loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ປະທານກຳມາທິການການຕ່າງປະເທດ ຕ້ອນຮັບທ່ານເອກອັກຄະລັດຖະທູດ ສ.ຕວັກກີ ປະຈໍາ ສປປລາວ

ກ.ຍ. 29, 2022 | SlideMobile

(ສພຊ) ໃນຕອນບ່າຍຂອງວັນທີ 23 ກັນຍາ 2022 ທີ່ຫໍສະພາແຫ່ງຊາດ, ທ່ານ ສັນຍາ ປຣະເສີດ ກໍາມະການຄະນະປະຈໍາສະພາແຫ່ງຊາດ, ປະທານກຳມາທິການການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ Orhan ISIK ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສ.ຕວັກກີ ປະຈຳ ສປປລາວ.
ໃນການພົບປະຄັ້ງນີ້, ທ່ານ ສັນຍາ ປຣະເສີດ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ ເອກອັກຄະລັດຖະທູດ ສ.ຕວັກກີ ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ລາວ-ຕວັກກີ ເວົ້າລວມ, ເວົ້າສະເພາະ ແມ່ນສອງອົງການນິຕິບັນຍັດ ລາວ-ຕວັກກີ. ທ່ານ ເອກອັກຄະລັດຖະທູດ ໄດ້ສະເໜີໂຕເນື່ອງໃນໂອກາດທີ່ດໍາລົງຕໍາແໜ່ງໃໝ່ຢູ່ ສປປລາວ ແລະ ໄດ້ຍົກຂຶ້ນຜົນສຳເລັດການຮ່ວມມື ລະຫວ່າງ ສອງປະເທດ ລາວ-ຕວັກກີ ໃນໄລຍະຜ່ານມາ ເປັນຕົ້ນ: ໄດ້ສ້າງໂຮງໝໍເມືອງປາກຊ່ອງ ແຂວງຈໍາປາສັກ, ມອບທຶນເຝິກອົບຮົມພະນັກງານການທູດຈໍານວນໜຶ່ງ. ໃນປີ 2013, ລັດຖະບານ ຕວັກກີ ໄດ້ມອບລົດຮັບສົ່ງຄົນເຈັບ (Ambulance) ຈໍານວນ 2 ຄັນ ໃຫ້ແກ່ກະຊວງສາທາລະນະສຸກຂອງລາວ ແລະ ໃນປີ 2019 ມອບລົດຕູ້ 15 ບ່ອນນັ່ງ ຈໍານວນ 1 ຄັນ ໃຫ້ແກ່ສະພາແຫ່ງຊາດລາວ ເພື່ອນຳໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານຂອງສະພາແຫ່ງຊາດລາວ.
ໃນໂອກາດນີ້, ທ່ານປະທານກໍາມາທິການການຕ່າງປະເທດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ສະຖານເອກອັກຄະລັດທະທູດ ຕວັກກີ ປະຈໍາລາວ ທີ່ປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ລາວ-ຕວັກກີ. ພ້ອມດຽວກັນນີ້, ຍັງໄດ້ລາຍງານໃຫ້ຊາບກ່ຽວກັບການມາຮັບຕຳແໜ່ງເປັນເອກອັກຄະລັດຖະທູດຜູ້ມີອໍານາດເຕັມ ແຫ່ງ ຕວັກກີ ປະຈຳ ສປປລາວ. ສອງຝ່າຍໄດ້ປຶກສາຫາລື ແລະ ຊອກຫາວິທີທາງເພື່ອເຮັດໃຫ້ສອງປະເທດສືບຕໍ່ແລກປ່ຽນຄະນະຜູ້ແທນໃນຕໍ່ໜ້າ ແລະ ຊຸກຍູ້ການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ ແລະ ອື່ນໆ ຂອງສອງປະເທດໃຫ້ຫຼາຍຂຶ້ນກວ່າເກົ່າ. ນອກຈາກນີ້, ສອງຝ່າຍ ຍັງແລກປ່ຽນຄໍາຄິດຄຳເຫັນກ່ຽວກັບການເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ສອງອົງການນິຕິບັນຍັດຂອງສອງປະເທດ ໂດຍສະເພາະການແລກປ່ຽນຢ້ຽມຢາມຂອງຄະນະຜູ້ແທນ.