





ໃນວັນທີ 5 ສິງຫາ 2026 ນີ້, ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ (ສພຂ), ທ່ານ ນາງ ອໍາໄພວອນ ລ້ອມບຸນແພງ, ກໍາມະການສູນກາງພັກ, ປະທານກໍາມາທິການວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ ສະພາແຫ່ງຊາດ (ສພຊ) ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານ. ໂດຍການຕ້ອນຮັບຂອງທ່ານ ພູວັນ ພົມມະຈັນ, ຄະນະປະຈໍາພັກແຂວງ, ຮອງປະທານ ສພຂ; ມີບັນດາທ່ານ ຄະນະປະຈໍາ, ຄະນະກໍາມະການ, ຄະນະຫ້ອງວ່າການ ສພຂ ແລະ ພາກສ່ວນທີ່ກ່ຽວຂ້ອງໃນຂົງເຂດວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ ເຂົ້າຮ່ວມ.ໃນໂອກາດນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ທີ່ຕິດພັນກັບຂົງເຂດວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ, ໂດຍສະເພາະບັນດາຄາດໝາຍສູ້ຊົນໃນຂົງເຂດດັ່ງກ່າວ. ພ້ອມນັ້ນ, ຜູ້ເຂົ້າຮ່ວມກໍໄດ້ສຸມໃສ່ແລກປ່ຽນຄໍາຄິດຄໍາເຫັນຢ່າງກົງໄປກົງມາ, ຖອດຖອນບົດຮຽນ ແລະ ຊອກຫາວິທີທາງແກ້ໄຂຂໍ້ຄົງຄ້າງ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າມີຄວາມຮັດກຸມ, ຖືກຕ້ອງຕາມທິດທາງ ແລະ ບັນລຸຜົນສໍາເລັດຕາມແຜນການທີ່ວາງໄວ້.ໂອກາດດັ່ງກ່າວ, ທ່ານ ນາງ ອໍາໄພວອນ ລ້ອມບຸນແພງ ໄດ້ຍ້ອງຍໍຊົມເຊີຍຕໍ່ພາກສ່ວນທີ່ຂ້ອງໃນການການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ. ພ້ອມທັງໄດ້ເນັ້ນໜັກໃຫ້ເອົາໃຈໃສ່ສືບຕໍ່ຊຸກຍູ້ບັນດາຄາດໝາຍທີ່ຍັງບໍ່ທັນບັນລຸໃຫ້ສໍາເລັດຕາມກໍານົດເວລາ, ສ່ວນຄາດໝາຍທີ່ບັນລຸແລ້ວ ແມ່ນໃຫ້ຮັກສາ ແລະ ເພີ່ມພູນຄຸນນະພາບໃຫ້ຍືນຍົງ, ຄຸ້ມຄອງວຽກງານບໍລິຫານໃຫ້ໄປຕາມລະບຽບກົດໝາຍຢ່າງເຂັ້ມງວດ, ພ້ອມທັງເອົາໃຈໃສ່ສ້າງ ແລະ ຍົກລະດັບບຸກຄະລາກອນໃນຂົງເຂດຂອງຕົນໃຫ້ມີຄວາມຮູ້, ຄວາມສາມາດ, ມັກຮັກອາຊີບ ແລະ ມີຄຸນນະພາບສູງ, ສືບຕໍ່ປະສານສົມທົບກັນຢ່າງກົມກຽວ ແລະ ໃກ້ຊິດ ລະຫວ່າງສະພາປະຊາຊົນແຂວງ ກັບ ພາກສ່ວນທີ່ກ່ຽວຂ້ອງ ເພື່ອຜັນຂະຫຍາຍມະຕິກອງປະຊຸມສະພາແຫ່ງຊາດໃຫ້ມີຜົນສັກສິດ; ເອົາໃຈໃສ່ຕິດຕາມ, ເກັບກໍາ ແລະ ແກ້ໄຂບັນຫາເຄັ່ງຮ້ອນທີ່ປະຊາຊົນໃຫ້ຄວາມສົນໃຈ, ທັງນີ້ ກໍເພື່ອສືບຕໍ່ພັດທະນາວຽກງານຮອບດ້ານ, ໂດຍສະເພາະແມ່ນຂົງເຂດວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ ໃຫ້ຂະຫຍາຍຕົວຢ່າງເຂັ້ມແຂງ ແລະ ບັນລຸຜົນຕາມຄາດໝາຍແຜນການວາງໄວ້ຢ່າງມີປະສິດທິຜົນ. ໃນການເຄື່ອນໄຫວຄັ້ງນີ້, ຄະນະຈາກ ສພຊ ແລະ ສພຂ ຍັງໄດ້ຢ້ຽມຢາມໂຮງໝໍແຂວງ ອັດຕະປື ແລະ ຢ້ຽມຊົມກາບໄຫວ້ ສັກກາລະບູຊາ ຢູ່ວັດອົງແສນ, ວັດທາດ, ອະນຸສາວະລີພຣະເຈົ້າໄຊຍະເສດຖາທິລາດ ເມືອງໄຊເສດຖາ ແລະ ຫໍຫຼັກເມືອງ ຕື່ມອີກ.
(ວິນັດ ສີສຸລາດ)

