ປະທານສະພາແຫ່ງຊາດເຂົ້າຮ່ວມຂະບວນການຍ່າງເພື່ອສຸຂະພາບ

ມ.ຖ. 27, 2022 | SlideMobile

ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ປະຈຳປີ 2022 ຄົບຮອບ 35 ປີ (26 ມິຖຸນາ 1987-26 ມິຖຸນາ 2022) ໄດ້ມີພິທີໂຮມຊຸມນຸມ ຈັດກິດຈະກຳຍ່າງມິນິມາລາທອນເພື່ອສຸຂະພາບໃນວັນທີ 25 ມິຖຸນາ 2022 ທີ່ປະຕູໄຊ ນະຄອນຫຼວງວຽງຈັນ ຕາງໜ້າສະພາແຫ່ງຊາດ ໂດຍການເຂົ້າຮ່ວມຂອງທ່ານ ປອ. ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ມີທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ; ມີຜູ້ຕາງໜ້າຈາກບັນດາກະຊວງ, ອົງການທຽບເທົ່າ ແລະ ອົງການຈັດຕັ້ງມະຫາຊົນອ້ອມຂ້າງສູນກາງ ເຂົ້າຮ່ວມ.