ໃນວັນທີ 15 ກັນຍາ 2026, ທີ່ຫ້ອງຮັບແຂກອົງການປົກຄອງແຂວງ, ທ່ານ ບຸນເຖິງ ດວງສະຫວັນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງອັດຕະປື ໄດ້ໃຫ້ການຕ້ອນຮັບ ທ່ານ ຈັນທະບູນ ສຸກອາລຸນ ປະທານກໍາມາທິການເສດຖະກິດ ແລະ ການເງິນ ສະພາແຫ່ງຊາດ ພ້ອມຄະນະ ໃນໂອກາດທີ່ເດີນທາງມາເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານຢູ່ແຂວງອັດຕະປື.ໂອກາດນີ້, ທ່ານ ບຸນເຖິງ ດວງສະຫວັນ ໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການມາເຄື່ອນໄຫວວຽກງານຂອງຄະນະກໍາມາທິການໃນຄັ້ງນີ້; ພ້ອມທັງໄດ້ລາຍງານສະພາບລວມ, ຈຸດພິເສດ ແລະ ທ່າແຮງໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງອັດຕະປື, ໂດຍສະເພາະແມ່ນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ການເກັບລາຍຮັບເຂົ້າງົບປະມານ. ນອກຈາກນີ້, ທ່ານຍັງໄດ້ຍົກໃຫ້ເຫັນທ່າແຮງທີ່ສໍາຄັນຂອງແຂວງ ເປັນຕົ້ນແມ່ນດ້ານກະສິກໍາ, ການທ່ອງທ່ຽວ, ພະລັງງານໄຟຟ້ານໍ້າຕົກ ແລະ ແຮ່ທາດ, ພ້ອມທັງສະເໜີບາງຂໍ້ສະດວກ, ຂໍ້ຍຸ້ງຍາກ ແລະ ທິດທາງແກ້ໄຂໃນຕໍ່ໜ້າ ເພື່ອໃຫ້ຄະນະກໍາມາທິການສະພາແຫ່ງຊາດ ໄດ້ຊ່ວຍຊຸກຍູ້ ແລະ ພິຈາລະນາ. ຈາກນັ້ນ, ທ່ານ ຈັນທະບູນ ສຸກອາລຸນ ໄດ້ກ່າວຈຸດປະສົງໃນການເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານຢູ່ແຂວງອັດຕະປື, ໂດຍສະເພາະແມ່ນການຈັດຕັ້ງປະຕິບັດບັນດາມະຕິຂອງສະພາແຫ່ງຊາດ, ການແກ້ໄຂບັນຫາຄວາມຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ການຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານ, ແລະ ການຊຸກຍູ້ການລົງທຶນຂອງພາກລັດ ແລະ ເອກະຊົນ. ພ້ອມນີ້, ທ່ານຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ແຂວງອັດຕະປື ຍາດມາໄດ້ໃນໄລຍະຜ່ານມາ ແລະ ໄດ້ໃຫ້ທິດຊີ້ນໍາ, ແລກປ່ຽນຄໍາຄິດຄໍາເຫັນ ເພື່ອເປັນທິດທາງໃນການປັບປຸງ ແລະ ຈັດຕັ້ງປະຕິບັດວຽກງານເສດຖະກິດ-ການເງິນຂອງແຂວງ ໃຫ້ມີປະສິດທິຜົນສູງຂຶ້ນກວ່າເກົ່າ.
(ວິນັດ)

