(ສພຊ) – ລະຫວ່າງວັນທີ 4-8 ພຶດສະພາ 2026, ທ່ານ ດຣ. ນາງ ວິພາວັນ ພົມວິຫານ ປະທານກອງທຶນຊ່ວຍເຫຼືອສັງຄົມຂອງສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ສຳເລັດການຢ້ຽມຢາມ ແລະ ເຮັດວຽກຢູ່ປະເທດໄທ ຕາມການເຊື້ອເຊີນຂອງພຣະພົມວັດຊະຣະທີຣາຈານ ສຈ. ປອ. ອະທິການບໍດີ ມະຫາວິທະຍາໄລ ມະຫາຈຸລາລົງກອນ ຣາຊະວິທະຍາໄລ ແຫ່ງ ລາຊະອານາຈັກໄທ ໂດຍມີຈຸດປະສົງເພື່ອລົງນາມຮ່ວມກັນໃສ່ແຜນການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ ລະຫວ່າງກອງທຶນຊ່ວຍເຫຼືອສັງຄົມຂອງສະພາແຫ່ງຊາດ ແຫ່ງ ສປປລາວ ແລະ ມະຫາວິທະຍາໄລ ມະຫາຈຸລາລົງກອນ ແຫ່ງ ລາຊະອານາຈັກໄທ ປະຈຳປີ 2026-2028 ເຊິ່ງເປັນການປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີທີ່ມີແຕ່ດົນນານ, ມີຮີດຄອງວັດທະນະທຳທີ່ຄ້າຍຄືກັນ ບົນພື້ນຖານການເປັນຄູ່ຮ່ວມຍຸດທະສາດລະຫວ່າງ ລາວ-ໄທ ກໍຄືລະຫວ່າງກອງທຶນຊ່ວຍເຫຼືອສັງຄົມຂອງສະພາແຫ່ງຊາດ ແລະ ມະຫາວິທະຍາໄລ ມະຫາຈຸລາລົງກອນ ຣາຊະວິທະຍາໄລ ໃຫ້ຈະເລີນເຕີບໂຕ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ.

ການລົງນາມໃສ່ແຜນການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ ລະຫວ່າງກອງທຶນຊ່ວຍເຫຼືອສັງຄົມຂອງສະພາແຫ່ງຊາດ ແຫ່ງ ສປປລາວ ແລະ ມະຫາວິທະຍາໄລ ມະຫາຈຸລາລົງກອນ ຣາຊະວິທະຍາໄລ ແຫ່ງ ລາຊະອານາຈັກໄທ ວ່າດ້ວຍການສົ່ງເສີມການສຶກສາສົງ ເຊິ່ງເປັນການຜັນຂະຫຍາຍເຂົ້າສູ່ລ່ວງເລິກເປັນແຜນງານຈັດຕັ້ງປະຕິບັດໄລຍະ 2 ປີ (2026-2028) ອັນເປັນເນື້ອໃນສໍາຄັນໃຫ້ແກ່ການຜັນເປັນແຜນງານ ແລະ ໂຄງການລະອຽດ ເພື່ອໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້ນັ້ນ, ຕາງໜ້າຝ່າຍລາວລົງນາມໂດຍພຣະອາຈານ ປອ. ພວງປະເສີດ ພູມະວົງ ຮອງປະທານສູນກາງອົງການພຸດທະສາສະໜາສໍາພັນລາວ, ຫົວໜ້າກໍາມາທິການສຶກສາສົງສູນກາງ ແລະ ຕາງໜ້າຝ່າຍໄທລົງນາມໂດຍພຣະເທບວັດສະຣະສານບັນດິດ ຮສ. ປອ. ຮອງອະທິການບໍດີມະຫາວິທະຍາໄລ ມະຫາຈຸລາລົງກອນ ຣາຊະວິທະຍາໄລ. ໃນພິທີ, ທ່ານ ດຣ. ນາງ ວິພາວັນ ພົມວິຫານ ໄດ້ຕີລາຄາສູງຕໍ່ການຊ່ວຍເຫຼືອຂອງມະຫາວິທະຍາໄລດັ່ງກ່າວ ທີ່ເຫັນໄດ້ຄວາມຕັ້ງໃຈຢ່າງຈິງໃຈທີ່ຢາກຊ່ວຍເຫຼືອພະສົງລາວ ແລະ ຮ່ວມກັບພຣະສົງລາວ ຊອກຫາວິທີທາງເພື່ອພັດທະນາບຸກຄະລາກອນແຫ່ງທໍາມະ ກໍຄືການເຜີຍແຜ່ຄໍາສັ່ງສອນຂອງພຣະສາດສະດາ ອອກສູ່ປະຊາຊົນໃຫ້ຫຼາຍຂຶ້ນ; ທ່ານປະທານກອງທຶນຍັງໄດ້ມີຄຳເຫັນວ່າ ພະສົງປຽບເໝືອນບູລຸດໄປສະນີ ທີ່ນໍາເອົາສານແຫ່ງແສງສະຫວ່າງຂອງທໍາມະມາສູ່ປະຊາຊົນຊາວພຸດໃນທົ່ວໂລກ ໂດຍສະເພາະປະຊາຊົນລາວ ແລະ ປະຊາຊົນໄທ, ນັກສຶກສາພະສົງລາວ ກໍປຽບເໝືອນບູລຸດໄປສະນີແຫ່ງຈິດວິນຍານໃໝ່ ທີ່ທັງຮຽນທັງເຮັດໜ້າທີ່ຂອງຕົນໃນສະຖານທີ່ອັນຊົງກຽດ ແລະ ມີຊື່ສຽງແຫ່ງນີ້. ທ່ານ ດຣ. ນາງ ວິພາວັນ ພົມວິຫານ ໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈເປັນຢ່າງຍິ່ງ ທີ່ມະຫາວິທະຍາໄລ ໄດ້ໃຫ້ການຊ່ວຍເຫຼືອດ້ານການສ້າງຊັບພະຍາກອນມະນຸດໃຫ້ແກ່ ສປປລາວ ຕະຫຼອດໄລຍະຜ່ານມາ ໂດຍສະເພາະທຶນການສຶກສາໃຫ້ແກ່ກອງທຶນຊ່ວຍເຫຼືອສັງຄົມຂອງສະພາແຫ່ງຊາດ ເພື່ອສ້າງບຸກຄະລາກອນທີ່ມີຄຸນນະພາບ ມາຮັບໃຊ້ທາງພຸດທະສາສະໜາຂອງ ສປປລາວ ແລະ ຫວັງຢ່າງຍິ່ງວ່າ ທຸກພາກສ່ວນຈະຮ່ວມກັນເອົາໃຈໃສ່ສືບຕໍ່ຮ່ວມມືກັນຢ່າງໃກ້ຊິດ ເພື່ອຈັດຕັ້ງປະຕິບັດໂຄງການທີ່ລົງນາມກັນ ໄດ້ຮັບປະສິດທິຜົນສູງສຸດ ແລະ ນໍາເອົາຜົນປະໂຫຍດມາສູ່ອົງພຸດທະສາສະໜາຂອງສອງຝ່າຍ.

ໃນໂອກາດເຄື່ອນໄຫວວຽກງານຄັ້ງນີ້, ຄະນະກອງທຶນຊ່ວຍເຫຼືອສັງຄົມຂອງສະພາແຫ່ງຊາດ ຍັງໄປຢ້ຽມຢາມ ແລະ ໃຫ້ກໍາລັງໃຈນັກສຶກສາລາວຢູ່ມະຫາວິທະຍາໄລດັ່ງກ່າວ; ຢ້ຽມຊົມ ແລະ ສັກກາລະບູຊາວັດອາລຸນວະນາລາມວໍລະວິຫານ, ວັດພຣະເຊດຕຸພົນວໍລະວິຫານ (ໂພທ່າຕຽນ) ແລະ ວັດສະເກດຣາຊະວໍລະມະຫາວິຫານ ທີ່ນະຄອນຫຼວງບາງກອກ. ນອກນັ້ນ, ຍັງເດີນທາງໄປເຮັດວຽກຢູ່ຈັງຫວັດຂອນແກ່ນ ເຊິ່ງໄດ້ເຂົ້າພົບປະຢ້ຽມຢາມສະຖານກົງສຸນໃຫຍ່ລາວປະຈໍາຂອນແກ່ນ ໂດຍໄດ້ຮັບການຕ້ອນຮັບອັນອົບອຸ່ນຈາກທ່ານ ສົມສັກ ວິໄລທອງ ຫົວໜ້າກົງສູນໃຫຍ່ລາວປະຈໍາຂອນແກ່ນ ແລະ ຮ່ວມກັນແລກປ່ຽນຄໍາຄິດເຫັນກ່ຽວກັບການສົ່ງເສີມການສຶກສາທາງພຸດທະສາສະໜາ, ການເຕົ້າໂຮມຄວາມສາມັກຄີຂອງຄົນລາວທີ່ດໍາລົງຊີວິດຢູ່ໄທ ແລະ ການໄປມາຫາສູ່ລະຫວ່າງປະຊາຊົນ ລາວ-ໄທ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ; ພ້ອມກັນນີ້, ກໍໄດ້ພົບປະທ່ານຮອງອະທິການບໍດີ ມະຫາວິທະຍາໄລ ມະຫາຈຸລາລົງກອນ ວິທະຍາເຂດຂອນແກ່ນ, ນັກສຶກສາສົງລາວ ແລະ ວັດວາອາຮາມຈໍານວນໜຶ່ງຢູ່ຂອນແກ່ນ.

