ປະທານກຳມາທິການການຕ່າງປະເທດ ຮັບການເຂົ້າຢ້ຽມຂ່ຳນັບຂອງເອກອັກຄະລັດຖະທູດສິງກະໂປ

ມ.ຖ. 19, 2026

(ສພຊ) – ວັນທີ 10 ມິຖຸນາ 2026, ທ່ານ ໂພໄຊ ໄຂຄຳພິທູນ ປະທານກຳມາທິການການຕ່າງປະເທດ ໄດ້ຕ້ອນຮັບທ່ານ ອົງ ສິວ ເກ (Ong Siew Gay) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດສິງກະໂປ ປະຈຳ ສປປລາວ ເພື່ອພົບປະ ແລະ ແລກປ່ຽນຄວາມເຫັນກ່ຽວກັບການພົວພັນຮ່ວມມືລະຫວ່າງ ລາວ-ສິງກະໂປ ແລະ ບັນຫາທີ່ສອງຝ່າຍສົນໃຈຮ່ວມກັນ.ໃນການພົບປະ, ທ່ານ ໂພໄຊ ໄຂຄຳພິທູນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຂອບໃຈຕໍ່ການສະໜັບສະໜູນຢ່າງຕໍ່ເນື່ອງຂອງລັດຖະບານສິງກະໂປ ຕໍ່ກັບການພັດທະນາຂອງ ສປປລາວ ເປັນຕົ້ນແມ່ນການສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ-ລັດຖະກອນ ແລະ ຈະສືບຕໍ່ຮ່ວມມືກັນຢ່າງໃກ້ຊິດ ເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມທີ່ສອງລັດຖະບານລົງນາມ ໃຫ້ເກີດເປັນຮູບປະທຳ. ທັງສອງຝ່າຍໄດ້ສະແດງຄວາມພໍໃຈຕໍ່ການພັດທະນາສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີລະຫວ່າງສອງປະເທດ ໂດຍສະເພາະດ້ານການພັດທະນາຊັບພະຍາກອນມະນຸດ, ການສຶກສາ ແລະ ການເຝິກອົບຮົມພາຍໃຕ້ໂຄງການຮ່ວມມືຕ່າງໆຂອງສິງກະໂປ; ພ້ອມກັນນັ້ນ, ຍັງໄດ້ຫາລືກ່ຽວກັບການຮ່ວມມືໃນຂົງເຂດວຽກງານດິຈິຕອນ, ຄວາມປອດໄພທາງໄຊເບີ, ສາທາລະນະສຸກ ແລະ ພະລັງງານສະອາດ.
ທ່ານເອກອັກຄະລັດຖະທູດ ໄດ້ກ່າວສະແດງຄວາມຂອບໃຈຕໍ່ທ່ານປະທານກຳມາທິການການຕ່າງປະເທດ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ຈະສືບຕໍ່ເປັນຂົວຕໍ່ທີ່ດີໃນການຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ ໃຫ້ເຂົ້າສູ່ລວງເລິກຍິ່ງໆຂຶ້ນ ເວົ້າລວມ, ເວົ້າສະເພາະ ກໍຄືການພົວພັນຮ່ວມມືລະຫວ່າງລັດຖະສະພາສິງກະໂປ ແລະ ສະພາແຫ່ງຊາດລາວ ໃຫ້ນັບມື້ນັບໄດ້ຮັບການພັດທະນາຍິ່ງໆຂຶ້ນ