


ວັນທີ 11 ມິຖຸນາ 2026 ນີ້. ທ່ານ ບຸນເຖິງ ດວງສະຫວັນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ປະທານຄະນະສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 17 ແລະ ທ່ານ ອິນປັນ ອິນທິລາດ ເລຂາພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງສາມັກຄີໄຊ ພ້ອມດ້ວຍສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງສາມັກຄີໄຊ ໄດ້ເຄື່ອນໄຫວເຜີຍແຜ່ຜົນສຳເລັດກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດຊຸດທີ X ແລະ ສະພາປະຊາຊົນແຂວງອັດຕະປືຊຸດທີ V ຢູ່ກອງບັນຊາການທະຫານ ແລະ ກອງບັນຊາການ ປກສ ເມືອງສະມັກຄີໄຊ ມີຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນທະຫານ, ນາຍ ແລະພົນຕໍາຫຼວດເຂົ້າຮ່ວມ.ໃນການເຄື່ອນໄຫວຄັ້ງນີ້, ໄດ້ຮັບຟັງສະພາບການຈັດຕັ້ງປະຕິບັດວຽກງານໂດຍຫຍໍ້ຂອງສອງກອງບັນຊາການ, ຈາກນັ້ນ, ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ຍົກໃຫ້ເຫັນເຖິງຜົນສຳເລັດອັນຈົບງາມຂອງກອງປະຊຸມຄັ້ງປະຖົມມະລືກ ເຊິ່ງເປັນເຫດການການເມືອງທີ່ມີຄວາມໝາຍຄວາມສຳຄັນຍິ່ງ. ເນື້ອໃນຕົ້ນຕໍທີ່ໄດ້ນຳມາເຜີຍແຜ່ ແລະ ສ້າງຄວາມຮັບຮູ້ ເປັນຕົ້ນ: ການຮັບຮອງໂຄງປະກອບ ແລະ ບຸກຄະລາກອນຂອງບັນດາອົງການອໍານາດລັດຂັ້ນສູນກາງ ແລະ ຂັ້ນແຂວງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີແຫ່ງຊາດ ແລະ ຂັ້ນແຂວງ, ໂຄງການກໍ່ສ້າງເສັ້ນທາງລົດໄຟ ແຕ່ຕົວເມືອງທາ ແຂກ. ແຂວງຄໍາມ່ວນ ຫາມຸຢ່າຊາຍແດນລາວ-ຫວຽດນາມດ້ວຍຮູບແບບ BOT, ແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງ ອົງການກວດສອບປະຈຳພາກໃຕ້; ອົງການກວດກາແຫ່ງລັດ, ສານປະຊາຊົນ ແລະ ອົງການໄອຍະການປະຊາຊົນ, ແຜນການສ້າງ ແລະ ປັບປຸງນິຕິກຳໃຕ້ກົດໝາຍ 5 ປີ. ເພື່ອເຮັດໃຫ້ກຳລັງປະກອບອາວຸດ ປກສ ແລະ ປກຊ ເມືອງສາມັກຄີໄຊ ເຊິ່ງເປັນກຳລັງຫຼັກແຫຼ່ງໃນການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ໄດ້ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ເຖິງແນວທາງ, ແຜນພັດທະນາ ແລະ ມະຕິຕ່າງໆ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ, ແນໃສ່ສ້າງຄວາມເປັນເອກະພາບທາງດ້ານທັດສະນະ ແລະ ການກະທຳ, ຫັນໄປສູ່ການຈັດຕັ້ງປະຕິບັດໜ້າທີ່ວຽກງານຕົວຈິງໃຫ້ມີປະສິດທິຜົນສູງ.ໃນໂອກາດນີ້ ປະທານສະພາປະຊາຊົນແຂວງ ຍັງໄດ້ມີຄຳເຫັນໂອ້ລົມ ແລະ ເນັ້ນໜັກໃຫ້ ຄະນະ ພັກ,ຄະນະບັນຊາ, ນາຍແລະພົນ ທັງສອງກອງບັນຊາການ ຈົ່ງສືບຕໍ່ຍົກສູງຄວາມຮັບຜິດຊອບທາງການເມືອງ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ເອົາໃຈໃສ່ເຮັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຄວາມເຂັ້ມແຂງ ແລະ ພ້ອມກັນຈັດຕັ້ງຜັນຂະຫຍາຍມະຕິຂອງກອງປະຊຸມສະພາໃນຄັ້ງນີ້ ເຂົ້າໃນຂົງເຂດວຽກງານຂອງຕົນໃຫ້ປາກົດຜົນເປັນຈິງ.

