ປະທານກຳມາທິການວັດທະນະທຳ-ສັງຄົມ ຕ້ອນຮັບທູດຢີ່ປຸ່ນ ຄົນໃໝ່

ມ.ກ. 29, 2022

ພຊ) ວັນທີ 28 ມັງກອນ 2022 ທີ່ຫ້ອງຮັບແຂກສະພາແຫ່ງຊາດ, ທ່ານ ນາງ ທຸມມາລີ ວົງພະຈັນ ປະທານກຳມາທິການວັດທະນະທຳ-ສັງຄົມ ທັງເປັນປະທານສະມາຄົມມິດຕະພາບລັດຖະສະພາລາວ-ຍີ່ປຸ່ນ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍາ່ນັບທ່ານ ໂຄບາຢາຊິ ເຄນອິຈິ (KOBAYASHI Kenichi)ເອກອັກຄະຣາຊະທູດ ແຫ່ງ ຍີ່ປຸ່ນ ປະຈຳ ສປປ ລາວ ໃນໂອກາດທີ່ທ່ານມາດຳລົງຕຳແໜ່ງເປັນເອກອັກຄະຣາຊະທູດ ແຫ່ງ ຍີ່ປຸ່ນ ປະຈຳ ສປປລາວ ຄົນໃໝ່.

​ທ່ານ ນາງ ທຸມມາລີ ວົງພະຈັນ ໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາຄາສູງຕໍ່ມູນເຊື້ອຄວາມສາມັກຄີອັນດີງາມ ແລະ ການພົວພັນຮ່ວມມືຂອງສອງປະເທດທີ່ມີມາແຕ່ດົນນານ, ເປັນຄຸ່ຮ່ວມມືຍຸດທະສາດທີ່ມີລັກສະນະຮອບດ້ານ ທັງດ້ານການເມືອງ ແລະ ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມ ແລະ ຍີ່ປຸ່ນ ຍັງເປັນປະເທດອັນດັບທີ 1 ທີ່ໄດ້ໃຫ້ການຊ່ວຍເຫລືອລ້າແກ່ ສປປລາວ ເຊິ່ງມີມູນຄ່າສະເລ່ຍ 90-100 ລ້ານໂດລາ/ປີ ໂດຍສະເພາະການຊ່ວຍເຫລືອດ້ານການພັດທະນາຊັບພະຍາກອນມະນຸດ, ພື້ນຖານໂຄງລ່າງ, ການສຶກສາ, ສາທາລະນະສຸກ ແລະ ກະສິກຳ-ປ່າໄມ້. ພ້ອມນີ້, ການພົວພັນຮ່ວມມືຂອງສອງລັດຖະສະພາຍີ່ປຸ່ນ-ລາວ ກໍໄດ້ຮັບການເສີມຂະຫຍາຍໄປຄຽງຄູ່ກັນ ເຊິ່ງໄດ້ເຮັດໃຫ້ການພົວພັນຮ່ວມມື ນັບມື້ນັບແຕກດອກອອກຜົນ ແລະ ງອກງາມຍິ່ງໆຂຶ້ນ.

ຈາກນັ້ນ, ທ່ານ ໂຄບາຢາຊິ ເຄນອິຈິ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມທັງສະ ແດງຄວາມຊົມເຊີຍຕໍ່ການພົວພັນຮ່ວມມືລະຫວ່າງສອງຊາດ ກໍຄືການຮ່ວມມືລະຫວ່າງສອງອົງການນິຕິບັນຍັດຍີ່ປຸ່ນ-ລາວ ທີ່ນັບມື້ເຕີບໃຫ່ຍເຂັ້ມແຂງ, ຍືນຍົງ ແລະ ໄດ້ຮັບຜົນສຳເລັດໃນຫລາຍດ້ານ; ແລະ ຍັງໄດ້ໃຫ້ຄຳໝັ້ນສັນຍາວ່າຈະຕັ້ງໜ້າປະຕິບັດໜ້າທີ່ຂອງຕົນໃນໄລຍະທີ່ປະຈຳຢູ່ ສປປລາວ ຢ່າງເຕັມທີ່ ເພື່ອນຳເອົາຜົນປະໂຫຍດສູງສຸດມາສູ່ສອງປະເທດ ກໍຄືປະຊາຊົນສອງຊາດລາວ-ຍີ່ປຸ່ນ.

(ພາບ ແລະ ຂ່າວ: ກົງທະນູຄຳ ພິພັດເສລີ)