ປະທານກຸ່ມບໍລິສັດ COMAC ເຂົ້າຢ້ຽມຂໍ່ານັບຮອງປະທານສະພາແຫ່ງຊາດ

ມ.ສ. 17, 2025 | SlideMobile, ຂ່າວ ສພຊ, ຂ່າວເດັ່ນ

(ສພຊ) – ຕອນສວາຍວັນທີ 11 ເມສານີ້, ສະຫາຍ ສົມມາດ ພົລເສນາ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ໄດ້ຮັບການເຂົ້າຢ້ຽມຂ່ຳນັບຂອງສະຫາຍ ເຫີ ຕົງເຟິງ (He Dongfeng) ກຳມະການສຳຮອງສູນກາງ ພັກກອມມູນິດຈີນ, ປະທານກຸ່ມບໍລິສັດ COMAC ພ້ອມດ້ວຍຄະນະ ໃນໂອກາດນຳພາຄະນະຜູ້ແທນເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມການປະຕິບັດຖ້ຽວບິນປະຖົມມະລືກຂອງເຮືອບິນ C909 ທີ່ລັດວິສາຫະກິດການບິນລາວ ໄດ້ຮັບເຂົ້າສູ່ຝູງບິນຢ່າງເປັນທາງການ; ສະຫາຍ ສົມມາດ ພົລເສນາ ໄດ້ສະແດງຄວາມປິຕິຍິນດີທີ່ໄດ້ພົບປະ ພ້ອມທັງຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຄື່ອນໄຫວວຽກງານໃນຄັ້ງນີ້ ນອກຈາກຈະເປັນການສືບຕໍ່ຮັດແໜ້ນ ແລະ ປະກອບສ່ວນເພີ່ມທະວີສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ແລະ ການເປັນຄູ່ຮ່ວມຊາຕາກໍາສັງຄົມນິຍົມ ລາວ-ຈີນ, ຈີນ-ລາວ ຍັງເປັນການ​ຊຸກ​ຍູ້​ສົ່ງເສີມການ​ບໍ​ລິ​ການດ້ານ​ການ​ບິນໂດຍສານລະຫວ່າງປະ ເທດຂອງ ສປປລາວ.
ສະຫາຍຮອງປະທານສະພາແຫ່ງຊາດ ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດກ່ຽວກັບອຸດສາຫະກຳການບິນຂອງ ສປຈີນ ທີ່ສາມາດຜະລິດເຮືອບິນໂດຍສານໂດຍໃຊ້ຫົວຈັກ Turbofan ທີ່ໄດ້​ຄົ້ນ​ຄວ້າ​ຜະ​ລິດ​ດ້ວຍ​ຕົນ​ເອງຂຶ້ນມາ, ສາ​ມາດ​ເດີນ​ທາງ​ລະ​ຫວ່າງ 2,225-3,700 ກິ​ໂລ​ແມັດ ເຊິ່ງເປັນການປະກອບສ່ວນໃນການພັດທະນາອຸດສາຫະກຳການບິນທົ່ວໂລກ; ໄດ້ສະແດງໃຫ້ເຫັນເຖິງຄວາມຮູ້, ຄວາມສາມາດ, ສະ​ມັດ​ຖະ​ພາບທາງດ້ານເຕັກໂນໂລ ຊີ ແລະ ບົດບາດ​ການ​ບໍ​ລິ​ການດ້ານອຸດສາຫະກຳການບິນຂອງ ສປຈີນ ກ້າວເຂົ້າສູ່ລະດັບສາກົນ ແລະ ຍັງໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກ​ຕະຫຼາດ​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດທົ່ວໂລກ.
ສະຫາຍ ເຫີ ຕົງເຟິງ ໄດ້ສະແດງຄວາມຂອບໃຈຕໍ່ຮອງປະທານສະພາແຫ່ງຊາດ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ຈີນ-ລາວ ພ້ອມທັງແຈ້ງໃຫ້ຊາບສະພາບການທີ່ພົ້ນເດັ່ນຂອງ ສປຈີນ ໂດຍສະເພາະຂໍ້ມູນຂອງກຸ່ມບໍລິສັດ COMAC ໃນການພັດທະນາອຸດສາຫະກຳການບິນຂອງ ສປຈີນ ແລະ ການຮ່ວມມືລະຫວ່າງບໍລິສັດ COMAC ກັບ ລັດວິສາຫະກິດການບິນລາວ ເຊິ່ງເປັນຂີດໝາຍອັນສຳຄັນໃນການເພີ່ມທະວີການຮ່ວມມືດ້ານການຂົນສົ່ງທາງອາກາດໃນອະນາຄົດລະຫວ່າງສອງປະເທດໃຫ້ເຂົ້າສູ່ລວງເລິກ.
(ນາງ ໄຊໂສພາພອນ ມິ່ງມຸງຄຸນ)