ປະທານສະພາແຫ່ງຊາດລາວ ພົບປະທາງໄກກັບປະທານສະພາຜູ້ແທນປະຊາຊົນ ແຫ່ງ ສ.ເບລາຣຸດ

ສ.ຫ. 19, 2022 | SlideMobile


(ສ​ພ​ຊ) ໃນຕອນບ່າຍຂອງວັນທີ 19 ສິງຫາ 2022, ທີ່ສະພາແຫ່ງຊາດ, ໄດ້ມີການພົບປະໂດຍຜ່ານລະບົບວີດີໂອແບບທາງໄກ ລະຫວ່າງ ທ່ານ ປອ. ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ແລະ ທ່ານ ວຼາດີເມຽ ອັງເດຼເຊັນໂກ ປະທານສະພາຜູ້ແທນປະຊາຊົນ ແຫ່ງ ສ.ເບລາຣຸດ ໂດຍ​ມີ​ທ່ານ ສັນ​ຍາ ປ​ຣະ​ເສີດ ປະ​ທານ​ກຳ​ມາ​ທິ​ກາ​ນ​ການ​ຕ່າງ​ປະ​ເທດ ທັງເປັນປະທານຄະນະມິດຕະພາບລັດຖະສະພາລາວ-ເບລາຣຸດ, ທ່ານ ຮສ. ປອ. ລິນຄໍາ ດວງສະຫວັນ ປະ​ທານ​ກຳ​ມາ​ທິ​ການ​ເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະ​ພາ​ແຫ່ງ​ຊາດ​ລາວ, ທ່ານ ບຸນເຫລືອ ພັນດານຸວົງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ພາກ​ສ່ວນ​ກ່ຽວ​ຂ້ອງ​ຂອງ​ທັງ​ສອງ​ຝ່າຍເຂົ້າ​ຮ່ວມ​.
ໃນການພົບປະຄັ້ງນີ້, ​ປະທານສະພາແຫ່ງຊາດລາວ ໄດ້​ສະ​ແດງ​​ຄວາມປິຕິ​ຍິນ​ດີ ແລະ ພາກ​ພູມ​ໃຈທີ່ໄດ້ມີໂອກາດພົບປະກັບທ່ານ ວຼາດີເມຽ ອັງເດຼເຊັນໂກ ພ້ອມດ້ວຍຄະນະ ເຊິ່ງເປັນການພົບປະກັນຄັ້ງທໍາອິດ ໃນຖານະເປັນປະທານສະພາແຫ່ງຊາດລາວ ແລະ ປະທານສະພາຜູ້ແທນປະຊາຊົນ ສ.ເບລາຣຸດ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ທີ່ຝ່າຍລາວໄດ້ມີແນວຄິດລິເລີ່ມຈັດການພົບປະໃນຄັ້ງນີ້. ສອງຝ່າຍໄດ້ຕີ​ລາ​ຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງສອງປະເທດລາວ-ສ.ເບລາຣຸດ ນັບແຕ່ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ໃນວັນທີ 7 ທັນວາ 1994 ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ເຊິ່ງສະແດງອອກສອງປະເທດ ໄດ້ມີການແລກປ່ຽນຄະນະຜູ້ແທນຂັ້ນສູງຂອງທັງສອງປະເທດ ໂດຍທ່ານ ຈູມມາລີ ໄຊຍະສອນ ອະດີດປະທານປະເທດແຫ່ງ ສປປລາວ ໄດ້ຢ້ຽມຢາມ ສ.ເບລາຣຸດ ໃນເດືອນກໍລະກົດ ປີ 2013 ແລະ ປະທານສະພາແຫ່ງຊາດລາວ ຊຸດທີ VIII ໄດ້ຢ້ຽມຢາມ ທີ່ ສ.ເບລາຣຸດ ໃນເດືອນເມສາ ປີ 2014 ແລະ ໄດ້ລົງນາມຮ່ວມກັນໃນບົດບັນທຶກວ່າດ້ວຍການຮ່ວມມື ລະຫວ່າງ ສະພາແຫ່ງຊາດລາວ ແລະ ສະພາຜູ້ແທນປະຊາຊົນ ສ.ເບລາຣຸດ, ສອງຝ່າຍຍັງໄດ້ຮ່ວມມື ແລະ ສະໜັບສະໜູນ ເຊິ່ງກັນ ແລະ ກັນ ຢູ່ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ.
ໂອກາດນີ້, ສອງຝ່າຍໄດ້ປຶກສາຫາລື ກ່ຽວກັບການພົວພັນຮ່ວມມື ຂອງສອງປະເທດ ກໍຄື ສອງອົງການນິຕິບັນຍັດ ໃນຕໍ່ໜ້າ ເຊິ່ງສອງຝ່າຍຈະໄດ້ພ້ອມກັນຊຸກຍູ້ການຈັດຕັ້ງປະຕິບັດບັນດາສັນຍາ, ສົນທິສັນຍາ ແລະ ຂໍ້ຕົກລົງຕ່າງໆ ທີ່ສອງລັດຖະບານ ໄດ້ລົງນາມຮ່ວມກັນ ໃຫ້ມີປະສິດທິຜົນສູງ ແລະ ນຳເອົາຜົນປະໂຫຍດມາສູ່ປະຊາຊົນຢ່າງແທ້ຈິງ; ພ້ອມກັນນີ້, ສອງສະພາແຫ່ງຊາດ ກໍໄດ້ປຶກສາຫາລືກ່ຽວກັບການປັບປຸງບົດບັນທຶກວ່າດ້ວຍການຮ່ວມມື ລະຫວ່າງ ສະພາແຫ່ງຊາດ ແຫ່ງ ສປປລາວ ແລະ ສະພາຜູ້ແທນປະຊາຊົນ ແຫ່ງ ສ.ເບລາຣຸດ ທີ່ລົງນາມຮ່ວມກັນ ໃນປີ 2014.
ໃນຕອນ​ທ້າຍ, ທ່ານ ປອ. ໄຊ​ສົມ​ພອນ ພົມ​ວິ​ຫານ ໃນນາມສະພາແຫ່ງຊາດ ແລະ ປະຊາຊົນບັນດາເຜົ່າ ​ໄດ້​ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນເບລາຣຸດ ທີ່ໄດ້ໃຫ້ການຊ່ວຍເຫຼືອປະຊາຊົນລາວຕະຫຼອດໄລຍະຜ່ານມາ ແລະ ອວຍພອນໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ລະຫວ່າງ ສອງປະເທດລາວ-ເບລາຣຸດ ກໍຄື ລະຫວ່າງສອງອົງການນິຕິບັນຍັດ ຂອງສອງປະເທດລາວ-ເບລາຣຸດ ຈົ່ງສືບຕໍ່ຂະຫຍາຍຕົວ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ; ພ້ອມນັ້ນ, ທ່ານປະທານສະພາແຫ່ງຊາດລາວ ໄດ້ເຊື້ອເຊີນທ່ານປະທານສະພາຜູ້ແທນປະຊາຊົນ ເບລາຣຸດ ມາຢ້ຽມຢາມ ສປປລາວ ໃນເວລາທີ່ເໝາະສົມ ແລະ ປະທານສະພາຜູ້ແທນປະຊາຊົນ ເບລາຣຸດ ໄດ້ຮັບເອົາການເຊື້ອເຊີນດັ່ງກ່າວດ້ວຍຄວາມຍິນດີ.