loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ປະທານສະພາປະຊາຊົນແຂວງໄຊຍະບູລີ ຕາງໜ້າມອບເຄື່ອງໄຟຟ້າພະລັງງານແສງອາທິດ ແລະ ອຸປະກອນກາສຶກສາ-ກິລາ ໃຫ້ໂຮງຮຽນສາມັນສຶກສາ ຢູ່ 1 ເມືອງກາງ ແລະ 4 ເມືອງເໜືອ

ກ.ຍ. 19, 2022 | ເຂດ 7 ໄຊ​ຍະບູລີ


ໃນວັນທີ 15-17 ກັນຍາ 2022 ຜ່ານມານີ້, ທ່ານ ເພັງນິລັນ ຄໍາພັນເພັງ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະ, ໄດ້ລົງພົບປະມອບເຄື່ອງຢູ່ເມືອງໄຊຍະບູລີ, ເມືອງຫົງສາ, ເມືອງເງິນ, ເມືອງຊຽງຮ່ອນ ແລະ ເມືອງຄອບ ໃຫ້ກຽດເຂົ້າຮ່ວມມີບັນດາສະມາຊິກສະພາປະຊາຊົນແຂວງໄຊຍະບູລີ ປະຈຳເມືອງ ພ້ອມດ້ວຍຄະນະນໍາຂອງເມືອງໄດ້ເດີນທາງຢ້ຽມຢາມຈຸດທີເກີດໄພພິບັດນໍ້າຖ້ວມຢູ່ພາຍໃນເມືອງ ແລະ ມອບເຄື່ອງໄຟຟ້າພະລັງ ງານແສງອາທິດ 1 ຊຸດໃຫ້ກອງຮ້ອຍ 151 ເພື່ອນໍາໄປຕິດຕັ້ງຢູ່ປ້ອມ ພູສາມເສົ້າ ມູນຄ່າ 13,780 000 ກີບ, ມອບທືນສົມທົບການສ້າງໂຮງຮຽນອະນຸບານບ້ານດອນຕັນ ມູນຄ່າ 5 000 000 ກີບ ແລະ ມອບອຸປະ ກອນການສຶກສາ ແລະ ກິລາ ໃຫ້ໂຮງຮຽນປະຖົມສົມບູນ ບ້ານນາມອນ ເມືອງໄຊຍະບູລີ, ໂຮງຮຽນມັດທະຍົມສົມບູນບ້ານທອງເມືອງເງິນ, ໂຮງຮຽນປະຖົມສົມບູນຫາດງາມ ແລະ ໂຮງຮຽນມັດທະຍົມສົມບູນຫາດງາມ, ນອກນັ້ນຍັງໄດ້ນໍາເອົາເຄື່ອງອຸປະ ໂພກ-ບໍລິໂພກມາມອບໃຫ້ແກ່ກອງບັນຊາການທະຫານເມືອງຊຽງຮ່ອນ ແລະ ເມືອງເງິນອີກຕື່ມ.
  ເຄື່ອງອຸປະກອນທີ່ນຳໄປມອບໃນຄັ້ງນີ້ ປະກອບມີປື້ມຂຽນ, ບິກ, ສໍ, ຊຸດກິລາ, ບານເຕະ, ບານສົ່ງ, ຕະກໍ້, ເກື່ອ, ແປງນົ່ວ, ໜີ່, ເຂົ້າສານ ແລະ ອື່ນໆ ລວມມູນຄ່າ 30 ກວ່າລ້ານກີບ ໂດຍໄດ້ຮັບທຶນສະໜັບ ສະໜູນຈາກຄອບ ຄົວ ຂອງທ່ານ ພົທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ທັງເປັນສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ (ໄຟຟ້າພະລັງງງານແສງອາ ທິດ ແລະ ເຂົ້າສານ), ຊຸດກິລາ(ພະແນກກະສິກໍາ ແລະ ປ່າ ໄມ້ແຂວງ), ອຸປະ ກອນກິລາ(ພະແນກໂຍທາທິການ ແລະ ຂົນສົ່ງ), ປື້ມ, ບິກ, ສໍ, ເກືອ,ແປງນົວ(ພະແນກແຮງງານ ແລະ ສະຫວັດດີການ-ສັງຄົມ)
  ໃນໂອກາດດັ່ງກ່າວ, ບັນດາທ່ານອຳນວຍການຂອງໂຮງຮຽນ ໄດ້ລາຍງານກ່ຽວກັບສະພາບການໂດຍຫຍໍ້ຂອງໂຮງຮຽນ ເຊິ່ງເຫັນວ່າ ນັກຮຽນຈຳນວນຫຼາຍຍັງຂາດເຂີນເຄື່ອງນຸ່ງທີ່ກັນໜາວ ແລະ ອຸປະກອນການຮຽນ, ຂາດງົບປະມານໃນການສ້ອມແປງໂຮງຮຽນທີ່ເປ່ເພ.
  ໃນໂອກາດນີ້, ທ່ານ ເພັງນິລັນ ຄໍາພັນເພັງ ໄດ້ສະແດງຄວາມຊົມເຊີຍບັນດາພະນັກງານ, ຄູສອນຂອງໂຮງຮຽນທີ່ໄດ້ເອົາໃຈໃສ່ໃນການສິດສອນນັກຮຽນຂອງຕົນ ເຖິງແມ່ນວ່າຈະພົບບັນຫາຫຍຸ້ງຍາກຕ່າງໆກໍຕາມ, ທ່ານຍັງໄດ້ເນັ້ນໃຫ້ຄູອາຈານທຸກທ່ານ ສືບຕໍ່ເປັນແມ່ພິມທີ່ດີຂອງຊາດ, ຜ່ານການສິດສອນ ໃຫ້ເດັກກາຍ ເປັນອະນາຄົດຂອງຊາດທີ່ມີຄຸນນະພາບ, ກາຍເປັນຄົນດີຂອງຊາດ, ຂອງສັງຄົມ ແລະ ປະເທດຊາດ.
(ພາບ ແລະ ຂ່າວ: ອິນທີ ຂຽວສີຟ້າ)