(ສພຊ) – ຕອນບ່າຍວັນທີ 14 ພຶດສະພາ 2026, ທ່ານ ໂພໄຊ ໄຂຄຳພິທູນ ປະທານກຳມາທິການການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ນາງ ເອນນາ ເອສເທີ ວຽນ ວາລເດສ (Enna Esther Viant Valdes) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ.ກູບາ ປະຈຳ ສປປລາວ.

ທ່ານປະທານກຳມາທິການການຕ່າງປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍທ່ານເອກອັກຄະລັດຖະທູດ ຕໍ່ການເຄື່ອນໄຫວທີ່ຫ້າວຫັນຢູ່ ສປປລາວໃນການປະກອບສ່ວນອັນສຳຄັນຫຼາຍຢ່າງຂອງການພົວພັນຮ່ວມມືລະຫວ່າງສອງພັກສອງລັດ; ພ້ອມກັນນີ້, ກໍໄດ້ແຈ້ງສະພາບການເຄື່ອນໄຫວວຽກງານ ໂດຍສະເພາະການປັບປຸງກົງຈັກການຈັດຕັ້ງຂອງສະພາແຫ່ງຊາດລາວ ຊຸດທີ X, ປຶກສາຫາລືແລກປ່ຽນຄຳຄິດຄຳເຫັນຕໍ່ກັບສະພາບການພາຍໃນຂອງຕົນ ແລະ ສະພາບການພາກພື້ນ ແລະ ສາກົນ.
ທ່ານເອກອັກຄະລັດຖະທູດ ໄດ້ກ່າວສະແດງຄວາມຂອບໃຈຕໍ່ທ່ານປະທານກຳມາທິການການຕ່າງປະເທດ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ໃຫ້ຄຳໝາຍໝັ້ນວ່າຈະສືບຕໍ່ຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃຫ້ເຂົ້າສູ່ລວງເລິກຍິ່ງໆຂຶ້ນ ເວົ້າລວມ, ເວົ້າສະເພາະ ກໍຄືການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດແຫ່ງອຳນາດປະຊາຊົນກູບາ ແລະ ສະພາແຫ່ງຊາດລາວ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ.

