![](https://na.gov.la/wp-content/uploads/2022/09/309052232_530345142428309_7209191394096277161_n.jpeg)
ໃນການພົບປະຄັ້ງນີ້ ທ່ານ ສັນຍາ ປຣະເສີດ ໄດ້ກ່າວສະແດງຄວາມຕ້ອນຮັບ ທ່ານ ນາງ Annette KNOBLOCH ເອກອັກຄະລັດຖະທູດເຢຍລະມັນ ແລະ ຕີລາຄາສູງຕໍ່ສາຍພົວພັນ ແລະ ການຮ່ວມມື ທີ່ດີມາຍາວນານ ລະຫວ່າງ ລາວ-ເຢຍລະມັນ ເວົ້າລວມ, ເວົ້າສະເພາະ ແມ່ນສອງອົງການນິຕິບັນຍັດ ລາວ-ເຢຍລະມັນ. ທ່ານ ເອກອັກຄະລັດຖະທູດ ໄດ້ລາຍງານການພົວພັນຮ່ວມມື ລະຫວ່າງ ສປປລາວ ແລະ ເຢຍລະມັນ ໃນໄລຍະຜ່ານມາ ແລະ ໄດ້ຍົກໃຫ້ເຫັນຜົນສຳເລັດການຮ່ວມມືໃນຫຼາຍດ້ານ ເປັນຕົ້ນ: ການຮ່ວມມືໂຄງການ (GIZ) ແລະ ການຮ່ວມມືທາງດ້ານການເງິນ ຜ່ານທະນາຄານສິນເຊື່ອ ເພື່ອການພັດທະນາເຢຍລະມັນ (KFW), ການຊ່ວຍເຫຼືອ ເພື່ອການພັດທະນາຊົນນະບົດ, ວຽກງານອາຊີວະສຶກສາ, ການພັດທະນາຍຸດທະສາດການເຕີບໂຕສີຂຽວ (Green growth) ແລະ ສົ່ງເສີມທຸລະກິດພາກເອກະຊົນ ລວມທັງການຊຸກຍູ້ ແລະ ສົ່ງເສີມທຸລະກິດຂະໜາດກາງ ແລະ ຂະໜາດນ້ອຍ (SME) ແລະ ຈຸນລະວິສາຫະກິດ (MSME). ໃນລະຫວ່າງປີ 2018-2020, ເຢຍລະມັນ ໄດ້ຊ່ວຍເຫຼືອງົບປະມານ 50 ລ້ານເອີໂຣ ໃຫ້ແກ່ ສປປລາວ. ໃນນັ້ນ, ຈຳນວນ 10 ລ້ານເອີໂຣ ແມ່ນຊ່ວຍເຫຼືອປະຊາຊົນຜູ້ປະສົບໄພນໍ້າຖ້ວມຢູ່ແຂວງອັດຕະປື.
![](https://na.gov.la/wp-content/uploads/2022/09/309249674_530345132428310_4621389872719096627_n.jpeg)
ທ່ານປະທານກຳມາທິການການຕ່າງປະເທດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ທ່ານເອກອັກຄະລັດຖະທູດເຢຍລະມັນ ທີ່ມີຜົນສຳເລັດຫຼາຍດ້ານໃນການປະຕິບັດໜ້າທີ່ວຽກງານຂອງຕົນ ເຊິ່ງເປັນການປະກອບສ່ວນເສີມສ້າງສາຍພົວພັນ ແລະ ການຮ່ວມມືທີ່ດີມາຍາວນານ ລະຫວ່າງ ລາວ-ເຢຍລະມັນ. ນອກຈາກນີ້, ທ່ານປະທານກຳມາທິການການຕ່າງປະເທດ ຍັງໄດ້ແຈ້ງໃຫ້ຊາບ ກ່ຽວກັບການເຄື່ອນໄຫວຂອງສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ແລະ ຄະນະມິດຕະພາບ ລັດຖະສະພາ ລາວ-ເຢຍລະມັນ ໃຫ້ທ່ານທູດຊາບ. ສອງຝ່າຍ ໄດ້ເຫັນດີຈະປະສານສົມທົບນຳກັນ ເພື່ອໃຫ້ສອງອົງການນິຕິບັນຍັດ ມີການແລກປ່ຽນການຢ້ຽມຢາມ ຂອງຄະນະຜູ້ແທນຂັ້ນຕ່າງໆເປັນປົກກະຕິ ແລະ ຮ່ວມມືໃນຂະແໜງການຕ່າງໆທີ່ສອງຝ່າຍໄດ້ປະຕິບັດມາແລ້ວໃຫ້ມີປະສິດທິຜົນຂຶ້ນຕື່ມ ເປັນຕົ້ນແມ່ນບັນດາໂຄງການຊ່ວຍເຫຼືອຂອງເຢຍລະມັນ ແລະ ພ້ອມທີ່ຈະຂະຫຍາຍການຮ່ວມມືໃນຂົງເຂດອື່ນໆ ເພື່ອເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືທີ່ດີມາຍາວນານ ລະຫວ່າງ ລາວ-ເຢຍລະມັນ ເວົ້າລວມ, ເວົ້າສະເພາະແມ່ນສອງອົງການນິຕິບັນຍັດ ລາວ-ເຢຍລະມັນ ໃຫ້ໄດ້ຮັບການເສີມຂະຫຍາຍຍິ່ງຂຶ້ນ ແລະ ນຳເອົາຜົນປະໂຫຍດອັນແທ້ຈິງ ມາສູ່ປະຊາຊົນຂອງສອງຊາດລາວ-ເຢຍລະມັນອີກດ້ວຍ.