loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ປະທານຄະນະບໍລິຫານງານສະມາຄົມມິດຕະພາບ ລາວ-ກໍາປູເຈຍ ຢ້ຽມຢາມ ແຂວງຊຽງແຕງ ແຫ່ງຣາຊະອານາຈັກກໍາປູເຈຍ ຢ່າງເປັນທາງການ.

ມ.ຖ. 23, 2023 | ເຂດ 17 ອັດ​ຕະ​ປື


ໃນວັນທີ 21 ມີນາ 2023, ຄະນະບໍລິຫານງານສະມາຄົມມິດຕະພາບ ລາວ-ກໍາປູເຈຍ ແຂວງ ອັດຕະປື. ນໍາໂດຍ:ທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ປະທານຄະນະບໍລິຫານງານສະມາຄົມມິດຕະພາບ ລາວ-ກໍາປູເຈຍ ແຂວງ ອັດຕະປື ພ້ອມດ້ວຍຄະນະ ເດີນທາງເຂົ້າຢ້ຽມຢາມ ການນໍາຂັ້ນສູງ ແຂວງຊຽງແຕງ ແຫ່ງຣາຊະອານາຈັກກໍາປູເຈຍ ນໍາໂດຍ: ທ່ານ ຊຽງລັກ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ຊຽງແຕງ ພ້ອມດ້ວຍຄະນະ.


ໃນໂອກາດດັ່ງກ່າວ ທ່ານ ຊຽງລັກ ໄດ້ສະແດງຄວາມຍີນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງ ຕໍ່ການຢ້ຽມຢາມຂອງຄະນະບໍລິຫານງານສະມາຄົມມິດຕະພາບ ລາວ-ກໍາປູເຈຍ ແຂວງ ອັດຕະປື ໃນຄັ້ງນີ້ ແລະ​ ລາຍງານສະພາບທີ່ພົ້ນເດັ່ນໃນການຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ລວມທັງຜົນສຳເລັດໃນການຈັດຕັ້ງປະຕິບັດວຽກງານແຜນພັດທະນາເສດຖະກິດ-ສັງຄົມໂດຍຫຍໍ້ ແລະ​ ຈະເພີ່ມທະວີການພົວພັນຮ່ວມມື ມິດຕະພາບ,​ສາມັກຄີ​ ຖານບ້ານໃກ້ເຮືອນຄຽງລະຫວ່າງສອງແຂວງ ຊຽງແຕງ ແລະ​ ແຂວງ​ອັດຕະປື ໃຫ້ຮັດແໜ້ນ ແລະ ມີປະສິດທິຜົນດີກວ່າເກົ່າ.​


ຂະນະດ່ຽວກັນ ທ່ານ ນາງ ມີນາພອນ ໄຊສົມພູ ໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງ ແລະ ເປັນກຽດຢ່າງສູງ ທີ່ທ່ານປະທານສະພາປະຊາຊົນແຂວງ ພ້ອມຄະນະ ໄດ້ສະລະເວລາ ແລະ ຕ້ອນຮັບ ຄະນະບໍລິຫານງານສະມາຄົມມິດຕະພາບ ລາວ-ກໍາປູເຈຍ ແຂວງອັດຕະປື ຢ່າງອົບອຸ່ນ ໃນການເຂົ້າຢ້ຽມຢາມ​ ແລະ ທັງເປັນການ ສະເໜີໂຕ ເນື່ອງຈາກ​ ສະມາຄົມມິດຕະພາບລາວ-ກຳປູເຈຍ​ ແຂວງ​ອັດຕະປື​ ຫາກໍ່ໄດ້ຮັບການສ້າງຕັ້ງຂື້ນໃນວັນທີ 30​ ມິຖຸນາ​ 2022​ ຜ່ານມານີ້, ເຊິ່ງເປັນການນໍາເອົາໄມຕີຈິດມິດຕະພາບທີ່ສະໜິດສະໜົມ ແລະ ການເສີມຂະຫຍາຍສາຍພົວພັນການຮ່ວມມືຮອບດ້ານລະຫວ່າງແຂວງອັດຕະປື ແລະ ແຂວງຊຽງແຕງ ທັງເປັນການປະກອບສ່ວນສຳຄັນເຂົ້າໃນການຮັດແໜ້ນ​ ມູນເຊື້ອຄວາມສາມັກຄີ​ ທີ່ມີຊາຍແດນຕິດຈອດລະຫວ່າງແຂວງ,​ເມືອງ​ ໃຫ້ປະຊາຊົນສອງແຂວງໄປມາຫາສູ່,​ຖານບ້ານໃກ້ເຮືອນຄຽງ, ບ້ານແກ່ວເມືອງດອງທີ່ດີ ໃຫ້ມີຄວາມໝັ້ນຄົງຍາວນານ ລະຫວ່າງສອງປະເທດ ກໍຄື ສອງແຂວງໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ.
ໃນຕອນຄໍ່າຂອງວັນດຽວກັນ ການນໍາຂັ້ນສູງແຂວງ ຊຽງແຕງ ກໍໄດ້ເປັນເຈົ້າພາບຈັດງານລ້ຽງຕ້ອນຮັບ ເພື່ອເປັນກຽດແກ່ ຄະນະບໍລິຫານງານສະມາຄົມມິດຕະພາບ ລາວ-ກໍາປູເຈຍ ແຂວງ ອັດຕະປື ເຊິ່ງດໍາເນີນໄປດ້ວຍບັນຍາກາດໄມຕີຈິດມິດຕະພາບ, ອົບອຸ່ນ ແລະ ຄວາມສາມັກຄີຮັກແພງ ສະໜິດສະໜົມແຕ່ຕົ້ນຕະຫຼອດປາຍ.
(ນັກຂ່າວ: ສພຂ ອັດຕະປື)