ປະທານສະພາປະຊາຊົນແຂວງອັດຕະປື ຕ້ອນຮັບຄະນະສະພາປະຊາຊົນ ແຂວງດັກລັກ ສສ ຫວຽດນາມ.

ສ.ຫ. 24, 2026

ໃນວັນທີ 23 ສິງຫາ 2026, ສະຫາຍ ບຸນເຖິງ ດວງສະຫວັນ ເລຂາພັກແຂວງ, ປະທານສະພາປະຊາຊົນ ແຂວງອັດຕະປື, ໄດ້ໃຫ້ການຕ້ອນຮັບ ທ່ານ ໂດ໊ ຖາຍ ຟອງ ກໍາມະການພັກແຂວງ, ຮອງປະທານສະພາປະຊາຊົນ ແຂວງດັກລັກ ສາທາລະນະລັດສັງຄົມນິຍົມຫວຽດນາມ ພ້ອມຄະນະ ທີ່ເດີນທາງມາພົບປະ ແລະ ແລກປ່ຽນບົດຮຽນກັບສະພາປະຊາຊົນ ແຂວງອັດຕະປື.ໃນໂອກາດນີ້, ສະຫາຍ ບຸນເຖິງ ດວງສະຫວັນ ໄດ້ກ່າວຕ້ອນຮັບຄະນະຈາກແຂວງດັກລັກຢ່າງອົບອຸ່ນ ແລະ ສະແດງຄວາມຍິນດີຕໍ່ການມາຢ້ຽມຢາມ ແລະ ພົບປະໃນຄັ້ງນີ້. ພ້ອມທັງເນັ້ນໃຫ້ສອງຝ່າຍສືບຕໍ່ຮ່ວມມື ແລະ ແລກປ່ຽນບົດຮຽນໃນຫຼາຍຂົງເຂດ, ໂດຍສະເພາະວຽກງານຂອງສະພາ ໃຫ້ນັບມື້ເພີ່ມຂຶ້ນ. ທ່ານໄດ້ກ່າວວ່າ ການພົບປະລະຫວ່າງສອງສະພາ ເປັນໂອກາດສໍາຄັນໃນການແລກປ່ຽນຂໍ້ມູນ, ບົດຮຽນ ແລະ ປະສົບການ, ພ້ອມທັງຮ່ວມກັນຊອກຫາແນວທາງປັບປຸງວຽກງານສະພາໃຫ້ມີຄຸນນະພາບ ແລະ ປະສິດທິພາບຍິ່ງຂຶ້ນ ໂດຍສະເພາະ ດ້ານການກະກຽມ ແລະ ດໍາເນີນການປະຊຸມສະພາ, ການພິຈາລະນາ ແລະ ອອກມະຕິ, ການກວດກາ-ຕິດຕາມການປະຕິບັດມະຕິ, ການພົບປະປະຊາຊົນ ລວມທັງການຮັບຟັງ ແລະ ແກ້ໄຂຄໍາຮ້ອງຮຽນ ແລະ ຄໍາສະເໜີຂອງປະຊາຊົນ.ສໍາລັບຝ່າຍແຂວງດັກລັກ, ທ່ານ ໂດ໊ ຖາຍ ຟອງ ໄດ້ລາຍງານເຖິງສະພາບການ, ຜົນງານ ແລະ ບົດຮຽນຂອງສະພາປະຊາຊົນແຂວງດັກລັກ ໃນການປະຕິບັດໜ້າທີ່, ການປະສານງານກັບບັນດາອົງການ, ການກວດກາ ແລະ ການຮັບຟັງສຽງສະທ້ອນຈາກປະຊາຊົນ.ຈາກນັ້ນ, ສອງຝ່າຍໄດ້ແລກປ່ຽນບົດຮຽນໃນຫຼາຍດ້ານ ເຊັ່ນ: ການຍົກສູງບົດບາດຂອງຄະນະກໍາມະການ ແລະ ສະມາຊິກສະພາ, ການລົງພື້ນຖານກວດກາ-ຕິດຕາມ, ການຕິດຕາມຜົນການແກ້ໄຂຄໍາຮ້ອງຮຽນ ແລະ ຄໍາສະເໜີຂອງປະຊາຊົນ, ຕະຫຼອດຮອດການປັບປຸງຮູບແບບການປະຊຸມ ແລະ ວິທີການດໍາເນີນງານໃຫ້ເໝາະສົມກັບສະພາບຕົວຈິງ.ພ້ອມກັນນີ້, ສອງຝ່າຍໄດ້ຢືນຢັນເຖິງຄວາມສໍາຄັນຂອງສາຍພົວພັນອັນດີງາມ ລະຫວ່າງ ແຂວງອັດຕະປື ແລະ ແຂວງດັກລັກ ທີ່ມີມາຍາວນານ ແລະ ໃກ້ຊິດ ສອງຝ່າຍເຫັນດີສືບຕໍ່ຮັກສາການພົບປະ, ແລກປ່ຽນຄະນະຜູ້ແທນ ແລະ ແລກປ່ຽນບົດຮຽນດ້ານວຽກງານສະພາຢ່າງສະໝໍ່າສະເໝີ.ນອກຈາກວຽກງານສະພາ, ສອງແຂວງຍັງຈະສົ່ງເສີມການຮ່ວມມືໃນຂົງເຂດທີ່ມີທ່າແຮງ ເຊັ່ນ: ການຄ້າ, ການລົງທຶນ, ກະສິກໍາ, ການທ່ອງທ່ຽວ, ການສຶກສາ, ວັດທະນະທໍາ ແລະການຮ່ວມມືຕາມແນວຊາຍແດນ, ໂດຍມຸ່ງໃຫ້ການຮ່ວມມືເກີດຜົນເປັນຮູບປະທໍາ ແລະ ນໍາຜົນປະໂຫຍດມາສູ່ປະຊາຊົນຂອງສອງແຂວງ.ການພົບປະໃນຄັ້ງນີ້ ນັບເປັນອີກກ້າວສໍາຄັນໃນການຮັດແໜ້ນສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສະພາປະຊາຊົນແຂວງອັດຕະປື ແລະ ສະພາປະຊາຊົນ ແຂວງດັກລັກ, ພ້ອມທັງປະກອບສ່ວນຮັດແໜ້ນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືອັນດີງາມລະຫວ່າງລາວ-ຫວຽດນາມໃຫ້ນັບມື້ເລິກເຊິ່ງ ແລະ ຍືນຍົງຕໍ່ໄປ.        (ວິນັດ)