍເຫຼືອ ແລະ ຮ່ວມມືກັນໃນເວທີລັດຖະສະພາພາກພື້ນ ແລະ ສາກົນ.

ໃນໂອກາດນີ້, ສະຫາຍ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຂອບໃຈ ມາຍັງ ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລ້ຳຄ່າ ແລະ ທັນການຕໍ່ ສປປລາວ ຕະຫຼອດໄລຍະຜ່ານມາ. ພິເສດ ແມ່ນການຊ່ວຍເຫຼືອອັນລໍ້າຄ່າ ເປັນຕົ້ນແມ່ນ ໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວຫຼັງໃໝ່ ທີ່ມີຄວາມທັນສະໄໝທີ່ສຸດ, ສວຍງາມ ມີເອກະລັກຂອງວັດທະນະທໍາ ສະຖາປັດຕະຍະກໍາຂອງລາວທີ່ດີທີ່ສຸດ, ເປັນອາຄານທີ່ແໜ້ນໜາແຂງແຮງ ຈະໃຊ້ງານໄດ້ຍາວນານທີ່ສຸດ ແລະ ມີມູນຄ່າສູງທີ່ສຸດ ສໍາລັບຕຶກຫຼັງໜຶ່ງເທົ່າທີ່ເຄີຍມີມາ ຢູ່ປະເທດລາວ ເຖິງປັດຈຸບັນນີ້ ແລະ ຂໍຖືໂອກາດນີ້ ອວຍພອນໃຫ້ສະຫາຍ ຫວໍ ວັນ ເຖື້ອງ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ຈົ່ງປະສົບຜົນສຳເລັດໃນການເດີນທາງມາຢ້ຽມຢາມ ສປປລາວ ໃນຄັ້ງນີ້, ອວຍພອນໃຫ້ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ຈົ່ງໝັ້ນຄົງຂະໜົງແກ່ນຕະຫຼອດກາລະນານ.

ໃນຕອນບ່າຍຂອງວັນດຽວກັນ, ສະຫາຍ ຫວໍ ວັນ ເຖື້ອງ ພ້ອມດ້ວຍຄະນະ ໄດ້ເດີນທາງໄປທີ່ ອານຸສອນສະຖານ ປະທານ ໄກສອນ ພົມວິຫານ ເພື່ອເຂົ້າຮ່ວມພິທີວາງກະຕ່າດອກໄມ້ ເພື່ອສະແດງເຖິງຄວາມຮູ້ບຸນຄຸນອັນໃຫຍ່ຫຼວງ ແລະ ຈົດຈຳລໍ້າລຶກເຖິງຄຸນງາມຄວາມດີທີ່ຫາອັນປຽບບໍ່ໄດ້, ຜູ້ເຊິ່ງກຳຄັນທຸງໜ້າຂອງຂະບວນການຮັກຊາດ ແລະ ປະຕິວັດ, ນັກປະຕິວັດຮຸ່ນໜຸ່ມຂອງພັກ ທີ່ຍອມເສຍສະຫຼະເລືອດເນື້ອຕໍ່ສູ້ກູ້ຊາດຢ່າງພິລະອາດຫານ ພາຍໃຕ້ການຊີ້ນຳ-ນຳພາຂອງພັກປະຊາຊົນປະຕິວັດລາວ ຈົນສາມາດປົດປ່ອຍປະເທດຊາດ ແລະ ນຳເອົາຄວາມຢູ່ເຢັນເປັນສຸກມາສູ່ປວງຊົນລາວທັງຊາດ ຈົນມາເຖິງປັດຈຸບັນ. ຫຼັງຈາກນັ້ນ, ກໍໄດ້ສືບຕໍ່ເຂົ້າຮ່ວມພິທີເປີດງານວາງສະແດງຮູບພາບການພົວພັນຮ່ວມມືສອງຊາດ ລາວ-ຫວຽດນາມ ແຕ່ອະດີດຈົນເຖິງປັດຈຸບັນ.

ໃນວັນດຽວກັນ, ສະຫາຍ ຫວໍ ວັນ ເຖື້ອງ ພ້ອມດ້ວຍຄະນະ ຍັງໄດ້ເດີນທາງໄປຢ້ຽມຢາມ ສະຫາຍ ຈູມມະລີ ໄຊຍະສອນ ອະດີດເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປລາວ ແລະ ສືບຕໍ່ເຂົ້າຮ່ວມງານລ້ຽງຕ້ອນຮັບ ເຊິ່ງຈັດໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປລາວ.
