loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ປະຖະກະຖາວັນຄ້າຍວັນເກີດປະທານ ສຸພານຸວົງ ຄົບຮອບ 113 ປີ.

​ກ.ກ. 25, 2022 | ເຂດ 4 ອຸດົມໄຊ

ຕອນເຊົ້າຂອງວັນສຸກ, ວັນທີ 22 ກໍລະກົດ 2022 ຢູ່ທີ່ຫ້ອງປະຊຸມ ສພຂ, ສະພາປະຊາຊົນແຂວງອຸດົມໄຊ ໄດ້ປະຖະກະຖາວັນຄ້າຍວັນເກີດ ປະທານ ສຸພານຸວົງ ຄົບຮອບ 113 ປີ, ໂດຍການເປັນປະທານຂອງທ່ານ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານ ສພຂ, ມີຮອງປະທານ ສພຂ, ບັນດາທ່ານຄະນະປະຈຳ ສພຂ, ຄະນະເລຂາທິການ ສພຂ, ຫົວໜ້າ/ຮອງຫົວໜ້າຂະແໜງ ແລະ ພະນັກງານວິຊາການພາຍໃນ ສພຂ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ທອງຄານ ວັດສະດາກອນ ໄດ້ຕາງໜ້າຄະນະພັກ ປະຖະກະຖາເອກະສານວັນຄ້າຍວັນເກີດ ປະທານ ສຸພານຸວົງ ຄົບຮອບ 113 ປີ(13 ກໍລະກົດ 1909 – 13 ກໍລະກົດ 2022) ທ່ານໄດ້ສະເໜີໃຫ້ຮູ້ຊີວິດ, ການເຄື່ອນ ໄຫວປະຕິວັດ, ຜົນງານ, ຄຸນງາມຄວາມດີ ແລະ ສິງທີ່ຕ້ອງສືບຕໍ່ເພີ່ມພູນຄູນສ້າງ ແລະ ຮ່ຳຮຽນເອົາແບບຢ່າງຄຸນງາມ ຄວາມດີຂອງປະທານ ສຸພານຸວົງ ເປັນຕົ້ນແມ່ນ: 1. ຮຽນເອົາທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ການນຳພາຂອງພັກກໍ່ຄືແນວທາງປ່ຽນແປງໃໝ່, ເອົາໃຈໃສ່ຝຶກຝົນຕົນເອງ ໃຫ້ກາຍເປັນພະນັກງານຮຸ່ນສືບທອດ ທີ່ຈົ່ງຮັກພັກດີຕໍ່ພັກ ແລະ ຕໍ່ປະເທດຊາດ; 2. ອອກແຮງສຶກສາຮໍ່າຮຽນທິດສະດີ ມາກ-ເລນິນ, ເຕັກນິກວິທະຍາສາດ, ພາສາຕ່າງປະເທດ ແລະ ວິຊາຊີບໃນຂະແໜງການຕ່າງໆ ເພື່ອໃຫ້ຕົນເອງມີຄວາມຮູ້ຄວາມສາມາດສູງ ປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ, ພ້ອມກັນນັ້ນກໍ່ຕ້ອງສ້າງຕົນເອງໃຫ້ເປັນຄົນກ້າຫານ, ກ້າຄິດກ້າສະແດງອອກ ເພື່ອປະກອບຄຳຄິດຄຳເຫັນທີ່ເປັນປະໂຫຍດ ໃນການຈັດຕັ້ງປະຕິບັດແນວທາງແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ; 3. ຕ້ອງດໍາລົງຊີວິດດ້ວຍຄວາມຊື່ສັດປອດໃສຂາວສະອາດ, ດຸໝັ່ນໃນການອອກແຮງງານ, ສ້າງເສດຖະກິດຄອບຄົວ, ປະຢັດມັດທະຍັດ, ບໍ່ຫຼິ້ນກິນຟູມເຟືອຍ ພ້ອມກັນຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ໃນສັງຄົມ, ສຸມໃສ່ການຜະລິດເພື່ອແກ້ໄຂຄວາມທຸກຍາກຂອງຄອບຄົວ, ຫຼຸດພົ້ນອອກຈາກປະເທດທີ່ດ້ອຍພັດທະນາ; 4. ຕ້ອງເດັດດ່ຽວໜຽວແໜ້ນປົກປັກຮັກສາປະເທດຊາດໄວ້ໃຫ້ໝັ້ນຄົງ, ຕໍ່ສູ້ທັບມ້າງກົນອຸບາຍຫັນປ່ຽນໂດຍສັນຕິຂອງພວກສັດຕູ, ພະຍາຍາມບຸກບືນກ້າວຂຶ້ນສ້າງສາພັດທະນາປະເທດຊາດໃຫ້ເຂັ້ມແຂງ, ສັງຄົມມີຄວາມສະເໝີພາບ ແລະ ມີຄວາມຈະເລີນຮຸ່ງເຮືອງສີວິໄລ; 5. ເພີ່ມທະວີຄວາມສາມັກຄີທົ່ວປວງຊົນ, ກ່ອນອື່ນໝົດແມ່ນຄວາມສາມັກຄີລະຫວ່າງເຜົ່າ, ຊັ້ນຄົນ ແລະ ສາສະໜາໃຫ້ໜັກແໜ້ນ. ເດັດດ່ຽວສະກັດກັ້ນ ແລະ ຕີຖອຍຖ້ອຍທຳນອງ ແລະ ການເຄື່ອນໄຫວແບ່ງແຍກຄວາມສາມັກຄີພາຍໃນເຜົ່າຕ່າງໆ ແລະ ຄວາມສາມັກຄີລະຫວ່າງເຜົ່າ, ລະຫວ່າງສາສະໜາຂອງພວກອິດທິປໍລະປັກນັ້ນຢ່າງທັນການ. ຄະນະພັກ, ອົງການປົກຄອງທຸກຂັ້ນຕ້ອງເອົາໃຈໃສ່ ແລະ ລົງກໍ່ສ້າງຮາກຖານບ້ານ, ເມືອງ ໃຫ້ໜັກແໜ້ນເຂັ້ມແຂງ ເພື່ອສ້າງບ້ານ ແລະ ກຸ່ມບ້ານພັດທະນາ ແລະ 6. ຕັ້ງໜ້າຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກ ແລະ ແຜນພັດທະນາເສດຖະກິດສັງຄົມຂອງລັດ ແລະ ອື່ນໆ.
ຫຼັງຈາກນັ້ນ, ທາງໜ່ວຍພັກສະພາປະຊາຊົນແຂວງ ໄດ້ສືບຕໍ່ດຳເນີນຊີວິດປະຈໍາ ເດືອນ ກໍລະກົດ ແລະ ວາງທິດທາງແຜນການເດືອນ ສິງຫາ ປີ 2022 ແລະ ບັນດາທ່ານສະມາຊິກພັກໄດ້ປະກອບຄໍາຄິດຄໍາເຫັນຕໍ່ບົດສະຫລຸບ, ຕໍານິສົ່ງຂ່າວເຊິ່ງກັນ ແລະ ກັນ ພາຍໃນໜ່ວຍພັກຢ່າງເປັນປົກກະຕິ ເພື່ອແນ່ໃສ່ເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ສພຂ ມີທັດສະນະຫຼັກໝັ້ນ, ການເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ອຸດົມການນຳພາຂອງພັກ, ປະຕິບັດລະບຽບພັກ, ກົດໝາຍຂອງລັດຢ່າງເຂັ້ມງວດ ແລະ ພ້ອມດຽວກັນນັ້ນຍັງປຶກສາຫາລືບາງວຽກງານທີ່ພົ້ນເດັ່ນຕື່ມອີກ.
ພາບ/ຂ່າວ: ແສງພອນ ອິນນະລົງ.