(ສພຊ) ໃນຕອນບ່າຍຂອງວັນທີ 17 ພະຈິກ 2022, ທີ່ຫໍສະພາແຫ່ງຊາດລາວ, ໄດ້ມີການພົບປະ ລະຫວ່າງ ພະນະທ່ານ ປອ. ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ແລະ ພະນະທ່ານ ກ໋ອມບໍເຈົາ ຈັນຕັງຊາຕາຣ ປະທານສະພາຄູຣານໃຫຍ່ ແຫ່ງ ມົງໂກລີ, ມີປະທານກຳມາທິການການຕ່າງປະເທດ, ປະທານກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປະທານຄະນະມິດຕະພາບ ລັດຖະສະພາ ລາວ-ມົງໂກລີ ສະພາແຫ່ງຊາດລາວ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ພາກສ່ວນກ່ຽວຂ້ອງຂອງທັງສອງຝ່າຍ ຈໍານວນໜຶ່ງ. ນອກນີ້ ຍັງມີທ່ານເອກອັກຄະລັດຖະທູດຜູ້ມີອໍານາດເຕັມ ແຫ່ງ ສປປລາວ ປະຈໍາ ມົງໂກລີ ແລະ ທ່ານເອກອັກຄະລັດຖະທູດມົງໂກລີ ປະຈໍາ ສປປລາວ ເຂົ້າຮ່ວມພົບປະຜ່ານລະບົບທາງໄກ.
ໃນການພົບປະຄັ້ງນີ້, ປະທານສະພາແຫ່ງຊາດລາວ ໄດ້ສະແດງຄວາມປິຕິຍິນດີ ແລະ ພາກພູມໃຈທີ່ໄດ້ມີໂອກາດພົບປະກັບພະນະທ່ານ ກ໋ອມບໍເຈົາ ຈັນຕັງຊາຕາຣ ພ້ອມດ້ວຍຄະນະ ໂດຍຜ່ານລະບົບວີດີໂອທາງໄກ ເຊິ່ງເປັນການພົບປະກັນຄັ້ງທໍາອິດ ໃນຖານະເປັນປະທານສະພາແຫ່ງຊາດລາວ. ໃນໂອກາດດັ່ງກ່າວ, ທ່ານປະທານສະພາຄູຣານໃຫຍ່ ມົງໂກລີ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ທີ່ຝ່າຍລາວໄດ້ມີແນວຄິດລິເລີ່ມຈັດການພົບປະໃນຄັ້ງນີ້. ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສອງປະເທດລາວ ແລະ ມົງໂກລີ ນັບແຕ່ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ໃນວັນທີ 12 ກັນຍາ 1962 ເຊິ່ງໃນປີ 2022 ເປັນປີທີ່ສອງປະເທດ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັັັນການທູດ ຄົບຮອບ 60 ປີ.
ການພົວພັນຂອງອົງການນິຕິບັນຍັດຂອງສອງປະເທດ ໄດ້ແລກປ່ຽນຢ້ຽມຢາມ ແລະ ໄປມາຫາສູ່ກັນຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ ນັບແຕ່ຂັ້ນປະທານ ແລະ ຂັ້ນກໍາມາທິການ, ຄະນະມິດຕະພາບລັດຖະສະພາ, ຄະນະເລຂາທິການ ນຳກັນ.
ໃນການພົບປະດັ່ງກ່າວ, ສອງຝ່າຍ ຍັງແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບການຊຸກຍູ້ ແລະ ສົ່ງເສີມການພົວພັນຮ່ວມມື ຂອງສອງປະເທດ ກໍຄືສອງອົງການນິຕິບັນຍັດ ໄດ້ເປັນເອະພາບກັນ ຈະຊຸກຍູ້ການຈັດຕັ້ງປະຕິບັດບັນດາສັນຍາ, ສົນທິສັນຍາ ແລະຂໍ້ຕົກລົງຕ່າງໆ ທີ່ສອງລັດຖະບານ ໄດ້ລົງນາມຮ່ວມກັນ ໃຫ້ມີປະສິດທິຜົນສູງ ແລະ ນຳເອົາຜົນປະໂຫຍດ ມາສູ່ປະຊາຊົນຢ່າງແທ້ຈິງ.
ສອງຝ່າຍ ເຫັນດີນໍາກັນ ຈະພ້ອມກັນປັບປຸງ ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື ລະຫວ່າງ ສະພາແຫ່ງຊາດລາວ ແລະ ສະພາຄູຣານໃຫຍ່ ໃນຊຸມປີຕໍ່ໜ້າ.
ໃນຕອນທ້າຍ, ພະນະທ່ານ ປອ. ໄຊສົມພອນ ພົມວິຫານ ໃນນາມສະພາແຫ່ງຊາດ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນມົງໂກລີ ທີ່ໄດ້ໃຫ້ການຊ່ວຍເຫຼືອຢ່າງຫຼວງຫຼາຍຕໍ່ປະຊາຊົນລາວຕະຫຼອດໄລຍະຜ່ານມາ ແລະ ອວຍພອນໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ລະຫວ່າງ ສອງປະເທດ ລາວ-ມົງໂກລີ ກໍຄືລະຫວ່າງ ສອງອົງການນິຕິບັນຍັດ ຂອງສອງປະເທດ ລາວ-ມົງໂກລີ ຈົ່ງສືບຕໍ່ນັບມື້ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ. ທ່ານປະທານສະພາແຫ່ງຊາດລາວ ໄດ້ເຊື້ອເຊີນ ທ່ານປະທານສະພາຄູຣານໃຫຍ່ມົງໂກລີ ມາຢ້ຽມຢາມ ສປປລາວ ໃນເວລາທີ່ເໝາະສົມ ແລະ ປະທານສະພາຄູຣານໃຫຍ່ມົງໂກລີ ໄດ້ຮັບເອົາການເຊື້ອເຊີນດັ່ງກ່າວດ້ວຍຄວາມຍິນດີ ເຊິ່ງວັນເວລາຈະປະສານທາງການທູດ.
ການພົບປະແບບທາງໄກໃນຄັ້ງນີ້ ໄດ້ດໍາເດີນໄປດ້ວຍບັນຍາກາດທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບເປັນກັນເອງ.
ປະທານສະພາແຫ່ງຊາດລາວ ພົບປະທາງໄກກັບ ປະທານສະພາຄູຣານໃຫຍ່ ແຫ່ງ ມົງໂກລີ
