
ວັນທີ 21 ກໍລະກົດ 2022 ຢູ່ທີ່ຫ້ອງປະຊຸມອົງການໄອຍະການປະຊາຊົນແຂວງ ໄດ້ຈັດພິທີປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 67 ປີ(20 ກໍລະກົດ 1955 – 20 ກໍລະກົດ 2022). ໃຫ້ກຽດຂຶ້ນປາຖະກະຖາໂດຍສະຫາຍ ນາງ ຄຳພອນ ພິມມະຈັນ ຮອງປະທານສະພາປະຊາຊົນແຂວງ ແລະ ສະຫາຍ ນາງ ສົມຫວັງ ໄຊຍະຕິ ຮອງປະທານກວດກາລັດແຂວງ, ມີຄະນະໜ່ວຍແມ່ຍິງ, ພ້ອມດ້ວຍສະມາຊິກແມ່ຍິງມາຈາກ ສະພາປະຊາຊົນແຂວງ, ອົງການໄອຍະການປະຊາຊົນແຂວງ ແລະ ສານປະຊາຊົນແຂວງ ເຂົ້າຮ່ວມ.




ໃນການຫວນຄືນມູນເຊື້ອໃນຄັ້ງນີ້ແມ່ນເພື່ອໃຫ້ເອື້ອຍ-ນ້ອງແມ່ຍິງໄດ້ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບເນື້ອໃນປະຫວັດການກຳເນີດ, ເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວຂອງສະຫະພັນແມ່ຍິງລາວ ແລະ ເພື່ອໃຫ້ແມ່ຍິງລາວບັນດາເຜົ່າ ສືບຕໍ່ເພີ່ມທະວີຄວາມກ້າຫານ, ໃຫ້ການຕຳນິກໍ່ສ້າງ, ຊ່ວຍເຫຼືອເຊີງກັນ ແລະ ກັນ, ມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ, ມີການເຄື່ອນໄຫວທີ່ຖືກຕ້ອງຕາມຮີດຄອງປະເພນີ ແລະ ລະບຽບກົດໝາຍຂອງບ້ານເມືອງ, ເປັນແບບຢ່າງທາງດ້ານການປະຕິບັດກົດໝາຍ, ເພີ່ມທະວີຄວາມສາມັກຄີແມ່ຍິງບັນດາເຜົ່າ, ສືບຕໍ່ຍົກລະດັບຄວາມສາມາດຂອງຕົນ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງພັກໃນໄລຍະໃໝ່ ແລະ ປະຕິບັດໜ້າທີ່ວຽກງານດ້ວຍຄວາມຮັບຜິດຊອບສູງ.

ພາບ/ຂ່າວ: ແສງພອນ ອິນນະລົງ.