
(ສພຊ) ໃນວັນທີ 22 ມິຖຸນາ 2022 ທີ່ສະພາແຫ່ງຊາດທ່ານ ສັນຍາ ປຣະເສີດ ປະທານກໍາມາທິການການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ໂພລ ເຄລີ (Paul Kelly) ເອກອັກຄະລັດຖະທູດ ແຫ່ງ ອົດສະຕາລີ ປະຈໍາ ສປປລາວ ພ້ອມດ້ວຍຄະນະ.
ໂອກາດດັ່ງກ່າວ ທ່ານ ສັນຍາ ປຣະເສີດ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນຕໍ່ທ່ານ ໂພລ ເຄລີ ເອກອັກຄະລັດຖະທູດ ແຫ່ງ ອົດສະຕາລີ ປະຈໍາ ສປປລາວ ທີ່ໄດ້ສະລະເວລາອັນມີຄ່າເຂົ້າຢ້ຽມຂໍ່ານັບໃນຄັ້ງນີ້ ເປັນຄັ້ງທຳອິດທີ່ພົບກັນ ຢູ່ສະພາແຫ່ງຊາດ ເຊິ່ງຈະເປັນໂອກາດດີທີ່ຈະໄດ້ປຶກສາຫາລື ກ່ຽວກັບການຊຸກຍູ້ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປລາວ ແລະ ອົດສະຕາລີ ກໍຄືລະຫວ່າງ ສອງອົງການນິຕິບັນຍັດ ໃຫ້ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ ແລະ ອົດສະຕາລີ ຕະຫຼອດ ໄລຍະ 69 ປີຜ່ານມາ ເຊິ່ງໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວເປັນກ້າວໆ, ເຫັນໄດ້ຈາກການແລກປ່ຽນການຢ້ຽມຢາມຢ່າງເປັນປົກກະຕິ ລະຫວ່າງ ການນຳຂັ້ນສູງ ແລະ ລະດັບຕ່າງໆ ຂອງສອງປະເທດ, ການຮ່ວມມືທາງດ້ານການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ-ການຄ້າ, ການລົງທຶນ, ການສຶກສາ ແລະ ອື່ນໆ ໄດ້ມີການຂະຫຍາຍຕົວ. ໃນໄລຍະຜ່ານມາ ອົດສະຕາລີ ໄດ້ໃຫ້ການຊ່ວຍເຫຼືອລາວ ທາງດ້ານພັດທະນາຊັບພະຍາ ກອນມະນຸດຕະຫຼອດມາ ເຊິ່ງມີນັກສຶກສາລາວ ທີ່ໄດ້ຮັບການສະໜັບສະໜູນທາງດ້ານທຶນການສຶກສາ ເປັນຈຳນວນຫຼາຍ ແລະ ບຸກຄະລາກອນເຫຼົ່ານັ້ນ ລ້ວນແຕ່ເປັນກຳລັງແຮງໃຫ້ແກ່ບັນດາຂະແໜງການທີ່ສຳຄັນຂອງພາກລັດ. ພິເສດ, ໃນໄລຍະຜ່ານມາ ມີພະນັກງານຂອງສະພາແຫ່ງຊາດ ຈຳນວນ 9 ທ່ານ ທີ່ໄດ້ສຳເລັດການສຶກສາຢູ່ປະເທດອົດສະຕາລີ. ພ້ອມນີ້, ອົດສະຕາລີ ຍັງໄດ້ໃຫ້ການຊ່ວຍເຫຼືອທາງດ້ານການຮ່ວມມືເພື່ອການພັດທະນາ (ODA) ໃຫ້ແກ່ລາວ ເປັນມູນຄ່າຫຼາຍລ້ານໂດລາອົດສະຕາລີ.

ໃນປີ 2022 ນີ້ ແມ່ນຄົບຮອບ 70 ປີ ແຫ່ງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສອງປະເທດ ເຊິ່ງຈະໄດ້ກະກຽມກິດຈະກຳເພື່ອສະເຫຼີມສະຫຼອງວັນສຳຄັນດັ່ງກ່າວ ພ້ອມທັງແຈ້ງສະພາບການປະຕິບັດໜ້າທີ່ຂອງກໍາມາທິການການຕ່າງປະເທດໂດຍສັງເຂບ ແລະ ສະເໜີແລກປ່ຽນທິດທາງແຜນການການພົວພັນຮ່ວມມື ລະຫວ່າງສອງອົງການນິຕິບັນຍັດໃນຕໍ່ໜ້າ ສະເໜີໃຫ້ມີການແລກປ່ຽນຄະນະຜູ້ແທນນຳກັນ ໃນລະດັບຕ່າງໆ ເປັນຕົ້ນ ຄະນະປະທານສະພາແຫ່ງຊາດ, ຄະນະປະທານກຳມາທິການ, ຄະນະມິດຕະພາບລັດຖະສະພາ ລາວ-ອົດສະຕາລີ ແລະ ຄະນະອື່ນໆ ຢ່າງເປັນປົກກະຕິ ແລະຕໍ່ເນື່ອງ; ສະເໜີໃຫ້ການຮ່ວມມືທາງວິຊາການ ໂດຍຮູບການຈັດສຳມະນາ, ເຝິກອົບຮົມ, ທັດສະນະສຶກສາ ແລະ ແລກ ປ່ຽນບົດຮຽນນຳກັນ ເພື່ອຍົກສູງຂີດຄວາມສາມາດ ແກ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຂອງ ສປປລາວ, ພ້ອມທັງແຈ້ງໃຫ້ທ່ານທູດຊາບວ່າ ສະພາແຫ່ງຊາດລາວ ຈະເປັນເຈົ້າພາບຈັດກອງປະຊຸມສະມັດຊາໃຫຍ່ ຂອງອົງການລັດຖະສະພາລະຫວ່າງຊາດອາຊຽນ (AIPA) ໃນປີ 2024, ຈຶ່ງຂໍສະເໜີທາງຝ່າຍອົດສະຕາລີ ຊ່ວຍຍົກສູງຄວາມສາມາດໃນ ການກະກຽມເນື້ອໃນ ໃຫ້ແກ່ສະພາແຫ່ງຊາດ ແລະ ວິຊາການຊ່ວຍວຽກຈຳນວນໜຶ່ງ ເປັນຕົ້ນ ການເປັນປະທານກອງປະຊຸມ, ການເຮັດບົດລາຍງານ, ການຮ່າງຍັດຕິກອງປະຊຸມ, ຖະແຫຼງການ ແລະ ເອກະສານກອງປະຊຸມອື່ນໆ; ປັດຈຸບັນສະພາແຫ່ງຊາດ ກໍາລັງຮ່າງບົດສະເໜີໂຄງການ ເພື່ອຂໍທຶນສະໜັບສະໜູນ ຈາກສະຖານເອກອັກຄະລັດຖະທູດອົດສະຕາລີ ປະຈຳ ສປປລາວ ເພື່ອຍົກສູງຂີດຄວາມສາມາດໃຫ້ແກ່ພະນັກງານລັດຖະກອນທີ່ເປັນເສນາທິການຮັບໃຊ້ໃຫ້ແກ່ວຽກງານການຕ່າງປະເທດ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ; ສະເໜີໃຫ້ມີການສືບຕໍ່ແລກປ່ຽນຄຳເຫັນ ແລະສະໜັບສະໜູນ ເຊິ່ງກັນ ແລະ ກັນ ກ່ຽວກັບບັນຫາຕ່າງໆໃນເວທີລັດຖະສະພາພາກພື້ນ ແລະ ສາກົນ.
ທ່ານ ໂພລ ເຄລີ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຕໍ່ທ່ານ ສັນຍາ ປຣະເສີດ ພ້ອມທັງແຈ້ງຈຸດປະສົງຂອງການເຂົ້າຢ້ຽມຂໍ່ານັບໃນຄັ້ງນີ້ ແລະ ເຫັນດີທີ່ຈະນໍາເອົາຂໍ້ສະເໜີຕ່າງໆນໍາໄປພິຈາລະນາ ແລະ ປະສານກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຕອບສະໜອງຕາມຄວາມເໝາະສົມ.